ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມລັດອິສລາມ ໃນເຢເມນ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີວັດ ຢູ່ນະຄອນຫຼວງ Sana’a


ພວກຫົວຮຸນແຮງ Houthi ຍ່າງຢູ່ຂ້າງໃນວັດອິສລາມ ທີ່ມີການໂຈມຕີສະຫຼະຊີບ ຢູ່ນະຄອນຫຼວງ Sana'a (20 ມີນາ 2015)
ພວກຫົວຮຸນແຮງ Houthi ຍ່າງຢູ່ຂ້າງໃນວັດອິສລາມ ທີ່ມີການໂຈມຕີສະຫຼະຊີບ ຢູ່ນະຄອນຫຼວງ Sana'a (20 ມີນາ 2015)

ມີການໂຈມຕີສະຫຼະຊີບໃນວັນສຸກວານນີ້ ໃສ່ວັດອິສລາມ 2 ແຫ່ງ
ໃນນະຄອນຫລວງ Sana’a ຂອງເຢເມນເຮັດໃຫ້ຢ່າງໜ້ອຍ 137
ຄົນເສຍຊີວິດ ແລະປະມານ 350 ຄົນ ໄດ້ຮັບບາດເຈັບ.

ມີຜູ້ໂຈມຕີສະຫລະຊີບຢ່າງໜ້ອຍ 4 ຄົນ ເຂົ້າຮ່ວມໃນການໂຈມຕີ
ຄັ້ງນີ້ຊຶ່ງມີຂຶ້ນໃນລະຫວ່າງພິທີສູດມົນພາວະນາໃນຕອນທ່ຽງທີ່ວັດ
Badr ແລະວັດ al-Ha-shoosh ຊຶ່ງມີສ່ວນພົວພັນກັບພວກກະບົດ
Houthi ທີ່ຄວບຄຸມນະຄອນຫຼວງຂອງເຢເມນນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ພວກໂຈມຕີໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນ
ທັງຢູ່ຂ້າງໃນແລະຂ້າງນອກຂອງວັດເພື່ອຊອກຫາຊ່ອງທາງສັງຫານພວກທີ່ພະຍາຍາມຫຼົບ
ໜີ. ພວກທີ່ເຫັນເຫດການ ເວົ້າວ່າ ມີເລືອດ ສິ້ນສ່ວນຂອງຮ່າງກາຍ ແລະຜູ້ເຄາະຮ້າຍ ທີ່ຖືກ ໄຟໄໝ້ ຊະຊາຍຢັ່ງຢາຍຢູ່ທຸກໆບ່ອນ.

Yemen Attacks
please wait
Embed

No media source currently available

0:00 0:00:40 0:00

ກຸ່ມລັດອິສລາມ ສາຂາເຢເມນ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ ໂດຍ ໄດ້ອອກຖະແຫລງການທາງອິນເຕີແນັດ ເອີ້ນການໂຈມຕີໃນຄັ້ງນີ້ວ່າ ເປັນພຽງພາກສ່ວນ
ນ້ອຍໆເທົ່ານັ້ນ.

ແຜນທີ່ນະຄອນຫຼວງ Sanaa ສະແດງທີ່ຕັ້ງຂອງວັດ Badr
ແຜນທີ່ນະຄອນຫຼວງ Sanaa ສະແດງທີ່ຕັ້ງຂອງວັດ Badr

ກຸ່ມຫົວຮຸນແຮງຈັດລັດອິສລາມຍັງກ່າວວ່າ ຕົນເປັນຜູ້ຢູ່ເບື້ອງຫຼັງ
ການສັງຫານໝູ່ ໃນອາທິດນີ້ຢູ່ທີ່ຫໍພິພິດທະພັນແຫ່ງຊາດຂອງຕູ
ນີເຊຍໂດຍໄດ້ສັງຫານ 23 ຄົນ ຢູ່ທີ່ນັ້ນ.

ທ່ານ Josh Earnest ໂຄສົກຂອງທຳນຽບຂາວ ບໍ່ຍອມໃຫ້ການ
ຢືນຢັນກ່ຽວກັບການກ່າວອ້າງຂອງກຸ່ມລັດອິສລາມ ໂດຍເວົ້າວ່າ ຍັງບໍ່ມີຫລັກຖານທີ່ຈະແຈ້ງເທື່ອ ໃນການພົວພັນກັບການໂຈມຕີ
ຂອງກຸ່ມດັ່ງກ່າວແຕ່ທ່ານກໍກ່າວວ່າມັນປາກົດວ່າການກ່າວອ້າງ
ເຫຼົ່ານີ້ມັກມີຂຶ້ນຢູ່ເລື້ອຍໆເພື່ອໃຫ້ມີການມອງເຫັນທີ່ເປັນຜົນປະ
ໂຫຍດ ໃນຄວາມພະຍາຍາມ ສຳຫລັບການໂຄສະນາຊວນເຊື່ອຂອງພວກເຂົາ.

ບໍ່ວ່າມັນຈະເປັນຄວາມຈິງຫຼືບໍ່ທີ່ວ່າກຸ່ມລັດອິສລາມເປັນຜູ້ຢູ່ເບື້ອງຫລັງການໂຈມຕີໃນຄັ້ງນີ້
ເຈົ້າໜ້າທີ່ຄົນນຶ່ງຂອງສະຫະລັດ ກ່າວຕໍ່ອີໂອເອໃນວັນສຸກວານນີ້ວ່າ ກຸ່ມລັດອິສລາມເບິ່ງ ຄືວ່າ ແມ່ນຂ້ອນຂ້າງເປີດກວ້າງຫຼາຍຂຶ້ນຕໍ່ການອ້າງເອົາຄວາມຮັບຜິດຊອບໃນການໂຈມ ຕີທຳນອງນີ້.

Yemen Mosque Attacks
please wait
Embed

No media source currently available

0:00 0:04:33 0:00

XS
SM
MD
LG