ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້ ປະທ້ວງ ຕຳລາຮຽນ ຂອງຍີ່ປຸ່ນ ກ່ຽວກັບ ໝູ່ເກາະ ທີ່ເປັນບັນຫາຂັດແຍ້ງ


ໝູ່ເກາະ Dokdo ທີ່ຮ້ອງເປັນພາສາເກົາຫລີ ແລະ Takeshima ເປັນພາສາຍີ່ປຸ່ນ.
ໝູ່ເກາະ Dokdo ທີ່ຮ້ອງເປັນພາສາເກົາຫລີ ແລະ Takeshima ເປັນພາສາຍີ່ປຸ່ນ.

ເກົາຫລີໃຕ້ ​ໄດ້​ປະນາມ ການ​ເຄື່ອ​ນ​ໄຫວ​ຂອງ ຍີ່ປຸ່ນ ທີ່​ໃຫ້ການ
ອະນຸມັດຕໍ່​ຕຳລາຫຼືປື້​ມແບບຮຽນໃໝ່ ຂອງໂຮງຮຽນມັດທະຍົມ
ຕົ້ນທີ່​ກ່າວເຖິງບັນດາໝູ່​ເກາະທີ່​ໂຕ້​ແຍ້​ງກັນ​ໃນເຂດທະ​ເລຂອງ
​ຍີ່ປຸ່ນ ​ໂດຍ​ໃສ່​ຊື່ພຽງ​ແຕ່ພາສາຍີ່ປຸ່ນເທົ່າ​ນັ້ນ.

ກະຊວງ​ຕ່າງ​ປະ​ເທດ​ເກົາຫລີ​ໃຕ້ ​ໃນ​ວັນ​ອັງຄານ​ມື້​ນີ້​ ໄດ້​ອອກ​ຖະ​
ແຫລ​ງການ ກ່າວ​ວ່າ ແບບຮຽນ​ດັ່ງ​ກ່າວ​ໄດ້​ບິດເບືອນ​ປະຫວັດ
ສາດ ​ໂດຍ​ອ້າງ​ເອົາ​ບັນດາໝູ່​ເກາະທີ່ໂຕ້ແຍ້ງກັນ​ວ່າ ​ເປັນ​ຂອງ
ຍີ່ປຸ່ນ ໂດຍບໍ່ໄດ້ໃຫ້​ການ​ອະທິບາຍ​ເຖິງ​ປະ​ຫວັດ​ຄວາມເປັນມາ
ຂອງບັນຫາຂັດແຍ້ງກ່ຽວ​ກັບ​ໝູ່​ເກາະ. ກະຊວງ​ຕ່າງປະ​ເທດ ​ເກົາ
ຫຼີໃຕ້ ໄດ້​ຮຽກ​ໂຕ​ເອກ​ອັກຄະ​ລັດຖະທູດຍິ່ປຸ່ນ ປະຈຳນະຄອນ​
ໂຊ​ລ ​ເຂົ້າ​ພົບ​ເພື່ອ​ປະທ້ວງກ່ຽວກັບ​ແບບຮຽນ​ດັ່ງກ່າວ ທີ່​ໄດ້ຮັບການອະນຸມັດຈາກໂຕ​ກຽວ
​ໃນ​ວັນ​ຈັນ​ວານ​ນີ້.

ຖະ​ແຫລ​ງການ​ກ່າວ​ວ່າ ການປະຕິ​ເສດຂອງ​ຍີ່ປຸ່ນບໍ່ຍອມປ່ຽນ​ແປງ​ຄຳ​ເວົ້າ​ຢູ່​ໃນແບບຮຽນ
ນັ້ນ ແມ່ນສະ​ແດງ​ໃຫ້​ເຫັນ​ຈຸດປະສົງ ທີ່ຈະກະທຳຄວາມ​ຜິດດັ່ງທີ່ໄດ້ເຮັດມາແລ້ວໃນອະ
ດີດ ນັ້ນຄືນ​ອີກ.

ຍີ່ປຸ່ນກ່າວ​ວ່າ ແບບຮຽນ​ທັງ​ໝົດ ຈະ​ອ້າງເຖິງ​ບັນດາໝູ່​ເກາະເຫຼົານັ້ນວ່າ​ເປັນ​ພາກສ່ວນນຶ່ງ
ຂອງ​ດິນ​ແດນ​ຍີ່ປຸ່ນ.

ຍີ່ປຸ່ນ ​ໄດ້​ຍຶດຄອງ​ແຫລມ​ເກົາຫລີ​ ແຕ່​ປີ 1910 ຈົນ​ເຖິງ​ສົງຄາມໂລກ​ຄັ້ງ​ທີ​ສອງ ​ຊຶ່ງໄດ້​ສີ້​ນ
ສຸດ​ລົງ​ໃນ​ປີ 1945. ປະຫວັດສາດ​ດັ່ງກ່າວ ​ໄດ້​ປະຖິ້ມມູນເຊື້ອອັນຂົມ ​ຂື່ນໄວ້ ​ຕໍ່ຍີ່ປຸ່ນ ໃນ
ໝູ່ຊາວເກົາຫລີ​ຈຳນວນ​ນຶ່ງ.

ລັດຖະມົນກະ​ຊວງຕ່າງປະ​ເທດ​ເກົາຫລີ​ໃຕ້ ຍີ່ປຸ່ນ ​ແລະ​ຈີນ ​ໄດ້​ພົບ​ປະກັນ​ໃນ​ເດືອນ​ແລ້ວ​
ນີ້ ຊຶ່ງພາໃຫ້ມີ​ຄວາມ​ຫວັງ​ວ່າ ຈະມີຄວາມສຳພັນ​ທີ່​ດີ​ຂື້ນ ລະຫວ່າງ​ບັນດາ​ປະ​ເທດ​ເພື່ອນ​ບ້ານເອ​ເຊຍ​ທັງ​ສາມ.

Japan Sokor Texbook
please wait
Embed

No media source currently available

0:00 0:01:30 0:00

XS
SM
MD
LG