ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫວົໜ້າບໍລິສັດ Samsung ຂໍຄະມາໂທດ ສຳລັບ ໂທລະສັບສະຫຼາດ ທີ່ເກີດໄຟໄໝ້


ລູກຄ້າຄົນນຶ່ງ ຖື ໂທລະສັບສະຫລາດ ລຸ້ນ Galaxy Note 7 ຂອງ ບໍລິສັດ Samsung Electronics ຢູ່ສຳນັກງານໃຫຍ່ ຂອງບໍລິສັດ ໃນນະຄອນ Seoul, ຂອງເກົາຫຼີໃຕ້, ເມື່ອວັນສຸກ ທີ 2 ກັນຍາ 2016.
ລູກຄ້າຄົນນຶ່ງ ຖື ໂທລະສັບສະຫລາດ ລຸ້ນ Galaxy Note 7 ຂອງ ບໍລິສັດ Samsung Electronics ຢູ່ສຳນັກງານໃຫຍ່ ຂອງບໍລິສັດ ໃນນະຄອນ Seoul, ຂອງເກົາຫຼີໃຕ້, ເມື່ອວັນສຸກ ທີ 2 ກັນຍາ 2016.

ບໍລິສັດ Samsung ທີ່ເປັນສະຫະບໍລິສັດທີ່ໃຫຍ່ທີ່ສຸດຂອງເກົາຫຼີໃຕ້ ກ່າວວ່າ ການສືບ ສວນສາກົນ ໄດ້ເປີດເຜີຍວ່າ ຄວາມຜິດພາດຂອງໝໍ້ໄຟ ເປັນຕົວການຂອງໄຟໄໝ້ ທີ່ພາໃຫ້ ໂທລະສັບ Smart Galaxy Note 7 ໄດ້ຮັບຄວາມເສຍຫາຍ ໃນປີກາຍນີ້ ສ້າງຄວາມເສຍຫາຍໃຫ້ແກ່ຊື່ສຽງ ແລະລາຍໄດ້ຂອງບໍລິສັດດັ່ງກ່າວຢ່າງໃຫຍ່ຫລວງ.

ທ່ານໂດົງຈິນ ຫວົໜ້າບໍລິສັດ ໂທບະສັບມືຖື Samsung ໄດ້ກົ້ມຄຳນັບ ເວລາ ທ່ານຂໍ ຄະມາໂທດ ຢູ່ໃນກອງປະຊຸມນັກຂ່າວ ໃນວັນຈັນມື້ນີ້ ທີ່ກຸງໂຊລ. ທ່ານກ່າວວ່າ "ຕັ້ງ
ແຕ່ນີ້ໄປ ບຸລິມາສິດ ຂອງພວກເຮົາ ຈະແມ່ນຄຸນນະພາບຂອງຜົນຜະລິດ ແລະ ຄວາມປອດໄພຂອງລູກຄ້າ."

ບໍລິສັດ Samsung ໄດ້ຖືກບັງຂັບໃຫ້ເອົາຜະລິດຕະພັນດັ່ງກ່າວ ອອກຈາກຕະຫຼາດ ລຸນຫລັງທີ່ໄດ້ມີການສັບປ່ຽນໂທລະສັບ ທີ່ເກີດໄຟໄໝ້.

ໂທລະສັບ Smart Phone ທີ່ໄດ້ກາຍເປັນຫົວຂໍ້ຂ່າວ ໃນປີກາຍນີ້ ເວລາ ມັນເກີດ
ໄຟໄໝ້ ແລະໄດ້ເຮັດໃຫ້ຜູ້ຄົນບາດເຈັບ ທຳລາຍລົດຄັນນຶ່ງ ແລະ ເຮັດໃຫ້ຄົນພາກັນ ຫລົບໜີອອກຈາກ ສາຍການບິນ South West.

ບັນດານັກວິເຄາະ ກ່າວວ່າ ການຜັກດັນ ເພື່ອທີ່ຈະຜະລິດ ໂທລະສັບທີ່ບາງ ໂດຍມີ
ຖ່ານທີ່ໃຊ້ງານໄດ້ຍາວນານ ອາດເປັນສາເຫດ ເຮັດໃຫ້ເກີດຄວາມເສຍຫາຍໃຫ້ແກ່ Samsung.

ບໍລິສັດນີ້ ໄດ້ກ່າວໃນຖະແຫລງການ ວ່າ "ພວກເຮົາໄດ້ເອົາມາດຕະການແກ້ໄຂຕ່າງໆ ໄປແລ້ວ ເພື່ອຮັບປະກັນວ່າ ເຫດການນີ້ຈະບໍ່ເກີດຂຶ້ນອີກ. ບົດຮຽນຕ່າງໆ ຈາກຫຼາຍ ເດືອນທີ່ຜ່ານມາ ບັດນີ້ແມ່ນສະທ້ອນໃຫ້ເຫັນຢ່າງເລິກເຊີ່ງ ໃນສິ່ງທີ່ພວກເຮົາມີໃນຄອບຄອງ ແລະ ໃນວັດທະນະທຳຂອງພວກເຮົາ."

ຄາດກັນວ່າ ບໍລິສັດ Samsung ຈະເປີດເຜີຍ ໂທລະສັບສະຫຼາດ ອີກອັນນຶ່ງ ໃນໄວໆນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

SAMSUNG
please wait
Embed

No media source currently available

0:00 0:02:27 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG