ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໄອແລນດ໌ ສະຫລອງວັນ St. Patrick ຢູ່ໃນທົ່ວໂລກ (ເບິ່ງວີດີໂອ)


ພວກຄົນແຕ່ງຊຸດສີຂຽວກໍາລັງສະຫລອງບຸນວັນ St. Patrick ພ້ອມກັບ ດືມເບຍ ເມື່ອວັນເສົາທີ່ 17 ເດືອນນີ້
ພວກຄົນແຕ່ງຊຸດສີຂຽວກໍາລັງສະຫລອງບຸນວັນ St. Patrick ພ້ອມກັບ ດືມເບຍ ເມື່ອວັນເສົາທີ່ 17 ເດືອນນີ້

ນັບ​ຕັ້ງ​ແຕ່​ເມືອງ​ຫລວງ Dublin ຂອງ​ປະ​ເທດ​ໄອ​ແລນ​ດ໌ ​ໄປ​ຈົນ​ເຖິງ​ເມືອງຊິ​ຄາ​ໂກ ລັດ​ອິລ
ລິນ​ອຍສ໌ ຂອງ​ສະຫະລັດ ​ປະຊາຊົນໃນທົ່ວ​ໂລກ​ພາກັນແຕ່ງ​ຕົວ​ສີ​ຂຽວ ​ເມື່ອ​ວັນ​ເສົາ​ວານ​
ນີ້ ​ແລະ​ສະ​ເຫລີ​ມສະ​ຫລອງ ວັນ St. Patrick.

ວັນບຸນ ທີ 17 ​ເດືອນ​ມີນາ ​ແມ່ນ​ສະ​ເຫລີ​ມສະຫລອງແລະ​ໃຫ້​ກຽດ​ແກ່ ບັນດາພະ​ອໍລະ
ຫັນ​ທີ່​ມີ​ຊື່​ສຽງຫລາຍ​ທີ່​ສຸດຂອງ​ປະ​ເທດ​ໄອ​ແລນດ໌ ​ແລະ​ການ​ມາ​ເຖິງ​ປະ​ເທດ​ດັ່ງກ່າວ​ຂອງ​
ສາ​ສະໜາ​ຄຣີສຕຽນ​ ເມື່ອ​ຫລາຍ​ຮ້ອຍ​ປີຜ່ານມາ.

ປະຊາຊົນ​ຫລາຍ​ຮ້ອຍ​ພັນ​ຄົນ​ຢືນລຽນ​ແຖວ​ກັນຢູ່​ຕາມ​ຖະໜົນ​ຫົນທາງ ​ໃນເມືອງ​ຫລວງ
Dublin ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອຊົມ​ການ​ເດີນ​ສວນສະໜາມ​ປະ​ຈໍາປີທີ່​ຈັດຂຶ້ນ​ຢູ່​ຫົວ​ເມືອງ​
ຕ່າງໆໃນ​ທົ່ວ​ປະ​ເທດ ​ແລະປະກອບ​ດ້ວຍວົງ​ດຸລິ​ຍາງ​ຫລາຍໆ​ວົງ ​ກຸ່ມ​ນັກສະ​ແດງລະຄອນ
ແລະ​ນັກ​ເຕັ້ນ​ນັກຟ້ອນ​ຈາກ​ທົ່ວ​ໂລກ.

ພວກຊາວໄອຣີສທີ່ຍົກຍ້າຍ​ໄປຢູ່​ໃນ​ປະ​ເທດ​ຮັງ​ກາ​ຣີ ກໍໄດ້​ພາກັນ​ສະຫລອງ ດ້ວຍ​ການ
ເດີນ​ສະໜາມຢູ່​ໃນ​ເມືອງ​ຫລວງ​ບູດາ​ເປສ. ພວກປະກອບສ່ວນ ​ພາກັນໃສ່​ຊຸດຄົນ​ເຖົ້າ​ໃນ
ນິທານ​ຂອງ​ຊາວໄອ​ແລນດ໌ ​ແລະ​ພາກັນ​ເຕັ້ນ​ລໍາ ​ແລະ​ດື່ມ​ເຫລົ້າ​ເບຍ ​ໃນ​ການປະຕິບັດ
ຕາມ​ປະ​ເພນີ​ວັນ St. Patrick.

ເບິ່ງວີດີໂອ ລາຍງານການກຽມໂຕສະຫລອງວັນ St. Patrick ທີ່ນິວຢອກ:

ໃນ​ອີກ​ຟາກ​ນຶ່ງ​ຂອງ​ມະຫາ​ສະມຸ​ດ​ອັດ​ລັນ​ຕິກ ຊາວ​ອາ​ເມຣິກັນ​ຫລາຍ​ພັນ​ຄົນ​ໄປ​ເຕົ້າ​ໂຮມ​
ກັນຢູ່​ນະ​ຄອນ Chicago ​ເພື່ອເບິ່ງ​ແມ່​ນໍ້າ Chicago ທີ່​ຖືກ​ຍ້ອມ​ເປັນ​ສີຂຽວ. ທ່ານ
Enda Kenny ນາຍົກລັດຖະມົນຕີ​ໄອ​ແລນ​ດ໌ ກໍ​ໄດ້​ໄປ​ຊິ​ຄາ​ໂກ​ເພື່ອ​ປະ​ກອບ​ສ່ວນ​ໃນ​ພິທີ​
ເດີນ​ສວນສະໜາມ ຊຶ່ງກໍ​ໄດ້​ຈັດ​ຂຶ້ນ​ຢູ່​ໃນ​ນີວຢ໊ອກ ​ແລະ​ຫົວ​ເມືອງ​ອື່ນ​ໆ​ຂອງ​ສະຫະລັດ​ເຊ່ນ
ກັນ ​ແລະ​ພວກ​ບາ​ເຫລົ້າ​ແລະ​ພັດ​ຕາ​ຄານຕ່າງໆຂອງ​ຊາວໄອ​ແລນ​ດ໌ ພາກັນບໍລິການ​ແຂກ
ດ້ວຍ​ເບຍ​ສີຂຽວ ​ແລະ​ອາຫານ​ປະ​ເພນີຂອງໄອ​ແລນ​ດ໌.

ສະຫະລັດເປັນ​ບ້ານ​ເກີດ​ຂອງ​ພວກ​ລູກ​ຫລາຍ​ຊາວ​ໄອຣີສຫລາຍໆ​ຄົນ. ພວກພັນ​ພະ​ບຸລຸດ​
ອາ​ເມຣິກັນ​ເຊື້ອສາຍ​ໄອຣີສຈໍານວນ​ຫລວງຫລາຍ​ໄດ້​ເຂົ້າມາຕັ້ງ​ຖິ່ນ​ຖານ​ຢູ່​ໃນສະຫະລັດ​ໃນ
ຊຸມ​ປີ 1840 ​ເພື່ອ​ຫລົບໜີ​ຈາກ​ສະພາວະເຂົ້າຢາກ​ໝາກ​ແພງ​ຄັ້ງ​ຍິ່ງ​ໃຫຍ່​ຂອງ​ໄອຣີສ​ໃນ
ປາງ​ນັ້ນ.

XS
SM
MD
LG