ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບິນ ຣັດເຊຍ ປະສົບອຸບັດຕິເຫດຕົກ ໃນທະເລດຳ


ສະມາຊິກຂອງ ກະຊວງພາວະສຸກເສີນ ຣັດເຊຍ ເຮັດວຽກ
ຢູ່ທ່າເຮືອຂອງທະເລດຳ ໃກ້ໆກັບຈຸດເກີດເຫດເຮືອບິນ
ທະຫານ Tu-154 ຕົກ, ໃນເມືອງ Khosta, ເຂດນອກເມືອງ ໂຊຈີ, ຣັດເຊຍ. 25 ທັນວາ, 2016.
ສະມາຊິກຂອງ ກະຊວງພາວະສຸກເສີນ ຣັດເຊຍ ເຮັດວຽກ ຢູ່ທ່າເຮືອຂອງທະເລດຳ ໃກ້ໆກັບຈຸດເກີດເຫດເຮືອບິນ ທະຫານ Tu-154 ຕົກ, ໃນເມືອງ Khosta, ເຂດນອກເມືອງ ໂຊຈີ, ຣັດເຊຍ. 25 ທັນວາ, 2016.

ກະຊວງປ້ອງກັນປະເທດ ຣັດເຊຍ ກ່າວວ່າ ເຮືອບິນທະຫານທີ່ມີ 92 ຄົນເດີນທາງນຳ, ລວມທັງຄະນະນັກຮ້ອງປະສານສຽງທີ່ມີຊື່ສຽງຂອງກອງທັບ, ໄດ້ປະສົບອຸບັດຕິເຫດຕົກ ໃນທະເລດຳ ບໍ່ດົນຫຼັງຈາກບິນຂຶ້ນຈາກເມືອງຣີສອດ ໂຊຈີ.

ບັນດາເຈົ້າໜ້າທີ່ກ່າວວ່າ ຊາກຫັກພັງຂອງເຮືອບິນລຳດ່ັງກ່າວ ແລະ ສົບຂອງຜູ້ເສຍຊີວິດ ບາງຄົນໄດ້ຖືກພົບເຫັນບໍ່ໄກຈາກຊາຍຝັ່ງຂອງປະເທດ ຮັດເຊຍ. ຊິ້ນສ່ວນຫຼັກຂອງເຮືອ ບິນຖືກຈັບຈຸດໄດ້ ຢູ່ 1.5 ກິໂລແມັດນອກຊາຍຝັ່ງ, ເລິກປະມານ 70 ແມັດ.

ເຮືອບິນ Tu-154 ໄດ້ຫາຍສາບສູນຈາກຈໍເຣດາພຽງບໍ່ເທົ່າໃດນານີຫຼັງຈາກບິນອອກຈາກ ເມືອງ ໂຊຈີ ໃນເວລາ 5 ໂມງ 40 ຕອນເຊົ້າຕາມເວລາໃນທ້ອງຖິ່ນ. ເຮືອບິນລຳດັ່ງກ່າວ ໄດ້ມຸ່ງໜ້າໄປຖານທັບອາກາດໃນປະເທດ ຊີເຣຍ.

ບໍ່ມີສິ່ງບົ່ງບອກໃຫ້ເຫັນ ກ່ຽວກັບ ສາເຫດໃດໆ ທີ່ເຮັດໃຫ້ເຮືອບິນລຳດັ່ງກ່າວຕົກ. ບັນດາ ເຈົ້າໜ້າທີ່ກ່າວວ່າ ບໍ່ມີສັນຍານໃຫ້ຊ່ວຍເຫຼືອຖືກສົ່ງມາຈາກຫ້ອງນັກບິນ.

ການປະຕິບັດການຄົ້ນຫາໄດ້ດຳເນີນຕໍ່ໄປ. ບັນດາເຈົ້າໜ້າທີ່ກ່າວວ່າ ມັນເປັນໄປບໍ່ໄດ້ວ່າ ຈະມີຜູ້ລອດຊີວິດ.

ເຮືອບິນ Tu-154 ກັບເລກທະບຽນ RA-85572 ຈອກຢູ່ໃກ້ກັບສະໜາມບິນກອງທັບໃກ້ນະຄອນຫຼວງ ມົສກູ.
ເຮືອບິນ Tu-154 ກັບເລກທະບຽນ RA-85572 ຈອກຢູ່ໃກ້ກັບສະໜາມບິນກອງທັບໃກ້ນະຄອນຫຼວງ ມົສກູ.

ເຮືອບິນເຄື່ອງຈັກສາມໜ່ວຍທີ່ຖືກອອກແບບໃນສະໄໝສະຫະພາບ ໂຊວຽດ ໄດ້ປະຕິບັດ ການບິນປະຈຳວັນໄປຖານທັບອາກາດ ຣັດເຊຍ ເຊິ່ງຕັ້ງຢູ່ນອກຊາຍຝັ່ງເມືອງ Latakia ຂອງ ຊີເຣຍ, ອີງຕາມການກ່າວຂອງກະຊວງປ້ອງກັນປະເທດ.

ກະຊວງໄດ້ກ່າວວ່າ ເຮືອບິນລຳດັ່ງກ່າວໄດ້ຂົນສົ່ງທະຫານຊ່າງ ຣັດເຊຍ ພ້ອມກັບສະມາ ຊິກຄະນະນັກສະແດງຊາຍ Alexandrov 60 ຄົນ, ເຊິ່ງເປັນກຸ່ມນັກດົນຕີທາງການຂອງ ກອງທັບ, ຜູ້ທີ່ໄດ້ເດີນທາງໄປ ຊີເຣຍ ເພື່ອເຂົ້າຮ່ວມໃນການສະເຫຼີມສະຫຼອງປີໃໝ່ຢູ່ຖານ ທັບນັ້ນ.

ພ້ອມກັນນັ້ນຢູ່ໃນເຮືອບິນລຳດັ່ງກ່າວກໍຍັງມີທ່ານນາງ Yelizaveta Glinka ແພດໝໍ ຣັດ ເຊຍ ຄົນໜຶ່ງທີ່ມີຊື່ສຽງສຳລັບວຽກງານການກຸສົນຂອງເພິ່ນ. ທ່ານນາງໄດ້ເດີນທາງເພື່ອ ຊ່ວຍເຫຼືອໃນການຂົນສົ່ງອຸປະ ກອນຊ່ວຍເຫຼືອການແພດໃຫ້ປະເທດ ຊີເຣຍ.

ສະມາຊິກສື່ມວນຊົນ 9 ຄົນກໍຢູ່ໃນຈຳນວນຜູ້ໂດຍສານ 84 ຄົນ ແລະ ສະມາຊິກຈຸເຮືອບິນ 8 ຄົນນັ້ນ.

ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ກ່າວຕໍ່ອົງການຂ່າວ ຣັດເຊຍ ວ່າ ປະທາ ນາທິບໍດີິ ຣັດເຊຍ ທ່ານ Vladimir Putin ໄດ້ຖືກແຈ້ງໃຫ້ຮູ້ ກ່ຽວກັບ ສະຖານະການ ແລະ ການປະຕິບັດການຄົ້ນຫານິ້ແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Russian Plane
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG