ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງ​ປະຊຸມ​ສະຫະ​ປະຊາ​ຊາດ ​ກ່ຽວກັບ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາກາດ

ບັນດາຜູ້ແທນປະເທດຕ່າງໆ ຟັງລາຍງານຂອງ ອະດີດປະທານາທິບໍດີ ໄອຣີສ ທ່ານນາງ Mary Robinson ກ່າວໃນໂອກາດໂຮມຊຸມນຸມກັນ ເພື່ອຄວາມຍຸດຕິທໍາທາງດິນຟ້າອາກາດ ທີ່ນະຄອນເດີເບິນ, ປະເທດ ອາຟຣິກາໃຕ້ ໃນວັນອາທິດ ທີ 27 ພະຈິກ, 2011 ກ່ອນເລີ້ມຕົ້ນກອງປະຊຸມສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງ ດ

ຜູ້ຕາງໜ້າຈາກເກືອບຮອດ 200 ປະ​ເທດ ​ໄດ້ໄປ​ເຕົ້າ​ໄຮມກັນ ​ທີ່​ນະຄອນ ​ເດີເບິນ, ປະ​ເທດ​ ອາ​ຟຣິກາໃຕ້ ​ເພື່ອເຂົ້າຮ່ວມກອງ​ປະຊຸມ​ສະຫະ​ປະຊາ​ຊາດ ​ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ກອງ​ປະຊຸມ​ທີ່ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 12 ມື້ ​ໄດ້​ເລີ້ມຕົ້ນຂຶ້ນ​ໃນ​ວັນ​ຈັນ​ມື້ນີ້ ​ແລະ​ຈະເພັ່ງ​ເລັງ
​ໃສ່​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ ໃນ​ການຕໍ່​ເວລາ​ຂອງສົນທິສັນຍາກຽວ​ໂຕ ຫລື Kyoto
Protocol ທີ່​ຈະໝົດອາຍຸ​ໃນ​ປີໜ້ານັ້ນ ອອກ​ໄປຕື່ມ​ອີກ.

ສົນທິສັນຍາກຽວ​ໂຕ​ ແມ່ນ​ບັງຄັບ​ໃຫ້​ບັນດາ​ປະ​ເທດ​ອຸດ​ສະຫະ​ກໍາ ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ອອກ ​ໃນ​ປະລິມານ​ທີ່​ຕັ້ງ​ເອົາ​ໄວ້ ​ໃຫ້​ໄດ້​ພາຍ​ໃນ​ປີ 2012. ຫາກ​ແຕ່​ວ່າ ຄວາມ​ພະຍາຍາມ​ໃນ​ການ​ເຈລະຈາ​ ເຮັດສັນຍາ​ສະບັບໃໝ່​ໄດ້ຢຸດ​ສະ​ງັກລົງ ​ຍ້ອນ​ການຫລົ້ມ​ແຫລວ​ຂອງກອງປະຊຸ​ມວ່າ​ດ້ວຍ​ດິນ​ຟ້າ​ອາກາດ ຢູ່​ນະຄອນ​ໂກ​ເປັນເຮ​ເກນ (Copenhagen) ​ເມື່ອ​ສອງ​ປີ​ກ່ອນ. ມີ​ສອງ​ສາມ​ປະ​ເທດ​ເທົ່າ​ນັ້ນ ທີ່​ເຊື່ອ​ວ່າ​ກອງ​ປະ​ຊຸດ​ຊຸດ​ນີ້ ຈະ​ພາ​ໃຫ້​ມີ​ການ​ເຊັນ​ສັນຍາ​ສະບັບ​ໃໝ່ ​ຂຶ້ນ. ແຕ່​ຢ່າງ​ໃດ​ກໍ​ຕາມ ພວກ​ຜູ້​ແທນ​ປະເທ​ດ
ຕ່າງໆ ພາກັນ​ເວົ້າ​ໃນ​ວັນ​ຈັນ​ມື້ນີ້ວ່າ ພວກ​ເຂົາ​ເຈົ້າມີ​ຄວາມ​ຫວັງຫລາຍ​ຢູ່.

XS
SM
MD
LG