ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

50 ຄົນ ເສຍ​ຊີ​ວິດ ໃນ​ເຫດ ເຮືອ​ບິນ​ຕົກ ຢູ່​ຣັດ​ເຊຍ (ສະ​ໄລ​ດ໌)


ຊາກເຮືອບິນຕົກ Boeing 737 ຂອງບໍສັດ Tatarstan ທີ ຣັດເຊຍ ມີຜູ້ເສຍຊີວິດ 50 ຄົນ
ຊາກເຮືອບິນຕົກ Boeing 737 ຂອງບໍສັດ Tatarstan ທີ ຣັດເຊຍ ມີຜູ້ເສຍຊີວິດ 50 ຄົນ
ເຮືອບິນ​ໂດ​ຍສານ ຣັດ​ເຊຍ ລໍາ​ນຶ່ງ​ໄດ້​ເກີດ​ອຸບັດ​ເຫດ​ຕົກ ​ໃນ​ຂະ
ນະ​ກໍາລັງ​ລົງ​ເດີ່ນ ຢູ່​ທີ່​ເມືອງ Kazan ​ເຮັດ​ໃຫ້​ຜູ້​ໂດຍສານ​ຢູ່ໃນ
​ເຮືອບິນ 50 ຄົນ​ເສຍ​ຊີວິດ.

ກະຊວງ​ສຸກ​ເສີນ ຣັດ​ເຊຍ ກ່າວ​ວ່າ ສາຍ​ການບິນ Tatarstan
ຈາກ​ກຸງ​ມົສກູ ​ໄດ້​ພະຍາຍາມ​ລົງ​ເດິ່ນ​ເປັນເທຶ່ອທີ່​ສອງ ​ໃນ​ຕອນ​
ແລງ​ວັນ​ອາທິດວານ​ນີ້ ​ແລະ​ໄດ້​ລະ​ເບີດ​ຂື້ນ​ເວລາ​ລົງ​ຕໍາ​ທາງ
​ແລ່ນ ​ເຮັດ​ໃຫ້​ມີ​ຜູ້​ໂດຍສານ 44 ຄົນ​ເສຍຊີວິດພ້ອມ​ດ້ວຍ​ພະ
ນັກ​ການບິນ​ຫົກ​ຄົນ.

ຍັງ​ບໍ່​ທັນ​ມີ​ສິ່ງໃດໆບອກ​ໃຫ້​ຮູ້ເທຶ່ອວ່າ ​ເປັນ​ດ້ວຍ​ສາເຫດ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮືອ​ບີນ Boeing 737 ຕົກ​ຢູ່​ Kazan ທີ່ຕັ້ງ​ຢູ່ 720 ກິ​ໂລ​ແມດຈາກກຸງ​ມົສກູ​ໄປ ​ທາງ​ທິດຕາ​ເວັນ​ອອກ.​

XS
SM
MD
LG