ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ເປັນເຈົ້າພາບ ຈັດການເຈລະຈາ ກັບຝ່າຍຄ້ານ ຊີເຣຍ


ລັດຖະມົນຕີການຕ່າງປະເທດ ທ່ານ Sergei Lavrov, ເປັນເຈົ້າ ພາບຈັດກອງປະຊຸມກັບຫົວໜ້າສະພາປົກຄອງ ຊົ່ວຄາວແຫ່ງຊາດຊີເຣຍ.
ລັດຖະມົນຕີການຕ່າງປະເທດ ທ່ານ Sergei Lavrov, ເປັນເຈົ້າ ພາບຈັດກອງປະຊຸມກັບຫົວໜ້າສະພາປົກຄອງ ຊົ່ວຄາວແຫ່ງຊາດຊີເຣຍ.

ລັດຖະມົນຕີ​ການຕ່າງປະ​ເທດຣັດ​ເຊຍ ທ່່ານ Sergei Lavrov ​ໄດ້ເປັນ​ເຈົ້າ ພາບຈັດກອງ​
ປະ​ຊຸມກັບ​ຫົວໜ້າສະພາປົກຄອງ​ຊົ່ວຄາວ​ແຫ່ງ​ຊາດຊີ​ເຣຍ ຊຶ່ງ​ເປັນ​ກຸ່ມຝ່າຍ​ຄ້ານ​ທີ່ໃຫຍ່​ທີ່​
ສຸດ ​ຕໍ່ຕ້ານການ​ປົກ​ຄອງ​ຂອງປະທານາທິບໍດີ Bashar al-Assad.

​ໃນ​ວັນ​ພຸດມື້ນີ້ ທ່ານ Lavrov ​ໄດ້​ຢືນຢັນ​ອີກ​ເທື່ອ​ນຶ່ງ​ເຖິງ​ທ່າ​ທີ່​ຂອງຣັດ​ເຊຍ​ວ່າ ທັງ​ລັດຖະ
ບານ​ແລະພວກຝ່າ​ຍຄ້ານຂອງ​ຊີ​ເຣຍ ຕ້ອງ​ຍຸ​ຕິຄວາມ​ຮຸນ​ແຮງ​ທັງ​ໝົດ ​ແລະ​ປະຊາຊົນຊາວ
ຊີ​ເຣຍ ຕ້ອງ​ເປັນ​ຜູ້​ຕັດສິນ​ໃຈ​ກ່ຽວ​ກັບອະນາ​ຄົດ​ປະ​ເທດ​ເຂົາ ເຈົ້າ.

ບັນດາ​ນັກ​ການ​ທູດກ່າ​ວວ່າ ຣັດ​ເຊຍ​ທີ່​ເປັນ​ພັນທະ​ມິດໃກ້​ຊິດ​ຂອງທ່ານ Assad ​ໄດ້ແຈກ
​ຢາຍ​ຮ່າງ​ຍັດຕິ​ສະບັບ​ໃໝ່ຕໍ່ສະພາຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ທີ່ ຮຽກຮ້ອງ​ໃຫ້​ຕໍ່​
ອາຍຸ​ຄະນະສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊ​າຊາ​ດຢູ່​ໃນຊີ​ເຣຍ ຕື່ມອີ​ກສາມ​ເດືອນ.

ຮ່າງ​ຍັດຕິ​ສະບັບ​ນີ້​ໄດ້ຮ້ອງ​ຂໍ​ໃຫ້​ຄະນະ​ສັງ​ເກດ​ການ ​ຊອກ​ຫາ​ຊ່ອງ​ທາງແກ້ໄຂ ດ້ານການ
​ເມືອງ​ຕໍ່ວິ​ກິດ​ດັ່ງກ່າວ ​ແຕ່​ບໍ່​ໄດ້​ກ່າວເຖິງ ​ການ​ລົງ​ໂທດໃດໆ​ເລີຍ.

ສະພາຄວາມ​ໝັ້ນຄົງຕ້ອງຕັດສິນ​ໃຈ​ພາຍໃນ​ວັນ​ທີ 20 ​ເດືອນ​ກໍລະກົດນີ້ວ່າ ຈະ​ຕໍ່ອາຍຸ
ການ​ປະຕິບັດ​ງານຂອງ​ຄະນະ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ນັ້ນ​ຫລື​ບໍ່.

ຣັດ​ເຊຍ ​ແລະຈີນ ຕ່າງ​ກໍ​ໄດ້​ຂັດຂວາງ ​ໃນການສະ​ເໜີ​ຍັດຕິ​ສະບັບ​ກ່ອນ ຕໍ່​ອົງການ​
ສະຫະ​ປະຊາຊາດ​ເພື່ອແກ້​ໄຂບັນຫາຊີ​ເຣຍ.

ທູດ​ພິ​ເສດຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Kofi Annan ມີ​ກຳນົດ​ທີ່​ຈະ ລາ​ຍງານ
​ຕໍ່ສະພາ​ຄວາມ​ໝັ້ນຄົງ ​ໃນ​ວັນ​ພຸດມື້ນີ້ ລຸນ​ຫຼັງທີ່​ທ່ານ​ໄດ້ສົນ​ທະນາ ຫາລື​ກ່ຽວ​ກັບວິ​ກິດ
​ການດັ່ງກ່ວ ​ໃນ​ຕົ້ນ​ອາທິດນີ້​ກັບບັນດາ​ຜູ້ນຳຊີ​ເຣຍ ອີຣ່ານ ​ແລະ​ອີຣັກ.

XS
SM
MD
LG