ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ເອີ້ນການກ່າວຫາ ທີ່ວ່າ ຣັດເຊຍ ເກັບກຳຂໍ້ມູນຜູກມັດທ່ານນັ້ນ ເປັນເລື່ອງບໍ່ຈິງ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ເຂົ້າໃນລິບຫຼັງຈາກໄດ້ລົມກັບບັນດານັກຂ່າວຢູ່ຫໍຄອຍ Trump ໃນນະຄອນ “ນິວຢອກ, 9 ມັງກອນ, 2017.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ເຂົ້າໃນລິບຫຼັງຈາກໄດ້ລົມກັບບັນດານັກຂ່າວຢູ່ຫໍຄອຍ Trump ໃນນະຄອນ “ນິວຢອກ, 9 ມັງກອນ, 2017.

ຜູ້ອຳນວຍການອົງການສືບລັບ ສະຫະລັດ ທ່ານ James Clapper ໄດ້ກ່າວໃນວັນພຸດ ວານນີ້ວ່າ ທ່ານໄດ້ບອກປະທານາທິບໍດີທີ່ຖືກເລືອກ ໃໝ່ທ່ານ Donald Trump ວ່າປະ ຊາຄົມສືບລັບບໍ່ໄດ້ສ້າງເອກະສານທີ່ປະກອບມີການອ້າງວ່າ ຣັດເຊຍ ໄດ້ລວບລວມຂໍ້ມູນ ທີ່ພະຍາຍາມຜູກມັດທ່ານ ທຣຳ.

ໂທລະພາບ CNN, ເຊິ່ງເປັນອົງການຂ່າວທຳອິດທີ່ໄດ້ລາຍງານການກ່າວຫາທີ່ບໍ່ຖືກຢືນ ຢັນເທື່ອນີ້ໃນວັນອັງຄານທີ່ຜ່ານມາ, ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ ກ່ຽວກັບ ຂໍ້ມູນການຜູກມັດນີ້. ແຕ່ເວັບໄຊສື່ມວນຊົນດິຈິຕອລ BuzzFeed ໄດ້ລົງຂ່າວທາງອອນລາຍ ໃນສິ່ງທີ່ພວກ ເຂົາເຈົ້າໄດ້ກ່າວວ່າ ​ເປັນເອກະສານທີ່​ມີ​ການກ່າວຫາວ່າລັດຖະບານຂອງ ຣັດເຊຍ ໄດ້ “ລ້ຽງ​ດູ, ສະໜັບໜູນ ແລະ ຊ່ວຍເຫຼືອທ່ານ ທຣຳ” ມາເປັນເວລາຫຼາຍປີແລ້ວ.

ທ່ານ Clapper ໄດ້ກ່າວໃນຖະແຫຼງການຂອງທ່ານວ່າ ປະຊາຄົມສືບລັບຍັງບໍ່ໄດ້ທຳການ ຊັ່ງຊາໃດໆວ່າ ຂໍ້ມູນດັ່ງກ່າວແມ່ນເຊື່ອຖືໄດ້, ແລະ ທ່ານໄດ້ກ່າວເນັ້ນຕໍ່ທ່ານ ທຣຳ ວ່າ ທ່ານບໍ່ເຊື່ອວ່າມັນຖືກຮົ່ວໄຫຼອອກສູ່ສື່ມວນຊົນໂດຍແຫຼ່ງຂ່າວສືບລັບ.

ທ່ານ Clapper ໄດ້ເວົ້າວ່າ ມັນແມ່ນສ່ວນໜຶ່ງໃນໜ້າທີ່ຂອງທ່ານທີ່ຈະຮັບປະກັນວ່າ ບັນ ດາຜູ້​ກຳນົດ​ນະ​ໂຍບາຍ ​ໄດ້​ເຫັນ​ພາບ​ລວມ​ໂດຍ​ເຕັມ ​ເທົ່າ​ທີ່​ເປັນ​ໄປ​ໄດ້ກ່ຽວ​ກັບ​ເລື່ອງ​ນີ້ ເຊິ່ງມັນອາດຈະສົ່ງຜົນກະທົບຕໍ່ຄວາມປອດໄພແຫ່ງຊາດ.

ທ່ານ ທຣຳ ໄດ້ຮັບ​ໃຈຄວາມຂອງຂໍ້ມູນທີ່ຍັງບໍ່ທັນ​ໄດ້​ຮັບ​ການຢືນຢັນສອງໜ້າໃນວັນສຸກ ທີ່ຜ່ານມາ, ​ເວລາ​ທ່ານ​ໄດ້​ຮັບ​ລາຍ​ງານສະຫຼຸບຫຍໍ້ ກ່ຽວກັບ ການກ່າວຫາທີ່​ວ່າ ຣັດເຊຍ ແຊກແຊງ​ເຂົ້າໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ເຊັ່ນກັນ. ປະທານາທິບໍດີ ບາຣັກ ໂອບາມາ ກໍໄດ້ຮັບຂໍ້ມູນດຽວກັນໃນລະຫວ່າງການລາຍ​ງານໃນວັນພະຫັດທີ່ຜ່ານ ມາ.

ທ່ານ ທຣຳ ໄດ້ປະຕິເສດ ຕໍ່ການກ່າວອ້າງດັ່ງກ່າວ​ດ້ວຍ​ຄວາມ​ໂກດ​ແຄ້ນ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ໃນຖານະປະທານາທິບໍດີທີ່ຖືກເລືອກໃໝ່ໃນວັນພຸດວານນີ້.

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ເປັນ​ເລື່ອງ​ທີ່​ໜ້າ​ອັບອາຍ ທີ່​ໄດ້​ປ່ອຍ​ໃຫ້​ຂໍ້​ມູນ​ຮົ່ວ​ໄຫລ. ຂ້າພະ​ເຈົ້າ​ໄດ້​ເຫັນ​ຂໍ້ມູນ​ນີ້ ໄດ້​ອ່ານ​ຂໍ້​ມູນ ຢູ່ ນອກ​ການ​ປະຊຸມ​ນັ້ນ ທັງ​ໝົດ​ເປັນ​ຂ່າວ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ມັນ​ເປັນຂອງປອມ ມັນ​ບໍ່​ໄດ້​ເກີດ​ຂຶ້ນ.”

ທະນາຍ​ຄວາມ​ຂອງ​ປະທານາທິບໍດີ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ທ່ານ Michael Cohen ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ການ​ກ່າວ​ຫາ ​ຢູ່​ໃນ​ເອກະສານ​ນັ້ນ​ແມ່ນບໍ່​ຖືກຕ້ອງ ​ແລະໄດ້​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ເພື່ອ​ມຸ່ງ​ຮ້າຍ​ຕໍ່​ທ່ານ​ ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG