ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ຝ່າຍຕາເວັນຕົກ ເປັນແບບຢ່າງບໍ່ດີ ໃນ ຢູເຄຣນ (ວີດີໂອ/ສະໄລດ໌)


Who Are Those Armed Men in Crimea?
please wait

No media source currently available

0:00 0:02:01 0:00
ລິງໂດຍກົງ
ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍກ່າວ​ວ່າ
ຝ່າຍ​ຕາ​ເວັນ​ຕົກໄດ້​ໃຫ້​ “ແບບ​ຢ່າງ​ທີ່​ບໍ່​ດີ” ​ໂດຍ​ໃຫ້ການ​ສະໜັບ
ສະໜຸນ​ແກ່​ພວກ​ປະ​ທ້ວງ​ຢູ​ເຄຣນທີ່ຣັດ​ເຊຍ ກ່າວ​ຫາ​ວ່າເປັນ​ການ
ກໍ່​ລັດຖະປະຫານ “ທີ່​ບໍ່​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ” ນັ້ນ.

ທ່ານ Lavrov ໃຫ້ຄວາມເຫັນດັ່ງກ່າວ ​ໃນວັນ​ພຸດ​ມື້​ນີ້ທີ່​ກຸງ Madrid
ໂດຍຢືນຄຽງ​ຂ້າງ ​ກັບ​ລັດຖະມົນຕີຕ່າງປະເທດ Jose Manuel
Garcia-Margallo ​ແຫ່ງ​ປະ​ເທດສະ​ເປ​ນ. ທ່ານ Lavrov ຈະ​ພົບ
​ປະກັນ​ກັບ​ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​
ໃນ​ຕອນ​ບ່າຍ​ມື້​ນີ້ ທີ່​ກຸງປາຣີບ່ອນ​ທີ່ພວກ​ເຈົ້າ​ໜ້າ​ທີ່​ທັງສອງ​ຈະ​ເຂົ້າ
​ຮ່ວມ​ໃນ​ກອງ​ປະຊຸມ​ວ່າ​ດ້ວຍ​ເລ​ບາ​ນອນ​ນັ້ນ.

US-Ukraine
please wait
Embed

No media source currently available

0:00 0:00:53 0:00


​ບັນດາ​ຜູ້ນຳ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ຮຽກຮ້ອງ​ໃຫ້​ລົດ​ຜ່ອນຄວາມ​ເຄັ່ງ​ຕຶງ​ລົງ ທີ່​ເກີດ​ຂຶ້ນ​ເວລາ​
ກຳລັງ​ຂອງຣັດ​ເຊຍ​ເຄື່ອນ​ເຂົ້າ​ໄປ​ໃນ​ແຫຼມ Crimea ຂອງ​ຢູ​ເຄຣນ​ໃນທ້າຍ​ສັບປະດາ​ຜ່ານ​
ມາ​ນີ້. ຝ່າຍ​ຕາ​ເວັນ​ຕົກ​ໄດ້​ສະ​ເໜີ​ແນະ​ວ່າ ວິ​ກິດ​ການ​ດັ່ງກ່າວ ​ສາມາດ​ແກ້​ໄຂ​ໄດ້ ຖ້າ​ຫາກ
ຣັດ​ເຊຍ​ຖອນ​ກຳລັງ​ຂອງ​ຕົນ​ກັບຄືນເຂົ້າຄ້າຍ ໃນແຫຼມ Crimea ​ແລະ​ອະນຸຍາດ​ໃຫ້​ພວກ​
ເຈົ້າ​ໜ້າ​ທີ່​ສັງເກດການນາໆ​ຊາດ​ເຂົ້າ​ໄປກວດກາເບິ່ງ.

​ແຕ່​ທ່ານ Lavrov ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ຣັດ​ເຊຍ​ບໍ່​ສາມາດ​ສັ່ງ​ການ​ພວກ​ກຳລັງ​ທີ່​ນິຍົມຣັດ
​ເຊຍ​ໃນ​ແຫຼມ Crimea ​ໄດ້ ຊຶ່ງ​ທ່ານ​ບັນ​ລະ​ຍາຍ​ວ່າ ​ເປັນ “ກຳລັງ​ປ້ອງ​ກັນ​ຕົນ​ເອງ​ນັ້ນ​” ກັບ​
ຄືນ​ສູ່​ຄ້ຍ​ຂອງ​ພວກເຂົາເຈົ້າ ​ເພາະວ່າ ພວກ​ເຂົາ​ເຈົ້າ​ບໍ່​ແມ່ນ​ກຳລັງ​ຂອງຣັດ​ເຊຍ. ທ່ານ​ກ່າວ​
ຕໍ່​ໄປ​ວ່າ ພວກ​ທະຫານ​ກອງທັບ​ເຮືອ​ຂອງຣັດ​ເຊຍທີ່ປະຈຳ​ຢູ່​ທະ​ເລ​ດຳແມ່ນ​ຢູ່ໃນທີ່ໝັ້ນ​ຂອງ​
ຕົນຕາມ​ປົກກະຕິ.

Should US Get Involved in Ukraine Crisis?
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ


​ແລະ​ທ່ານ Lavrov ກ່າວ​ຕື່ມ​ວ່າ ການ​ອະນຸຍາດ​ ໃຫ້​ພວກ​ເຈົ້າ​ໜ້າ​ທີ່ສັງເກດການ​ນາໆ​ຊາດ
​ເຂົ້າ​ໄປ​ໃນ​ແຫຼມ Crimea ນັ້ນບໍ່​ແມ່ນ​ການ​ຕັດສິນ​ໃຈ​ຂອງຣັດ​ເຊຍແຕ່​ມັນ​ເປັນການ​ຕັດສິນ
​ ໃຈ​ຂອງ​ຢູ​ເຄຣນ ​ແລະ​ເຈົ້າ​ໜ້າ​ທີ່​ຂອງ Crimea .

ອົງການ​ເນ​ໂຕ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ການ​ມີໜ້າ​ຂອງ​ທະຫານຣັດ​ເຊຍ​ໃນ​ຢູ​ເຄຣນ
ແມ່ນ “ມີຜົນຢ່າງຮ້າຍແຮງຕໍ່​ຄວາມ​ປອດ​ໄພ ​ແລະ​ສະຖຽນ​ລະ​ພາບໃນ​ຂົງເຂດ​ຢູ​ໂຣບ- ອັດ
​ລັງ​ຕິກ”.

ກຸ່ມພັນທະ​ມິດ​ເນໂຕແລະຣັດ​ເຊຍໄດ້​ຕົກລົງ​ທີ່​ຈະ​ພົບ​ປະກັນ​ໃນ​ວັນ​ພຸດມື້​ນີ້​ທີ່​ກຸງ Brussels ​
ເພື່ອ​ທຳ​ການ​ໂອ້​ລົມ​ກັນ​ ກ່ຽວ​ກັບ​ວິ​ກິດ​ການ​ໃນ​ຢູ​ເຄຣນ ອັນ​ເປັນ​ການ​ພົບ​ປະກັນ​ຢ່າງ​ເປີດ​
ເຜີຍ​ຄັ້ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ ນັບ​ແຕ່​ວິ​ກິດ​ການ​ໃນ Crimeaເລີ້ມ​ຂຶ້ນ.

XS
SM
MD
LG