ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມະຫາອຳນາດ ຂອງໂລກ ພະຍາຍາມ ບັນລຸການແກ້ໄຂ ບັນຫາຂັດແຍ້ງ ຊີເຣຍ ໃນການເຈລະຈາ ຮອບສອງ

World Powers Seek to Bridge Gaps in Talks on Syria
please wait

No media source currently available

0:00 0:02:03 0:00

ເຊີນຊົມວີດີໂອ ລາຍງານນີ້

ເລື້ອງຄວາມວຸ້ນວາຍທາງການເມືອງຂອງຊີເຣຍ ແລະ ຄວາມບໍ່
ສະຫງົບຈາກພວກລັດອິສລາມ ຈະເປັນລາຍການປະຊຸມ ທີ່ສູງ
ສຸດ ສຳລັບ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John
Kerry ທີ່ອອກເດີນທາງ ໄປຍັງປະເທດ ຕູນີເຊຍ ອອສເຕຣຍ
ແລະ ເທີກີ.

ຢູ່ໃນອອສເຕຣຍ ບັນດາມະຫາອຳນາດຂອງໂລກທັງຫຼາຍ ຈະ
ເລີ້ມຕົ້ນ ການເຈລະຈາຮອບທີສອງ ກ່ຽວກັບອະນາຄົດທາງການ
ເມືອງຂອງຊີເຣຍ ຫຼັງຈາກການເຈລະຈາ ໃນເບື້ອງຕົ້ນ ເມື່ອທ້າຍ
ເດືອນຕຸລາຜ່ານມາ.

ຢູ່ໃນຖະແຫລງການ ທີ່ມີ 17 ມະຫາອຳນາດຂອງໂລກ ອົງການສະຫະປະຊາຊາດ ແລະ
ສະຫະພາບຢູໂຣບ ໄດ້ຕົກລົງ ກັນກ່ຽວກັບຄວາມສຳຄັນ ຂອງການເລັ່ງລັດ ຄວາມພະຍາ
ຍາມທາງດ້ານການທູດ ເພື່ອຍຸດຕິຄວາມບໍ່ສະຫງົບຂອງຊີເຣຍ.

ພວກຜູ້ຊາຍ ກຳລັງນຳສົ່ງຜູ້ບາດ ຫຼັງຈາກ ອັນທີ່ນັກເຄື່ອນໄຫວ ກ່າວວ່າ ເປັນການໂຈມຕີທາງອາກາດ ໂດຍກອງກຳລັງ ພັກດີຕໍ່ປະທານາທິບໍດີ ຊີເຣຍ Bashar al-Assad ໃສ່ຕະຫລາດແຫ່ງໜຶ່ງ ໃນເມືອງ Douma, ຢູ່ໃກ້ກັບນະຄອນ Damascus, ປະເທດຊີເຣຍ, ວັນທີ 12 ສິງຫາ 2015.

ພວກເພິ່ນ ຍັງໄດ້ຕົກລົງກັນ ກ່ຽວກັບການດຳເນີນງານທີ່ນຳພາໂດຍ ສະຫະປະຊາຊາດ
ເຊິ່ງປະກອບດ້ວຍການເຈລະຈາ ລະຫວ່າງ ລັດຖະບານຊີເຣຍ ແລະ ກຸ່ມຝ່າຍຄ້ານນິຍົມ
ແນວທາງປານກາງ ພ້ອມດ້ວຍການປະກາດຢຸດຍິງທີ່ອາດເປັນໄປໄດ້ນັ້ນ.

ແຕ່ຄວາມບໍ່ລົງລອຍກັນແບບຕາຍຕົວນັ້ນ ຍັງຄົງມີຢູ່ ກ່ຽວກັບບັນຫາບາງອັນ ທີ່ລວມມີ
ຖານະຂອງປະທານາທິບໍດີ ທ່ານ Bashar al-Assad.

ຢູ່ຕອນທ້າຍຂອງການເຈລະຈາຮອບທຳອິດ ໃນນະຄອນ Vienna ທ່ານແຄຣີ ເວົ້າວ່າ
“ທ່ານ Sergey Lavrov ແລະ ລັດຖະມົນຕີຕ່າງປະເທດ Zarif ແລະ ຂ້າພະເຈົ້າ ແລະ ທ່ານອື່ນໆ ຕົກລົງ ຈະບໍ່ເຫັນດີນຳກັນ.” ທ່ານແຄຣີ ໄດ້ອ້າງອີງເຖິງຄູ່ຕຳແໜ່ງຂອງທ່ານ ຈາກຣັດເຊຍ ແລະ ອີຣ່ານ. ແລະເວົ້າຕໍ່ໄປວ່າ “ທ່າທີຂອງສະຫະລັດ ແມ່ນບໍ່ມີທາງເລີຍ
ວ່າ ປະທານາທິບໍດີ Assad ຈະສາມາດເຕົ້າໂຮມຊາດ ແລະ ປົກຄອງຊີເຣຍໄດ້.”

ຢູ່ໃນເມືອງ Douma ຂອງຊີເຣຍ ພົນລະເມືອງຄົນນຶ່ງ ອຸ້ມເອົາຊາຍຜູ້ໄດ້ຮັບບາດເຈັບ ຜ່ານອາຄານບ່ອນທີ່ໄດ້ຮັບຄວາມເສຍຫາຍ, ເຊິ່ງບັນດານັກເຄື່ອນໄຫວ ກ່າວວ່າ ພວກຈົງຮັກພັກດີ ທ່ານ Assad ໄດ້ຖິ້ມລະເບີດຖັງ ໃສ່ໂຮງໝໍພາກສະໜາມ ຢູ່ແຫ່ງນັ້ນ ເມື່ອວັນທີ 29 ຕຸລາ 2015.

ຣັດເຊຍ ໄດ້ຍື່ນຂໍ້ສະເໜີຫຼາຍສະບັບ ສຳຫລັບ ການເຈລະຈາ ທີ່ຈະມີຂຶ້ນ.

ມັນເປັນແຜນການອັນໜຶ່ງ ທີ່ໄດ້ໝຸນວຽນໄປ ສຳຫລັບການຍຸດຕິສົງຄາມຂອງຊີເຣຍ ທີ່
ຮ້ຽກຮ້ອງໃຫ້ມີການຮ່າງລັດຖະທຳມະນູນໃໝ່ ຂຶ້ນມາພາຍໃນ 18 ເດືອນ.

ແຕ່ຢ່າງໃດກໍຕາມ ກຸ່ມຝ່າຍຄ້ານຕ່າງໆຂອງຊີເຣຍ ກ່າວວ່າ ແຜນການດັ່ງກ່າວ ແມ່ນຮັບ
ເອົາບໍ່ໄດ້ ເພາະວ່າ ເປົ້າໝາຍຂອງຣັດເຊຍ ອາດຮັກສາໄວ້ໃຫ້ ປະທານາທິບໍດີ Assad
ມີອຳນາດຢູ່ຕໍ່ໄປ. ບັນດານັກການທູດ ຈາກຕາເວັນຕົກ ໄດ້ຊີ້ແຈງວ່າ ແຜນການດັ່ງກ່າວ
ຈະບໍ່ເປັນຈຸດສູນກາງຂອງການເຈລະຈາ.

Syria Kerry
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG