ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kagame ຈະສະມັກ ເປັນປະທານາທິບໍດີ ຣວັນດາອີກ ໃນປີ 2017


ປະທານາທິບໍດີຣວັນດາ ທ່ານ Paul Kagame ໂບກມືຕໍ່ຝູງຊົນ.
ປະທານາທິບໍດີຣວັນດາ ທ່ານ Paul Kagame ໂບກມືຕໍ່ຝູງຊົນ.

ປະທານາທິບໍດີຣວັນ​ດາ ທ່ານ Paul Kagame ​ໄດ້​ປະກາດເຖິງ
ຄວາ​ມຕັ້ງ​ໃຈ ຂ​ອງທ່ານ ທີ່​ຈະ​ລົງສະມັກ​ເລືອກ​ຕັ້ງເປັນ​ປະທາ
ນາທິບໍດີ​ສະ​ໄໝທີ​ສາມ ​ໃນ​ປີ 2017 ໜຶ່ງ​ອາທິດ ​ຫລັງ​ຈາກ​ປະ
​ເທດດັ່ງກ່າວ ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ການ​ລົງ ປະຊາມະຕິ ປ່ຽນ
​ແປງ​ລັດຖະທຳ​ມະນູນ ​ອະນຸຍາດ​ໃຫ້​ທ່ານ​ລົງສະມັກ​ໄດ້.

​ທ່ານ Kagame ​ໄດ້​ປະກາດກ່ຽວ​ກັບ​ການ​ຕັດສິນ​ໃຈຂອງ​ທ່ານ
​ໃນ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ ​ເນື່ອງໃນ​ວັນ​ປີ​ໃໝ່ວ່າ
“​ໃນການ​ໃຫ້​ຄວາມ​ສຳຄັນ ​ແລະ​ພິຈາລະນາ ​ທີ່​ພວກ​ທ່ານ​ມີ​ກ່ຽວ
​ກັບ​ເລື້ອງ​ນີ້ ຂ້າພະ​ເຈົ້າ ສາມາດພຽງ​ແຕ່​ກ່າວຮັບ​ເອົາ.” ​ແຕ່​ທ່ານ​ໄດ້​ກ່າວ​ເພີ້​ມ​ອີກ​ວ່າ ທ່ານ
​ບໍ່​ຄິດ​ວ່າ ປະ​ເທດຊາດ​ໄດ້​ແນ​ໃສ່​ການ​ມີ “ປະທານາທິບໍດີ​ຕະຫລອດ​ຊີ​ວິດ” ​ແລະ​ກ່າວວ່າ
ທ່ານ​ບໍ່​ຢາກມີ​ສິ່ງ​ດັ່ງກ່າວ.

​ໃນ​ວັນ​ຈັນ​ແລ້ວນີ້ ທ່ານ Kagame ​ໄດ້​ຂອບໃຈຕໍ່​ປະ​ເທດຊາດ ​ໃນ​ການ​ລົງ​ຄະ​ແນນ ​ເພື່ອ
ປ່ຽນ​ແປງການຈຳກັດສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງ​ຢູ່​ໃນ​ລັດຖະທຳມະນູ​ນ ​ແຕ່ບໍ່​ໄດ້​ໃຫ້​
ຮ່ອງ​ຮອຍວ່າ ທ່ານ​ວາງແຜນຈະ​ລົງ​ແຂ່ງຂັນ​ເພື່ອ​ໃຫ້​ໄດ້​ຮັບ​ເລືອກ​ຕື່ມ​ອີກ.

ສະ​ໄໝ​ການ​ດຳລົງ​ຕຳ​ແໜ່​ງຂອງ​ຜູ້ນຳຣວັນດາ ຈະສິ້ນ​ສຸດ​ລົງ​ໃນ​ປີ 2017. ການ​ປ່ຽນ​ແປງ​
ໃໝ່ ຈະອະນຸຍາດ​ໃຫ້ ທ່ານ Kagame ອາຍຸ 58 ປີ ​ລົງ​ສະມັກເອົາ ຕຳ​ແໜ່​ງ​ໄດ້​ຕື່ມ​ອີກ​ສະ
​ໄໝ​ນຶ່ງເຈັດ​ປີ ຕິດຕາມ​ດ້ວຍ​ສອງ​ສະ​ໄໝ​ທີ່​ມີ​ອາຍຸ​ຫ້າ​ປີ ຊຶ່ງ​ສາມາດ​ໃຫ້​ທ່ານ​ເຂົ້າກຳ​ຕຳ​ແໜ່​ງ​ໄປ​ຈົນ​ຮອດ​ປີ 2034.

Rwanda Politics
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG