ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາ ຝ່າຍຄ້ານ ຂອງຣັດເຊຍ ຖືກຕັດສິນ ຈໍາຄຸກ 5 ປີ (ວີດີໂອ)


ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານ Alexei Navalny (ຊ້າຍ) ຢືນຢູ່ທີ່ສານ ໃນເມືອງ Kirov (18 ກໍລະກົດ 2013)
ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານ Alexei Navalny (ຊ້າຍ) ຢືນຢູ່ທີ່ສານ ໃນເມືອງ Kirov (18 ກໍລະກົດ 2013)
ເມື່ອ​ວັນ​ພະຫັດ​ມື້​ນີ້ ສານ​ແຫ່ງ​ນຶ່ງ​ຂອງຣັດ​ເຊຍ ພົບ​ວ່າ ຜູ້​ນໍາ​ຝ່າຍ
​ຄ້ານທ່ານ Alexei Navalny ມີ​ຄວາມ​ຜິດ​ຖານ​ຍັກ​ຍອກ​ເງິນແລະ
​ຖືກ​ຕັດສິນ​ຈໍາ​ຄຸກຫ້າ​ປີ.

ທ່ານ Navalny ຖືກ​ກ່າວ​ຫາ​ວ່າ ​ຍັກ​ຍອກ​ ເງິນຄ້າ​ໄມ້​ ມູນ​ຄ່າ ຫ້າ​
ແສນ​ໂດ​ລາຈາກ​ບໍລິສັດ​ລັດ​ວິ​ສາ​ຫະກິດເວລາ​ທ່ານ​ເຮັດ​ວຽກເປັນ​
ທີ່​ປຶກສາ​ເຈົ້າ​ແຂວງ ​ໃນ​ປີ 2009.

ຜູ້​ນໍາ​ຝ່າຍ​ຄ້ານ ທີ່​ໄດ້ເປີດ​ເຜີຍ​ກ່ຽວ​ກັບ​ການວ່າ​ມີ​ການສໍ້​ລາດບັງ
ຫຼວງ​ໃນວົງ​ການ​ລັດຖະບານນັ້ນ ​ເວົ້າ​ວ່າ ຂໍ້​ຫາ​ດັ່ງກ່າວແມ່ນ​ມີ​ຈຸດ
ປະສົງ​ທາງ​ດ້ານການ​ເມືອງ ແລະ​ມີເຈດ​ຕະນາ​ທີ່ຈະ​ປິດ​ປາກ​ບໍ່​ໃຫ້​
ທ່ານ​ເວົ້າຫຍັງກ່ຽວ​ກັບ​ເລື່ອງ​ນີ້.

​ເມື່ອ​ບໍ່ດົນ​ມາ​ນີ້ ທ່ານ Navalny ​ໄດ້​ລົງທະ​ບຽນ​ສະ​ໜັກ​ເລືອກ​ຕັ້ງ​ເປັນ​ເຈົ້າຄອງ​ກໍາ​ແພງ​ນະ
ຄອນຫຼວງ Moscow ​ໃນ​ເດືອນ​ກັນຍາ​ນີ້.

ພາຍ​ໃຕ້​ກົດໝາຍຣັດ​ເຊຍ​ນັ້ນ ທ່ານ Navalny ບໍ່​ມີ​ສິດ​ທີ່​ຈະ​ສະໝັກ​ເລືອກຕັ້ງ​ຕໍາ​ແໜ່​ງ​ເຈົ້າ
ຄອງ​ກໍາ​ແພງ​ໄດ້ ຫຼືຕໍາ​ແໜ່​ງທາງ​ການ​ອື່ນ​ໃດ​ໃນ​ອະ​ນາ​ຄົດ ຍ້ອນ​ຄວາມ​ຜິດ​ຂອງ​ຜູ້ກ່ຽວ​.

ທ່ານ Navalny ​ເຄີຍ​ເວົ້າ​ໄວ້​ວ່າ ທ່ານຢາກ​ເປັນ​ປະທານາທິບໍດີຣັດ​ເຊຍ​ຄົນ​ຕໍ່​ໄປແລະ​ໃຫ້
ທາງ​ການຣັດ​ເຊຍ​ຈໍາ​ຄຸກ​ ປະທານາທິບໍດີ Vladirmir Putin ​ແລະ​ຜູ້​ຮ່ວມ​ງານຂອງ​ທ່ານ ​ໃນ​ຊຸດ​ປັດຈຸບັນ​ນ​ນີ້.

​ເມື່ອ​ປີຜ່ານມາ​ ທ່ານ Navalny ​ໄດ້​ເຮັດ​ໃຫ້​ທ່ານ ພູ​ຕິນ ​ໂກດ​ແຄ້ນຍ້ອນເປັນ​ຜູ້ນໍາພາ​ການ​
ປະ​ທ້ວງ​ຢູ່ຕາມ​ຖະໜົນ​ຫົນທາງ​ໃນ​ນະຄອນຫຼວງຂອງຣັດ​ເຊຍ.

ໜັງສື​ພິມ The Wall Street Journal ໄດ້​ເວົ້າ​ເຖິງ​ລັກສະນະ​ຂອງ​ທ່ານ Navalny ວ່າ ​ເປັນ​ຜູ້​ທີ່​ທ່ານ ພູ​ຕິນ ຢ້ານ​ກົວ​ທີ່​ສຸດ.

ທ່ານ Navalny ​ໄ​ດ້ຊ່ວຍ​ຈັດ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ໆຫຼາຍໆບັ້ນເລີ້ມ​ແຕ່​ປີ 2011 ​ເປັນຕົ້ນ
ມາ ​ເພື່ອຕໍ່ຕ້ານ​ການສໍ້​ໂກງ​ຄະ​ແນນ​ສຽງ​ໃນການ​ເລືອກ​ຕັ້ງຕາມ​ທີ່​ໄດ້​ມີ​ການ​ກ່າວ​ຫາ ແລະ
ການ​ກັບ​ຄືນ​ສູ່​ຕໍາ​ແໜ່​ງປະທານາບໍດີຣັດ​ເຊຍອີກຄັ້ງ​ນຶ່ງ​ຂອງ​ທ່ານ​ພູ​ຕິນ.

ເບິ່ງວີດີໂອ:

ຟັງຂ່າວກ່ຽວກັບຣັດເຊຍ
please wait

No media source currently available

0:00 0:00:53 0:00
XS
SM
MD
LG