ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ ອິນໂດເນເຊຍ ແລະຣັດເຊຍ ຈະຮ່ວມມືກັນ ສຶບສວນເບິ່ງ ເຮືອບິນຕົກ


ທະຫານມາຣີນອິນໂດເນເຊຍ ພວມສຶກສາເບິ່ງແຜນທີ່ ບ່ອນທີ່ເຮືອບິນຕົກ ໃນເຂດປ່າສະຫງວນ Halimun ໃກ້ໆເມືອງ Bogor (10 ພຶດສະພາ 2012)
ທະຫານມາຣີນອິນໂດເນເຊຍ ພວມສຶກສາເບິ່ງແຜນທີ່ ບ່ອນທີ່ເຮືອບິນຕົກ ໃນເຂດປ່າສະຫງວນ Halimun ໃກ້ໆເມືອງ Bogor (10 ພຶດສະພາ 2012)

ເຈົ້າ​ໜ້າ​ທີ່ອີນ​ໂດ​ເນ​ເຊຍ ​ແລະຣັດ​ເຊຍ ໃຫ້​ຄຳ​ໝັ້ນສັນຍາທີ່​ຈະ​ຮ່ວມ​ມື​ກັນ​ ​ໃນ​ການ
ສືບສວນ​ເບິ່ງ​ວ່າ ແມ່ນຫຍັງ​ຄື​ສາ​ເຫດ​ ທີ່​ເຮັດ​ໃຫ້​ເຮືອບິນ​ໂດຍສານ​ຂອງຣັດ​ເຊຍ
ບິນ​ເຂົ້າຕຳ​ເຈີ້ຍພູໄຟ​ທີ່​ບໍ່ໄດ້ລະ​ເບີດ​ ຢູ່​ທິດໃຕ້​ຂອງ​ກຸງຈາກາ​ຕາ ​ໃນອາທິດ​ນີ້.

​ເຈົ້າ​ໜ້າ​ທີ່​ກ່າວ​ອີກ​ວ່າ ​ຜູ້​ໂດ​ຍສານຫຼາຍ​ເຖິງ 50 ຄົນ​ທີ່ຢູ່​ໃນ​ເຮືອບິນລຳ​ນັ້ນ ມີ​ທ່າ
​ທາງວ່າ​ຄົງ​ຈະ​ເສຍ​ຊີວິດ ​ເວລາ​ເຮືອບິນ ບິນ​ເຂົ້າ​ຕໍາ​ໜ້າ​ຜາ​ທີ່​ສູງ​ຊັນຂອງ​ພູ Salak ​
ໃນ​ຄວາມ​ໄວ​ເຖິງ 800 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງໃນ​ ວັນ​ພຸດ​ແລ້ວ​ນີ້.

ປະທານາທິບໍດີອິ​ນ​ໂດ​ເນ​ເຊຍ ທ່ານ Susilo Mambang Yudhoyono ກ່າວ​ຕໍ່​ບັນ
ດາຄອບຄົວ​ພວກ​ທີ່ເຄາະ​ຮ້າຍໃນ​ວັນ​ສຸກ​ນີ້​ວ່າ ຣັດ​ເຊຍ ​ແລະອີນ​ໂດ​ເນ​ເຊຍ ​ໄດ້​ຕົກ
ລົງ​ທີ່​ຈະປະຕິບັດ​ງານ​ຮ່ວມ​ກັນ ໃນ​ການ​ກູ້ໄພ​ແລະຊ​ອກຫາພວກ​ທີ່​ໄດ້​ຮັບ​ເຄາະ.

ທ່ານ​ກ່າ​ວວ່າ “ມື້​ຄືນ​ນີ້ ຂ້າພະ​ເຈົ້າ​ ​ໄດ້​ລົມ​ກັບ ປະທານາທິບໍດີຣັດ​ເຊຍ ທ່າ​ນ Vladimir
Putin. ພວກ​ເຮົາ​ມີ​ຄວາມ​ເສົ້າ​ສະຫລົດ​ໃຈ ​ໃນ​ສິ່ງ​ທີ່​ເກີດ​ຂື້ນ. ມັນ​ແມ່ນ​ເຮືອ​ບິນຂອງຣັດ​
ເຊຍ ​ແຕ່​ວ່າ​ຜູ້​ໂດຍສານ​ສ່ວນ​ໃຫ່ຍ​ແມ່ນ​ຊາວ​ອີນ​ໂດ​ເນ​ເຊຍ. ປະທານາທິບໍດີ Putin ​ກໍ
ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ. ພວກ​ເຮົາ​ໄດ້​ຕົກລົງທີ່​ຈະ​ປະຕິບັດ​ງານ​ຮ່ວມ​ກັນ ​ໃນ​
ການ​ຊອກ​ຫາ ກູ້​ໄພ​ຫຼືຍົກຍ້າຍ ​ແລະ​ສືບສວນ​ວ່າແມ່ນຫຍັງ​ໄດ້​ເກີດ​ຂື້ນ.

ພວກ​ກູ້ໄພຄະນະ​ນຶ່ງ ​ໃຊ້​ອຸປະກອນ​ປີນ​ພູ ຄົ້ນ​ຫາຕາມ​ໜ້າຜາ ​ເທົ້າ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໄດ້​
ພົບ​ເຫັນສົບ​ຄົນ​ຕາຍ ຢ່າງ​ນ້ອຍ 10 ​ສົບ​ຢູ່​ທີ່​ບ່ອນ​ເກີດ​ເຫດ. ​ເນື່ອງ​ຈາກດີ​ນ​ຟ້າ​ອາກາດ
ບໍ່​ອໍາ​ນວຍ​ເຮັດ​ໃຫ້ການ​ພະຍາຍາມ​ຍົກ ຍ້າຍ​ຊາກ​ສົບອອກ​ມາ​ໂດຍ​ທາງ​ເຮຣີຄອບ​ເຕີ້ນັ້ນ
​ຕ້ອງໄດ້​ປະສົບ​ບັນຫາ

XS
SM
MD
LG