ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢູ່ທີ່ວັງ ວາຕີກັງ ທ່ານ Sanders ຍົກຍ້ອງພຣະ ສັນຕະປາປາ ແລະ ປະນາມ ຄວາມບໍ່ເທົ່າ ທຽມ ຢູ່ທົ່ວໂລກ


ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ສາມາຊິກ ສະພາສູງ ທ່ານ Bernie Sanders ຈາກລັດ Vermont.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ສາມາຊິກ ສະພາສູງ ທ່ານ Bernie Sanders ຈາກລັດ Vermont.

ຜູ້​ສະໝັກ​ເປັນປະທານາທິບໍດີ​ສະຫະລັດ ພັກ​ເດ​ໂມ​ແຄຣັດ ທ່ານ Bernie Sanders ປະນາມ​ຄວາ​ມບໍ່​ເທົ່າ​ທຽມ​ກັນຂອງໂລກວ່າ “ບໍ່ມີ​ສິນ​ທຳ” ​ແລະ​ປະນາມ “ຄວາມ​ເຫັນ​ແກ່​ໂຕ​ຂອງ​ອຸດສາຫະກຳ​ເຊື້ອໄຟ​ຊິ​ວະ​ພາບ” ​ໃນ​ຂະນະ​ທີ່ທ່ານ​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ທີ່​ວັງ​ວາ​ຕິ​ກັງ ​ໃນ​ວັນ​ສຸກ​ວານ​ນີ້.

ສະ​ມາ​ຊິກ​ສະພາ​ສູງ​ສະຫະລັດ ຈາກ​ລັດ Vermont ກຳລັງ​ໃຊ້ເວລາພັກຜ່ອນ 24 ຊົ່ວໂມງ ຈາກ​ການ​ໂຄສະ​ນາ​ຫາ​ສຽງ ​ເພື່ອ​ເ​ຂົ້າຮ່ວມ​ກອງ​ປະຊຸມ​ສັງ​ຄົມ ​ເສດຖະກິດ ​ແລະ​ບັນຫາ​ສິ່ງ​ແວດ​ລ້ອມ.

Democratic presidential candidates Sen. Bernie Sanders, I-Vt., right, and Hillary Clinton speak during the CNN Democratic Presidential Primary Debate at the Brooklyn Navy Yard, April 14, 2016.
Democratic presidential candidates Sen. Bernie Sanders, I-Vt., right, and Hillary Clinton speak during the CNN Democratic Presidential Primary Debate at the Brooklyn Navy Yard, April 14, 2016.

​ເຖິງ​ແມ່ນ​ວ່າ​ບັນດາ​ພະ​ນັກ​ງານ​ຂອງ​ທ່ານ Sanders ຈະ​ເນັ້ນ​ໜັກ​ວ່າການ​ຢ້ຽມຢາມ​ຄັ້ງນີ້ ບໍ່​ພົວພັນ​ກັບການ​ເມືອງກໍຕາມ ແຕ່ການ​ຖະ​ແຫລ​ງຂອງ​ທ່ານ​ຢູ່​ວັງ​ວາ​ຕິ​ກັງກໍໄດ້​ເນັ້ນ​ໜັກ​ໃສ່ ຫລາຍໆ​ຫົວ​ເລື້ອງ​ເກົ່າໆ ​ໃນ​ເວລາ​ທີ່​ທ່ານ​ໂຄສະນາ​ຫາ​ສຽງນັ້ນ.

ທ່ານ Sanders ກ່່າວ​ວ່າ “​ໃນ​ເວລາ​ທີ່​ບໍ່​ຫລາຍ​ຄົນ​ມີ​ຫລາຍເກີນ​ໄປ ​ແລະ​ຫລາຍ​ຄົນ​ມີ​ແຕ່ພຽງໜ້ອຍ​ດຽວ ພວກ​ເຮົາຈະ​ຕ້ອງ​ປະ​ຕິ​ເສດ​ພື້ນຖານ​ເສດຖະກິດສະ​ໄໝ​ໃໝ່ນີ້ ​ວ່າ​ບໍ່​ມີ​ສິນ​ທຳ ​ແລະ​ບໍ່​ຄໍ້າຈູນກັນ.”

ນອກນັ້ນທ່ານ Sanders ຍັງ​ກ່າວ​ວ່າ ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ​ຈະຝັງ​ແໜ້ນ “ລັກ​ສິນ​ທຳ” ​ເຂົ້າ​ສູ່​ເສດຖະກິດ​ໂລກ “​ແລະ​ບໍ່​ມີ​ເຂດ​ໃດ​ທີ່​ແຈ້ງ​ຂາວ​ກ່ອນ​ເຂດ​ອາກາດ​ປ່ຽນ​ແປງ. ຄວາມ​ເຫັນ​ແກ່​ໂຕ​ຂອງ​ອຸດສາຫະກຳເຊື້ອ​ໄຟ​ຊີວະ​ພາບເປັນບ່ອນ

ທຳລາຍ​ໂລກ​ມະນຸດເຮົາ.”

ທ່ານ Sanders ພັກເດໂມກຣັດສັງຄົມນິຍົມ​ ມັກເວົ້າເລື້ອຍໆກ່ຽວກັບ ຄວາມປະທັບໃຈຕໍ່ອົງ ສັນຕະປາປາ ແຟຣນສິສ ຜູ້ເພັ່ງເລງໃສ່ຄວາມ

ບໍ່ສະເໝີພາບທາງດ້ານເສດຖະກິດນີ້ ແລະການປ່ຽນແປງຂອງດິນຟ້າອາກາດ

Democrats Trade Barbs During New York Presidential Debate
please wait

No media source currently available

0:00 0:01:37 0:00

ທ່ານ Sanders ກ່່າວ​ວ່າ “​ໃນ​ເວລາ​ທີ່​ບໍ່​ຫລາຍ​ຄົນ​ມີ​ຫລາຍເກີນ​ໄປ ​ແລະ​ຫລາຍ​ຄົນ​ມີ​ແຕ່ພຽງໜ້ອຍ​ດຽວ ພວກ​ເຮົາຈະ​ຕ້ອງ​ປະ​ຕິ​ເສດ​ພື້ນຖານ​ເສດຖະກິດສະ​ໄໝ​ໃໝ່ນີ້ ​ວ່າ​ບໍ່​ມີ​ສິນ​ທຳ ​ແລະ​ບໍ່​ຄໍ້າຈູນກັນ.”

ນອກນັ້ນທ່ານ Sanders ຍັງ​ກ່າວ​ວ່າ ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ​ຈະຝັງ​ແໜ້ນ “ລັກ​ສິນ​ທຳ” ​ເຂົ້າ​ສູ່​ເສດຖະກິດ​ໂລກ “​ແລະ​ບໍ່​ມີ​ເຂດ​ໃດ​ທີ່​ແຈ້ງ​ຂາວ​ກ່ອນ​ເຂດ​ອາກາດ​ປ່ຽນ​ແປງ. ຄວາມ​ເຫັນ​ແກ່​ໂຕ​ຂອງ​ອຸດສາຫະກຳເຊື້ອ​ໄຟ​ຊີວະ​ພາບເປັນບ່ອນທຳລາຍ​ໂລກ​ມະນຸດເຮົາ.”

ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກຣີພັບບລິກັນ ທ່ານ Donald Trump.

ທ່ານ Sanders ພັກເດໂມກຣັດສັງຄົມນິຍົມ​ ມັກເວົ້າເລື້ອຍໆກ່ຽວກັບຄວາມປະທັບໃຈ ຕໍ່ອົງສັນຕະປາປາ ແຟຣນສິສ ຜູ້ເພັ່ງເລງໃສ່ຄວາມບໍ່ສະເໝີພາບທາງດ້ານເສດຖະກິດ ນີ້ ແລະການປ່ຽນແປງຂອງດິນຟ້າອາກາດ

US Politics
please wait
Embed

No media source currently available

0:00 0:02:03 0:00

ອ່ານຂ່າວພາສາອັງກິດ

XS
SM
MD
LG