ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານເຢເມັນ ບັນລຸ ຂໍ້ຕົກລົງຢຸດຍິງ ກັບຝ່າຍກະບົດ ແຕ່ການສູ້ລົບ ຍັງດຳເນີນຕໍ່ມາ (ວີດີໂອ)


7113WD YEMEN SECURITY SMOKE
please wait

No media source currently available

0:00 0:01:03 0:00

People gather near a car damaged by a mortar shell during fighting between Shi'ite Houthi militants and government forces in Sanaa September 19, 2014.

ທູດ​ສະຫະ​ປະຊາ​ຊາດທ່ານ​ນຶ່ງ ກ່າວ​ວ່າ ​ລັດ​ຖະ​ບານເຢເມັນ ​ໄດ້
ບັນລຸ​ຂໍ້ຕົກລົງຍຸດຕິ​ການ​ຕໍ່ສູ້​ກັບ​ພວກ​ກະບົດ Houthi ນິກາຍ
Shi’ite ທີ່​ໄດ້​ທະວີ​ຂຶ້ນ​ໃນຫຼາຍໆ​ມື້​ ​ບໍ່​ດົນ​ມາ​ນີ້.

ທີ່​ປຶກສາ​ພິ​ເສ​ດຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ດກ່ຽວ​ກັບ
ປະ​ເທດ​ເຢ​ເມັນ ທ່ານ Jamal Benomar ​ໄດ້​ກ່າວໃນ​ວັນ​ເສົາ​
ວານ​ນີ້ວ່າ ຂໍ້​ຕົກລົງ​ນັ້ນ ຈະ “ວາງ​ພື້ນຖານ​ສຳ​ຫລັບ​ພາຄີ
ແຫ່ງ​ຊາດ ​ແລະ​ສຳ​ຫລັບຄວາມ​ໝັ້ນຄົງ ​ແລະ ສະຖຽນ​
ລະ​ພາບ.”
ທ່ານ​ກ່າວ​ອີກ​ວ່າ ການ​ບັນລຸ​ຂໍ້ຕົກລົງ​ກັນ ​ໄດ້​ມີ​ຂຶ້ນ
​ຫລັງ​ຈາກ​ມີການ​ປຶກສາ​ຫ​າລືກັນ​ຢ່າງຂຸ້ນ ຂ້ຽວ​ ກັບທຸກ​ພັກຝ່າ​ຍ
ເພື່ອແກ້​ໄຂ​ວິ​ກິດ​ການນີ້.

ທ່ານ Benoma ​ໄດ້​ຖະ​ແຫລ​ງ​ ​ບໍ່​ດົນຫຼັງຈາກສະພາ​ຄວາມ​ໝັ້ນຄົງ​ຂອງລັດຖະບານ​ເຢ​ເມັນ ​ໄດ້​ປະກາດ​ຫ້າມ​ອອກ​ນອກ​ເຮື​ອນ​ ຢູ່​ໃນ​ຫລາຍໆ​ເ​ຂດ ຂອງ​ນະຄອນຫລວງ Sana’a ບ່ອນທີ່​ພວກ​ກະບົດ Houthi ກ່າວ​ວ່າ​ ພວກ​ເຂົາໄດ້​ຢຶດ​ເອົາ​ອາຄານສະຖານີ​ໂທລະພາບນັ້ນ. ພວກ​ເຫັນ​ເຫດການກ່າວ​ວ່າ ​ບາງ​ສ່ວນ​ຂອງ​ອາຄານ ​ໄດ້​ຖືກ​ໄຟ​ເຜົາ ​ແລະ ພວກພະນັກງານ ​ເວົ້າວ່າ ມີ​ຄົນ​ຈຳນວນ​ໜຶ່ງ ​ຕິດ​ຄ້າງ​ຢູ່​ໃນ​ອາຄານ ​ແລະ​ໄດ້​ຮັບ​ບາດ​ເຈັບ.

ມື້​ນຶ່ງກ່ອນ​ໜ້າ​ນີ້ ຫຼາຍກວ່າ 40 ຄົນ ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ທະ​ກັນ ຫຼາຍ​ໆ​ບັ້ນ ​ໃນ​ຂະນະທີ່
ພວກມື​ປືນ​ກະບົດ ​ໄດ້​ຢຶດ​ເອົາປ້ອມ​ຍາມ​ຕ່າງ​ໆ ຂອງ​ຕຳຫລວດແລະ​ທະຫານຢູ່ນະຄອນ ຫຼວງ
Sana’a. ແລະ ໃນ​ວັນ​ສຸກ​ຜ່ານ​ມາ ບັນດາສາຍ​ການບິນ​ນາໆຊາດ ​ໄດ້​ງົດ​ຖ້ຽວ​ບິນທັງ​ໝົດ
ໄປ​ຍັງ ນະຄອນຫລວງ​ນັ້ນ.

XS
SM
MD
LG