ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດໂທລະສັບມືຖື Samsung ຈະຕັດຜົນກຳໄລທີ່ຄາດໝາຍໄວ້ນັ້ນລົງ ໃນຂະນະທີ່ ຄວາມຜິດພາດພວມເກີດຂຶ້ນຢູ່


ເຄຶ່ອງໝາຍບໍລິສັດ Samsung Electronics ທີ່ເຫັນຢູ່ໃນ ປະເທດ ເກົາຫລີໃຕ້.
ເຄຶ່ອງໝາຍບໍລິສັດ Samsung Electronics ທີ່ເຫັນຢູ່ໃນ ປະເທດ ເກົາຫລີໃຕ້.

ບໍລິສັດ​ເຄຶ່ອງອີ​ເລັກໂຕຣນິກ Samsung ​ໄດ້​ຕັດກຳໄລຜົນຜະລິດທີ່ຄຳນວນໄວ້ລົງ​ຢ່າງ​ຫລວງ​ຫລາຍ​ ສຳລັບມາດ​ຕາ​ທີ​ສາມ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກໄດ້​ຖືກ​ບັງຄັບ​ໃຫ້​ລົບລ້າງ ທັງ​ໝົດ​ ​ໂທລະສັບ​ມື​ຖືສະຫລາດGalaxy Note 7 ນຶ່ງ​ມື້ກ່ອນກຳນົດ.

ບໍລິ​ສັດ​ໂທລະ​ຄົມມະນາຄົມ​ເກົາຫລີ​ໃຕ້ ​ໄດ້​ຕັດການຄາດ​ຄະ​ເນ​ຜົນ​ກຳ​ໄລລົງ 33.3 ​ເປີ​ເຊັນ​ຈາກ​ປະມານ 6 ພັນ 9 ຮ້ອຍລ້ານ ສູ່ 4 ພັນ 6 ຮ້ອຍ​ລ້ານ. ຄຳ​ປະກາດດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກຮຸ້ນສ່ວນ Samsung ຂອງ​ຕະຫລາດ​ແລກປ່ຽນເກົາຫລີ​ໃຕ້ ຕົກລົງ​ເກືອບ​ເກົ້າ​ເປີ​ເຊັນ​ພາຍ​ໃນ​ສອງ​ມື້​.

ບໍລິສັດນີ້ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ວ່າ​ ຈະ​ຢຸດເຊົາການ​ຜະລິດ​ໂທລະສັບຢ່າງ​ຖາ​ວອນ​ເພື່ອ​ຜົນ​ປະ​ໂຫຍ​ຄວາມ​ປອດ​ໄພ​ແກ່​ຜູ້ຊົມໃຊ້.

Samsung ​ໄດ້ປະກາດ​ໃນ​ຕອນເຊົ້າ​ຂອງ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ໄດ້​ຢຸດ​ຂາຍ​ຢູ່​ທົ່ວ​ໂລກ ​ແລະ​ແລກປ່ຽນ​ໂທລະສັບ Galaxy Note 7 ​ແລະ​ໄດ້​ແນະນຳ​ໃຫ້​ບັນດາ​ລູກ​ຄ້າ​ຢຸດ​ໃຊ້​ເຄື່ອງ​ໂດຍ​ທັນທີ.

​ໂທລະສັບ Note 7 ​ໄດ້​ອອກ​ສູ່ທ້ອງ​ຕະຫລາດເປັນ​ເວລາ​ນຶ່ງ​ເດືອນ ​ເວລາ Samsung ປະກາດ​ຮ້ອງ​ຄືນ​ຢູ່​ທົ່ວ​ໂລກ​ຂອງ​ຈຳນວນ 2 ລ້ານ 5 ​ແສນໜ່ວຍ ​ເນື່ອງຈາກ​ຄວາມ​ຜິ​ດ ພາດຂອງຖ່ານ​ໄຟ​ໃນ​ຕົ້ນ​ເດືອນກັນຍາທີ່​ຜ່ານ​ມາ.

Samsung ​ໄດ້​ສະ​ເໜີ​ທົດ​ແທນ​ໜ່ວຍ​ໂທລະສັບ​ແກ່​ບັນດາ​ຜູ້​ໃຊ້​ທັງ​ໝົດ ກ່ອນ​ລາຍ​ງ​ານ ປາກົດ​ຂຶ້ນ​ ​ທີ​ວ່າເກີດ​ຄວາມ​ຮ້ອນຫລາຍ​ເກີ​ນ​ໄປຢູ່​ໃນໂທລະສັບ​ໃໝ່ ຊຶ່ງ​ເປັນ​ການ​ຍົກ​ຂໍ້​ສົງໄສໃໝ່ກ່ຽວ​ກັບ​ສະ​ມັດ​ຖະພາບ​ການ​ຄວບ​ຄຸມ​ຄຸນ​ນະພາ​ບ.

ຫລາຍໆ​ບໍລິສັດໂທລະສັບທີ່​ສຳຄັນ ຮ່ວມ​ທັງ ບໍລິສັດ AT&T ຢູ່ໃນ​ສະຫະລັດ ​ແລະບໍລິສັດ​ຄູ່ແຂ່ງ​ເຢຍລະ​ມັນ T-Mobile ​ໄດ້​ຮ່ວມ​ກັນ​ປະກາດ​ຢຸດຂາຍ ​ແລະ​ແລກປ່ຽນ​ໂທລະ​ສັບ Galaxy Note 7 ​ໃນ​ວັນ​ອາທິດທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Samsung Galaxy
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG