ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີການຍິງກັນຕື່ມ ຢູ່ຕາມຊາຍ​ແດນ ຣວັນ​ດາ ​ແລະ ຄອງ​ໂກ (ວີດີໂອ/ສະ​ໄລ​ດ໌)


DRC Rwanda Fighting VO
please wait

No media source currently available

0:00 0:00:22 0:00
ສຽງປືນດັງຂຶ້ນ ຢູ່ຕາມ​ຊາຍ​ແດນ​ລະຫວ່າງຣວັນ​ດາ ​ແລະສາ​ທາ
​ລະນະ​ລັດ ປະຊາທິປະໄຕຄອງ​ໂກ ຫລື DRC ​ເປັນ​ມື້​ທີ 2 ​ໃນ​ວັນ​
ພະຫັດ​ມື້​ນີ້ ນຶ່ງ​ມື້ຫຼັງ​ຈາກ​ໄດ້ມີການປະທະກັນ ທີ່​ເຮັດ​ໃຫ້​ທະຫານ
5 ຄົນ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ຂອງ​ຄອງ​ໂກ ​ແລະ​ພວກ​ທີ່​ເຫັນ​ເຫດການກ່າວ​ວ່າ
ທະຫານຣວັນ​ດາ ​ໄດ້​ຍິງ​ປືນຂ້າມຊາຍ​ແດນ ​ໃນ​ວັນ​ພະຫັດ​ມື້ນີ້.
ຍັງ​ບໍ່ທັນມີ​ຄວາມ​ເຫັນ​ຫຍັງ​ເທື່ອ ຈາກ​ທາງທາງ​ການຣວັນ​ດາ.

​ໃນ​ວັນ​ພຸດ​ວານ​ນີ້ ທະຫານ​ຄອງ​ໂກ 5 ຄົນ ​ໄດ້​ຖືກ​ສັງຫານ ​
ໃນ​ຂະນະ​ທີ່ຍິງ​ປະ​ທະ​ກັນ ຂ້າມຊາຍແດນ. ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ປະ​ເທດ ​ຕ່າງ​ກໍ​ໄດ້​ຖິ້ມ​ໂທດ​ໃສ່ກັນ​ແລະ​ກັນວ່າ ອີກຝ່າຍນຶ່ງ ເປັນຜູ້ຮັບຜິດຊອບ​ໃນ​ເຫດການນີ້.

ສາທາລະນະລັດປະຊາທິປະໄຕຄອງໂກ ກ່າວ​ວ່າ ກອງ​ກຳລັງ​ຂອງ​ຣວັນ​ດາໄດ້ຂ້າມເຂົ້າ ໄປໃນແຂວງ Kivu ເໜືອ ພ້ອມ​ທັງ​ລັກ​ພາ​ຕົວ​ ແລະ​ສັງຫານທະຫານ​ຄອງ​ໂກນຳດ້ວຍ.

ລັດຖະມົນ​ຕິ​ກະຊວງ​ຖະແຫຼງຂ່າວຂອງສາທາລະນະລັດປະຊາທິປະໄຕຄອງໂກ ທ່ານ Lambert Mende ​ໄດ້​ບອກ​ກັບ VOA ພະ​ແນ​ກພາສາ​ອັງກິດ​ສູ່​ອາ​ຟຣິກາວ່າ ກອງ​ກຳລັງ​ຣວັນ​ດາ ​ແມ່ນ​ໄດ້ຕັ້ງ​ໃຈ​ບ່ອນທຳລາຍຕໍ່ການດຳເນີນຄວາມ​ພະຍາຍາມ​ຂອງສາທາລະນະ
ລັດປະຊາທິປະໄຕຄອງໂກ ທີ່ຈະປັບປຸງດ້ານຄວາມປອດໄພແລະສະຖຽນລະພາບຂອງ
ປະເທດ.

ຣວັນດາໄດ້ກ່າວວ່າ ມັນແມ່ນກອງກຳລັງຂອງຄອງໂກ ທີ່ລ່ວງລ້ຳເຂົ້າໄປໃນດິນແດນຂອງ ຕົນແລະລະດົມຍິງເຂົ້າໃສ່ກອງກຳລັງຂອງຕົນ. ກຳລັງຣວັນດາໄດ້ຍິງຕອບໂຕ້ກັບໄປແລະ ສັງຫານທະຫານຄອງໂກ ຕື່ມອີກ 4 ຄົນ.

ໃນ Twitter ລັດຖະມົນຕີການຕ່າງປະເທດຣວັນດາ ທ່ານນາງ Louise Mushikiwabo ໄດ້ກ່າວວ່າ ນັບເປັນເວລາຫຼາຍເດືອນມາແລ້ວ ປະເທດຂອງທ່ານນາງໄດ້ຮັບມືກັບ “ນິໄສ ການປະພຶດປະຕິບັດ ຈາກການເປັນຜູ້ນຳທີ່ຮັບເອົາບໍ່ໄດ້ຂອງ DRC.”

ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດໃນຄອງໂກ ພວມທຳການສືບສວນ ກ່ຽວ ກັບເຫດການນີ້ຢູ່.
XS
SM
MD
LG