ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ​ເກົາຫຼີ​ໃຕ້ ​ສັງຫານ ​ເພື່ອນ​ທະຫານ​ ນຳ​ກັນ​ 5 ຄົນ (ວີດີໂອ)


ລົດເມໂດຍສານເກົາຫຼີໃຕ້ ກຳລັງລຳລຽງ ນັກທ່ອງທ່ຽວ ອອກຈາກ ສະຖານທີ່ຕາກອາກາດ Kumgang ໃນເກົາຫຼີເໜືອ ໃກ້ກັບຊາຍແດນ ທາງກ້ຳຕາເວັນອອກ ຂອງນະຄອນຫລວງ Seoul.
ລົດເມໂດຍສານເກົາຫຼີໃຕ້ ກຳລັງລຳລຽງ ນັກທ່ອງທ່ຽວ ອອກຈາກ ສະຖານທີ່ຕາກອາກາດ Kumgang ໃນເກົາຫຼີເໜືອ ໃກ້ກັບຊາຍແດນ ທາງກ້ຳຕາເວັນອອກ ຂອງນະຄອນຫລວງ Seoul.
ທະຫານ​ເກົາຫຼີ​ໃຕ້​ຄົນ​ໜຶ່ງ​ໄດ້​ສັງຫານ ​ເພື່ອນ​ທະຫານ​ນຳ​ກັນ​
5 ຄົນ ​ແລະ ​ເຮັດ​ໃຫ້ອີກ​ 5 ຄົນ​ໄດ້​ຮັບ​ບາດ​ເຈັບ ຢູ່ຊາຍ​ແດນ​
ຕິດ​ກັບ​ເກົາຫຼີ​ເໜືອ.

​ເຈົ້າໜ້າ​ທີ່​ທະຫານ​ເກົາຫຼີ​ໃຕ້ ກ່າວ​ວ່າ ​ທະຫານ​ກອງທັບ​ບົກ​
ຊັ້ນສິບ​ເອກຄົນ​ນັ້ນ ໄດ້​ໃຊ້​ປືນ​ຂອງ​ລາວ​ ຍິງ​ໃສ່​ປ້ອມ​ຍາມ​ແຫ່ງ​
ນຶ່ງ​ໃນ​ແຂວງ Gangwon ທາງ​ກ້ຳຕາ​ເວັນ​ອອກ ​ຂອງ​ນະຄອນ
ຫລວງ Seoul ​ແລະ ​ໄດ້​ລົບ​ໜີໄປ​ຈາກບ່ອນເກີດ​ເຫດ ພ້ອມ​ກັບ
​ອາວຸດ​ຂອງ​ລາວ.

ບໍ່​ມີ​ຮ່ອງຮອຍ​ໃດໆ​ທີ່​ຊີ້​ບອກ​ວ່າ ​ເກົາຫຼີ​ເໜືອ​ໄດ້​ມີ​ສ່ວນ​ກ່ຽວ
ຂ້ອງກັບ​ເຫດການ​ນີ້. ຄວາມ​ເຄັ່ງ​ຕຶງ​ລະຫວ່າງຄູ່ປໍ​ລະ​ປັກ​ຄູ່ນີ້ໄດ້​ທະວີ​ສູງຂຶ້ນ ຫລັງ​ຈາກ​
ທີ່ເກົາຫຼີ​ເໜືອ​ໄດ້​ທຳການ​ ທົດ​ລອງ​ຍິງລູກສອນ​ໄຟ​ຂີ​ປະ​ນາ​ວຸດ​ ແລະ ​ປືນ​ໃຫຍ່ຫຼາຍຊຸດ
​ເມື່ອ​ບໍ່​ດົນ​ມາ​ນີ້. ເກົາຫຼີ​ໃຕ້ ​ໄດ້​ປະຕິຍານ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ຈະ​ຕອບ​ໂຕ້ຄືນ ​ຖ້າ​ຫາກ​
ຖືກກໍ່ກວນຈາກ​ເກົາຫຼີ​ເໜືອ.

ພວກ​ຜູ້​ຊາຍ​ເກົາຫຼີ​ໃຕ້​ທຸກ​ໆ​ຄົນ ​ທີ່​ມີ​ຮ່າງກາຍສົມບູນ​ແລະ​ແຂງ​ແຮງ​ດີ ຕ້ອງ​ຮັບ​ໃຊ້​ໃນ
ກອງທັບ ​ເປັນ​ເວລາ 2 ປີ​. ໃນ​ທາງ​ເທັກ​ນິກ​ແລ້ວ ແຫຼມ​ເກົາຫຼີ ແມ່ນຖື​ວ່າຍັງ​ຢູ່​ໃນ​ສະພາ
ວະສົງຄາມ. ສົງຄາມ​ເກົາຫຼີຂອງ​ຊຸມປີ 1950 ​ໄດ້ສິ້ນສຸດ​ລົງ​ດ້ວຍ ​ສັນຍາ​ສະຫງົບເສີກ ​
ແຕ່ບໍ່​ແມ່ນສົນ​ທິ​ສັນຍາ​ສັນຕິ​ພາບ.
SOUTH KOREA SOTVO
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG