ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣວັນດາ ທຳພິທີ ຂີດໝາຍ ຄົບຮອບ 20 ປີ ຂອງ ການຂ້າລ້າງເຜົ່າພັນ (ສະໄລດ໌/ວີດີໂອ)


ປ. Paul Kagame ແຫ່ງຣວັນດາ ກ່າວຄຳປາໄສ ໃນລະຫວ່າງ
ການທຳພິທີ ໄວ້ອາໄລ ແກ່ພວກທີ່ເສຍຊີວິດໄປ ທີ່ນະຄອນຫຼວງ Kigali, ວັນທີ 7 ເມສາ 2014.
ປ. Paul Kagame ແຫ່ງຣວັນດາ ກ່າວຄຳປາໄສ ໃນລະຫວ່າງ ການທຳພິທີ ໄວ້ອາໄລ ແກ່ພວກທີ່ເສຍຊີວິດໄປ ທີ່ນະຄອນຫຼວງ Kigali, ວັນທີ 7 ເມສາ 2014.
ຣວັນດາ ກຳລັງ​ທຳ​ພິທີ​ຂີດ​ໝາຍ ​ຄົບຮອບ 20 ປີ ນັບ​ແຕ່​
ກາ​ນຂ້າ​ລ້າງ​ເຜົ່າ​ພັນ​ໄດ້​ເລີ້ມຕົ້ນ​ຂຶ້ນ​ ໃນ​ປີ 1994 ທີ່​ໄດ້​
ເຮັດ​ປະຊາຊົນ​ເສຍ​ຊີວິດ​ໄປ 8 ​ແສນ​ຄົນ​ນັ້ນ.

​ໃນ​ພິທີ​ທີ່​ຈັດ​ຂຶ້ນ​ຢູ່ນະຄອນຫລວງ Kigali ​ໃນ​ວັນ​ຈັນ​ມື້​ນີ້
ປະທານາທິບໍດີ Paul Kagame ​ແລະ​ທ່ານ ​ພັນ​ ກີ​ມູນ ​
ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮ່ວມ​ກັນ​ໄຕ້
​ທວນ​ໄຟ​ແຫ່ງ​ຊາດ ​ທີ່​ຈະ​ໄໝ້​ຢູ່ເປັນ​ເວລາ 100 ມື້ ​ເພື່ອ​
ເປັນ​ການ​ໄວ້ອາ​ໄລແກ່​ພວກ​ທີ່​ໄດ້​ເສຍ​ຊີວິດ​ໄປ.

​ໄລຍະ​ເວລາ​ດັ່ງກ່າວ ​ແມ່ນ​ເທົ່າ​ກັນ​ກັບ​ ຊ່ວງເວລາ​ທີ່
​ພວກ​ທະຫານ​ບ້ານ​ເຜົ່າ​ຫູ​ຕູ ໄດ້​ທຳ​ການອາ​ລະວາ​ດໄປໃນ​ທົ່ວ​ປະ​ເທດ​ ​ໂດຍໄດ້
ເຂັ່ນຂ້າ​ຊົນ​ເຜົ່າ​ຕຸ​ດຊີ ​ແລະ​ຊົນ​ເຜົ່າ​ຫູ​ຕູ​ຫົວ​ບໍ່ຮຸນ​ແຮງ ຫຼັງ​ຈາກ​ການ​ມໍລະນະ​ກຳ​
ຂອງ​ມື້ລາງປະທານາທິບໍດີ​ ຂອງ Rwanda ຍ້ອນ​ອຸບັດ​ເຫດ​ເຮືອບິນ​ຕົກ​.

ພິທີ​ດັ່ງກ່າວ​ໄດ້​ນຳ​ເອົາ ບັນດາ​ຜູ້ນຳ​ປະ​ເທດ ​ແລະ​ແຂກ​ຮັບ​ເຊີນຜູ້​ມີ​ກຽດ​ຕ່າງໆ
​ຈາກ​ສະຫະລັດ ອັງກິດ ​ແລະ​ພວກ​ປະ​ເທດ​ໃນ​ພາກ​ພື້ນອາ​ຟຣິກາ​ຕາ​ເວັນ​ອອກ
ມາ​ຮ່ວມ​ໃນ​ພິທີດັ່ງກ່າວ​.

ວີດີໂອກ່ຽວກັບ ທວນໄຟໄວ້ອາໄລແກ່ພວກເຄາະຮ້າຍ ໃນການຂ້າລ້າງເຜົ່າພັນ:
Memorial Torch Shines Light on Rwanda's Past and Present
please wait

No media source currently available

0:00 0:02:03 0:00

​ທ່ານ​ ພັນ​ ກີ​ມູນ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ທ່ານ​ຈະ​ຢືນຢັນ​ອີກຄັ້ງ​ໃໝ່ເຖິງຄວາມ
ໝາຍ​ໝັ້ນຂອງ​ປະຊາ​ຄົມນາໆ​ຊາດ​ ທີ່ວ່າ “ການກະທຳ​ທີ່​ໂຫດ​ຮ້າຍ​ເຊັ່ນ​ນີ້” ບໍ່​
ຄວນ​ຈະ​ເກີດ​ຂຶ້ນ ​ໃນ​ປະວັດ​ສາດ​ຂອງ​ມວນ​ມະນຸດ​.

ທ່ານ​ໄດ້​ຍ້ອງຍໍ​ການ​ນຳພາ​ຂອງ​ທ່ານ Kagame ​ເຊັ່ນ​ກັນ ​ໂດຍກ່າວ​ວ່າ ປະທານາ
ທິບໍດີ​ໄດ້​ສ້າງ “​ໂຕ​ຢ່າງທີ່​ໂດດ​ເດັ່ນ​”​ຂອງ​ຄວາມ​ສຳ​ເລັດ​ທາງ​ດ້ານ​ສັງຄົມ​ເສດຖະກິດ
ປະຊາທິປະ​ໄຕ​ແລະ​ສິດທິ​ມະນຸດ​.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບນຶ່ງ​ ​
ເປັນຂີດ​ໝາຍວັນ​ຄົບຮອບ​ດັ່ງກ່າວວ່າ ການ​ຂ້າ​ລ້າງ​ເຜົ່າ​ພັນ​ໃນຣວັນ​ດານັ້ນ "ແມ່ນ
ເປັນຄວາມພະຍາຍາມໂດຍເຈດຕະນາແລະຢ່າງເປັນລະບົບຂອງມະນຸດ​ເພື່ອ​
ທຳລາຍມະນຸດ ​ຄົນ​ອື່ນໆ.
” ທ່ານ​ກ່າວ​ຕື່ມວ່າ ​ເມື່ອ​ເວລາ​ປະ​ເຊີນໜ້າ​ກັບ​ຄວາມ​ກຽດ
​ຊັງ​ກັນ​ແລະ​ຄວາມ​ໂຫດຮ້າຍ ຜູ້​ຄົນ​ຕ້ອງ​ຈື່​ຈຳ​ ຄວາມ​ເປັນ​ມະນຸດຊາດ​ຮ່ວມ​ກັນ ​ເລືອກ
​ເອົາ​ຄວາມ​ເວດທະນາ​ຮັກ​ແພງ​ກັນ ​ແລະ “ຕ້ອງ​ບໍ່​ມີ​ຄວາມ​ເສີຍ​ເມີຍ ຂາດ​ຄວາມ​
ເຫັນ​ອົກ​ເຫັນ​ໃຈຈັກ​ເທື່ອ
.”

ທ່ານ​ໂອ​ບາ​ມາ ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ພວກ​ເຮົາ​ຕ້ອງ​ຈົດ​ຈຳ ຄວາມ​ລົ້ມ​ແຫຼວຂອງ​ໂລກ
ທີ່​ບໍ່​ໄດ້​ຮັບ​ມື​ກັບສະຖານະ​ການແບບນີ້ໂດຍໄວ.
XS
SM
MD
LG