ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທີມນັກກິລາ ໂອລິມປິກ ຄົນພິການ ຣັດເຊຍ ຖືກສັ່ງຫ້າມ ເຂົ້າຮ່ວມ ການແຂ່ງຂັນ ທັງໝົດ


ປະທານາທິບໍດີ Vladimir Putin, ຊ້າຍ, ກ່າວຄຳປາໄສໃນ ລະຫວ່າງ ການພົບປະກັບ ທີມນັກກິລາໂອລິມປິກ ຄົນພິການ
ແຫ່ງຊາດ ຫຼັງຈາກພວກເຂົາເຈົ້າໄດ້ເດີນທາງກັບຈາກການ
ແຂ່ງຂັນ Paralympic Games 2012 ທີ່ນະຄອນຫຼວງ ລອນດອນ, ໃນວັງ ເຄຣັມລິນ, ນະຄອນຫຼວງ ມົສກູ.
ປະທານາທິບໍດີ Vladimir Putin, ຊ້າຍ, ກ່າວຄຳປາໄສໃນ ລະຫວ່າງ ການພົບປະກັບ ທີມນັກກິລາໂອລິມປິກ ຄົນພິການ ແຫ່ງຊາດ ຫຼັງຈາກພວກເຂົາເຈົ້າໄດ້ເດີນທາງກັບຈາກການ ແຂ່ງຂັນ Paralympic Games 2012 ທີ່ນະຄອນຫຼວງ ລອນດອນ, ໃນວັງ ເຄຣັມລິນ, ນະຄອນຫຼວງ ມົສກູ.

ທີມນັກກິລາຄົນພິການ ຂອງຣັດເຊຍ ທັງໝົດ ໄດ້ຖືກຫ້າມ ຈາກການແຂ່ງຂັນ Paralympic Games ໃນເດືອນກັນຍາ ນີ້ ອັນເປັນການລົງໂທດ ສຳລັບ ໂຄງການໃຊ້ ສານກະຕຸ້ນທີ່ເປັນລະບົບ ຂອງປະເທດ ຊຶ່ງຂະຫຍາຍອອກ ນອກເໜືອໄປຈາກ ການຫ້າມ ພວກນັກກິລາຂອງຣັດເຊຍ ບາງສ່ວນ ຜູ້ທີ່ຢາກຈະລົງແຂ່ງຂັນ ໃນ ເກມໂອລິມປິກລະດູ ຮ້ອນ ຢູ່ທີ່ ນະຄອນ Rio de Janeiro ໃນປັດຈຸບັນນີ້.

ຄະນະກຳມະການໂອລິມປິກສາກົນ ຫຼື IOC ໄດ້ອະນຸຍາດ ການເຂົ້າຮ່ວມ ຂອງນັກກິລາ ຂອງຣັດເຊຍ ຈຳນວນ 271 ຄົນ ທີ່ເກມ Rio ຊຶ່ງສະເລ່ຍເປັນປະມານ 70 ເປີເຊັນ ຂອງ ທີມນັກກິລາ ຂອງປະເທດ ທີ່ຈະເຂົ້າຮ່ວມໃນເບື້ອງຕົ້ນ. ແຕ່ ຄະນະກຳມະການ ປາຣາລິມ ປິກສາກົນ ຫຼື IPC ໄດ້ປະນາມ ໂຄງການໃຊ້ສານກະຕຸ້ນ ຂອງມົສກູ ຢ່າງຮຸນແຮງ ພ້ອມ ກັບຢູ່ທີ່ການແຂ່ງຂັນ ປາຣາລິມປິກ ໃນນະຄອນ Sochi ຂອງຣັດເຊຍ ເມື່ອປີ 2014 ນຳ ດ້ວຍ ແລະ ໄດ້ສັ່ງຫ້າມແບບກວມລວມ ຕໍ່ພວກນັກກິລາຂອງຣັດເຊຍ ຜູ້ທີ່ຫວັງຈະເຂົ້າ ຮ່ວມ ການແຂ່ງຂັນ ລະຫວ່າງວັນທີ 7-18 ໃນເດືອນກັນຍາ ຢູ່ທີ່ Rio ນຳດ້ວຍ.

ທ່ານ Philip Craven ປະທານ IPC ໄດ້ກ່າວວ່າ “ເປັນທີ່ໜ້າເສຍໃຈ ກ່ຽວກັບສະຖານະ ການນີ້ ບໍ່ແມ່ນຍ້ອນພວກນັກກິລາທີ່ ສໍ້ໂກງລະບົບ ແຕ່ມັນກ່ຽວກັບ ລະບົບທີ່ບໍລິຫານ ໂດຍທາງການ ທີ່ສໍ້ໂກງພວກນັກກິລາ. ວັດທະນະທຳໃນການໃຊ້ສານກະຕຸ້ນ ທີ່ເຮັດ ໃຫ້ກິລາຂອງຣັດເຊຍເປື້ອນເປິ ແມ່ນເກີດມາຈາກ ລັດຖະບານ ຂອງຣັດເຊຍ ແລະ ບັດນີ້ ໄດ້ຖືກເຜີຍແບວ່າ ບໍ່ແມ່ນຄັ້ງດຽວ ແຕ່ ສອງຄັ້ງ ຕາມການລາຍງານອິດສະຫຼະ ທີ່ໄດ້ຖືກມອບໝາຍ ໃຫ້ກວດສອບ ໂດຍ ອົງການ​ຕ້ານ​ການ​ໃຊ້​ຢາ​ຊູ​ກຳລັງ​ຂອງໂລກ ຫລື WAD.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

IPC Bans Russian Team
please wait
Embed

No media source currently available

0:00 0:00:47 0:00

Russia Olympic Ban
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG