ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ຣັດເຊຍ ທ່ານ Medvedev ກຳລັງຢູ່ ໃນໄຄຣເມຍ ເພື່ອຫາລື ເລື້ອງການພັດທະນາ (ສະໄລດ໌/ວີດີໂອ)


UKRAINE SOTVO
please wait
Embed

No media source currently available

0:00 0:01:06 0:00

ເບິ່ງວີດີໂອ ເລື້ອງນີ້

ນາຍົກລັດຖະມົນຕີຣັດ​ເຊຍ ທ່ານ Dmitry Medvedev
ກຳລັງ​ຢູ່ ​ໃນໄຄຣ​ເມຍ ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່ ​ລະດັບ​ສູງ​ສຸດ​
ຂອງຣັດ​ເຊຍທີ່​ໄປຢ້ຽມຢາມ​ຂົງ​ເຂດນັ້ນນັບ​ແຕ່ຣັດ​ເຊຍ​
ຍຶດ​ເອົາແຫຼມ​ໄຄຣ​ເມຍ ຈາກ​ຢູ​ເຄຣນ​ ໃນ​ຕົ້ນ​ເດືອນ​ນີ້.

ທ່ານ Medvedev ກ່າວ​ວ່າ ທ່ານ​ນຳພາ​ຜູ້ຕາງໜ້າຣັດ​ເຊຍ
ຄະນະນຶ່ງ​ໄປ ​ເພື່ອ​ທຳ​ການ​ພົບ​ປະຫາລື ​ກ່ຽວ​ກັບ​ອັນ​ທີ່​ທ່ານ
ເອີ້ນ​ວ່າ “ການ​ພັດທະນາ​” ແຫລມ​ດັ່ງ ກ່າວ.

ການ​ພົບ​ປະ​ຂອງ​ທ່ານ​ໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນ​ໃນ​ເວລາ​ນຶ່ງ​ມື້
ຫຼັງ​ຈາກ​ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະ
ຫະລັດ ຮຽກຮ້ອງ​ໃຫ້ຣັດ​ເຊຍ​ຖອນ​ທະຫານຈຳນວນ​ຫຼາຍ​ພັນ​ຄົນ​ຂອງ​ຕົນ ​ທີ່​ຮວມ
ຕົວກັນ​ຢູ່​ເລາະ​ຕາມ​ຊາຍ​ແດນ​ທາງພາກ​ຕາ​ເວັນ​ອອກ​ແລະ​ພາກ​ໃຕ້​ຂອງ​ຢູ​ເຄຣນ
ນັ້ນ.
ທ່ານ Kerry ກ່າວ​ຕໍ່​ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ
​ຢູ່​ນະຄອນຫລວງ​ປາຣີ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ທະຫານ​ເຫຼົ່າ​ນີ້ ກຳລັງ​ສ້າງ
“ບັນຍາກາດ​ແຫ່ງ​ຄວາມ​ຢ້ານ​ກົວ” ​ໃນ​ຢູ​ເຄຣນ ​ແລະ​ວ່າ ການ​ມີໜ້າ​ຂອງ​ພວກ
ເຂົາບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ດີ​ຂຶ້ນ​ສຳລັບ​ການ​ທູດ.

ທ່ານ Lavrov ບໍ່​ໄດ້​ມີ​ຄວາມ​ເຫັນໃດໆ​ໂດຍ​ກົງ​ກ່ຽວ​ກັບ​ພວກ​ທະຫານຣັດ​ເຊຍ​ນີ້
​ແຕ່​ທ່ານ​ໄດ້​ໃຊ້​ເວລາ​ສ່ວນ​ຫຼາຍ​ຂອງ​ທ່ານ​ໃນ​ສັບປະດາ​ແລ້ວ​ນີ້ ​ກ່າວໃຫ້​ຄວາມ​ໝັ້ນ
​ໃຈແກ່​ສະຫະລັດ​ວ່າ ຣັດ​ເຊຍ​ບໍ່​ມີ​ແຜນການ​ໃດໆ ​ທີ່​ຈະ​ຂ້າມ​ຊາຍ​ແດນ​ຂອງ​ຢູ​ເຄຣນ.

ທ່ານ Kerry ກ່າວ​ວ່າ ທ່ານ​ແລະ​ທ່ານ Lavrov ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ ປະຊາຊົນ
​ຢູ​ເຄຣນມີ​ສິດທິ ​ໃນ​ການ​ຕັດສິນ​ໃຈເລືອກ​ເອົາອະນາຄົດ​ຂອງ​ເຈົ້າ​ເອງ.

ສະຫະລັດ​ກະ​ປະມານ​ວ່າ ຣັດ​ເຊຍ​ມີ​ທະຫານ​ຈຳນວນ 40 ພັນ​ຄົນ ​ຢູ່​ເລາະ​ຕາມ
​ຊາຍ​ແດນຢູ​ເຄຣນ ​ໃນ​ຂະນະ​ທີ່ລັດຖະບານ Kiev ກ່າວ​ວ່າ ​ໂຕ​ເລກແມ່ນໃກ້​ກັບ
1 ​ແສນ​ຄົນ.
US, Russia At Odds on Ukraine
please wait

No media source currently available

0:00 0:03:05 0:00
XS
SM
MD
LG