ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ມະຕິ ສະມັດຊາໃຫຍ່ ສປຊ ບໍ່ສ້າງສັນ (ສະໄລດ໌/ວີດີໂອ)


ກອງ​ປະ​ຊຸມ​ສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ກ່ຽວກັບມັດຕິ ຂອງ Crimea
ກອງ​ປະ​ຊຸມ​ສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ກ່ຽວກັບມັດຕິ ຂອງ Crimea
“ບໍ່ສ້າງສັນ” ຄືສິ່ງ​ທີ່ຣັດ​ເຊຍ​ຮ້ອງມະຕິຂອງສະຫະ​ປະ
ຊາ​ຊາດ ທີ່​ປະຕິ​ເສດບໍ່ຍອມຮັບຮູ້ການ​ຮວມເອົາເອົາ​
ແຫລມ Crimea ຂອງຢູ​ເຄຣນເຂົ້າໄປສ່ວນນຶ່ງຂອງ
ຕົນນັ້ນ.

ຢູ່​ໃນ​ຖະ​ແຫລ​ງການສະບັບນຶ່ງ​ໃນ​ວັນ​ສຸກ​ມື້​ນີ້ ກະຊວງ
ຕ່າງປະເທດຣັດ​ເຊຍກ່າວ​ວ່າ ມະຕິກອງປະຊຸມສະມັດ
ຊາໃຫຍ່ ສະຫະປະຊາຊາດ ​ມີແຕ່ຈະເຮັດໃຫ້ການດຳ
ເນີນຄວາມພະຍາຍາມ ເພື່ອຫາທາງແກ້ໄຂວິກິດການ
ທາງດ້ານການເມືອງພາຍ ໃນຂອງຢູເຄຣນປະສົບກັບ
ຄວາມຍຸ່ງຍາກເພີ້ມຂຶ້ນເທົ່ານັ້ນ.

ກ​ະຊວງການຕ່າງປະເທດຣັດເຊຍ​ ກ່າວ​ຫາຢູ​ເຄຣນວ່າ​ ຊອກ​ຫາທາງເພື່ອຈະ ຫັນເຫ
ໄປຈາກ​ຄວາມ​ເຄັ່ງ​ຕຶງພາຍ​ໃນ ​ໂດຍ​ຖິ້ມໂທດກ່ຽວກັບ​ບັນຫາ​ຂອງ​ຕົນ​ໃສ່ ຣັດ​ເຊຍ.

ກອງ​ປະ​ຊຸມ​ສະມັດຊາໃຫຍ່ສະຫະ​ປະຊາ​ຊາດ ໄດ້ຮັບຜ່ານ​ມະຕິທີ່ບໍ່ມີການບັງຄັບໃນ​ວັນ​ພະຫັດ​ວານ​ນີ້ ດ້ວຍ​ຄະ​ແນນ​ສຽງ 100 ປະ​ເທດທີ່​ເຫັນ​ພ້ອມ 11 ປະ​ເທດ​ຄັດ​ຄ້ານ ​ແລະ 58 ປະ​ເທດ​ບໍ່​ອອກສຽງ.

ກ່ອນ​ການ​ລົງ​ຄະ​ແນນ​ສຽງນັ້ນ ​ເອກ​ອັກຄະ​ລັດຖະທູ​ດຣັດ​ເຊຍທ່ານ Vitaly Churkin ​
ໄດ້​ຮ້ອງ​ຍັດຕິນີ້ວ່າ “​ມັກລັກສະນະປະເຊີນ​ໜ້າ” ​ແລະ​ກ່າວ​ວ່າ ຊາວ Crimea ມີ​ສິດທິ​
ໃນ​ການຊີ້ຊາຕາກຳຂອງຕົນເອງ.
UKRAINE CNPK
please wait
Embed

No media source currently available

0:00 0:01:34 0:00
XS
SM
MD
LG