ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຄສະນາຫາສຽງ ຂອງທ່ານ Sanders ​ໄດ້​​ຮັບໄຊຊະນະ ໃນການ​ຕໍ່ສູ້​ ທາງກົດໝາຍ ​​​


ທ່ານນາງ Hillary Clinton (ຊ້າຍ) ກໍາລັງຟັງ ທ່ານ Bernie Sanders ລະຫວ່າງການໂຕ້ວາທີ ພັກເດໂມແຄຣັດ.
ທ່ານນາງ Hillary Clinton (ຊ້າຍ) ກໍາລັງຟັງ ທ່ານ Bernie Sanders ລະຫວ່າງການໂຕ້ວາທີ ພັກເດໂມແຄຣັດ.

ການ​ໂຄສະນາ​ຫາ​ສຽງ​ ຂອງຜູ້ສະມັກ​ ເປັນ​ປະ​ທາ​ນາ​ທິບໍດີ
ສະຫະລັດສັງກັດພັກເດ​ໂມ​ແຄຣັດ ທ່ານ Bennie Sanders
​ໄດ້ຮັບໄຊຊະນະ​ໃນການ​ຕໍ່ສູ້​ດ້ານ​ກົດ ໝາຍ ເພື່ອ​ເຂົ້າ​ໄປ​ຫາ
ຂໍ້​ມູນ​ທີ່​ສຳ​ຄັນ​ຂອງບັນດາ​ຜູ້​ປ່ອນ​ບັດ.

ການ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Sanders ​ໄດ້​ຮັບ​ອະນຸ
ຍາດ​ໃຫ້​ເຂົ້າ​ໄປ​ຫາຂໍ້ ມູນ​ດັ່ງກ່າວ ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້
ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ໄດ້​ຍືນຟ້ອງ ​ຢູ່ສານລັດຖະ
ບານ​ກາງ ຕໍ່​ຄະນະ​ກຳມະການພັກ​ເດ​ໂມ​ແຄຣັດແຫ່ງ​ຊາດ
ຫລື DNC. ຄະນະ​ກຳມະການ​ດັ່ງກ່າວ​ຂອງ​ພັກ​ ໄດ້ຫ້າມ
ການ​ໂຄສະນາ​ຫາ​ສຽງ​ຂອງ ທ່ານ Sanders ບໍ່​ໃຫ້​ເຂົ້າ​ໄປ
​ຫາ​ຂໍ້​ມູນ​ການ​ຫາ​ສຽງ ​ໂດຍອ້າງ​ວ່າ ການ​ໂຄສະ​ນາ​ຫາ​ສຽງຂອງສະມາ​ຊິກ​ສະພາ​ສູງລັດ
Vermont ​ໄດ້ເຂົ້າ​ໄປ​ຫາ​ຂໍ້​ມູນ​ແບບ​ບໍ່ ຖືກຕ້ອງ ທີ່​ເກັບ​ກໍາ​ໂດຍ​ຄູ່​ແຂ່ງ​ຂອງ​ທ່າ​ນຄືທ່ານ
​ນາງ Hillary Clinton.

ປະທານ​ພັກ​ເດ​ໂມ​ແຄຣັດ​ແຫ່ງ​ຊາດຫຼື DNC ທ່ານ​ນາງ Debbie Wasseman Schultz
ກ່າວ​ຢູ່​ໃນ​ຖະ​ແຫລງການ​ວ່າ ອົງການ DNC ​ໄດ້​ຟື້ນຟູການ​ເຂົ້າ​ໄປ​ຫາ​ຂໍ້​ມູນ​ນັ້ນຄືນ​ໃຫ້ແກ່ ການ​ໂຄສະນາ​ຫາ​ສຽງຂອງທ່ານ Sanders ​ໂດຍ​ອີງ​ຕາມ​ຂໍ້​ມູນ ​ທີ່​ການໂຄສະນາ​ຫາ​ສຽງ
​ ຂອງ​ທ່ານ​ສະໜອງ​ໃຫ້ ​ແລະການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່​ຈະ​ຮ່ວມມື​ແກ່​ການ​ສອບສວນ.

ທ່ານ​ນາງ Shultz ກ່າວ​ວ່າ ອົງການ DNC ຈະ​ໃຫ້ການ​ຄໍ້າປະກັນ​ວ່າ ການ​ໂຄສະ​ນາຫາ​
ສຽງຂອງທ່ານ Sanders ​ໄດ້​ລຶບ​ຂໍ້​ມູນການ​ໂຄສະນາ​ຫາ​ສຽງທີ່​ເຂົ້າ​ໄປ​ຫາຢ່່າງບໍ່​ຖືກ​ຕ້ອງ​
ນັ້ນຖິ້ມ.

US Politics Sanders
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG