ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov
ຮຽກຮ້ອງໃຫ້ເປີດການໂອ້ລົມສົນທະນາກັນ ລະຫວ່າງຝ່າຍ
ລັດຖະບານ Kyiv ແລະພວກຫົວແບ່ງແຍກດິນແດນ ນິຍົມ
ຣັດເຊຍ ໃນພາກຕາເວັນອອກສຽງໃຕ້ຂອງຢູເຄຣນທີ່ທ່ານ
ກ່າວວ່າ:
“ຣັດເຊຍເຊື່ອວ່າ ການໂອ້ລົມສົນທະນາກັນ ລະຫວ່າງ
ບັນດາເຈົ້າໜ້າທີ່ Kyiv ແລະພວກຝ່າຍຄ້ານຂອງເຂົາ
ເຈົ້າສາມາດຈັດຕັ້ງຂຶ້ນໄດ້ຫຼືເລີ້ມໃນຂອບຂອງອົງການ
ເພື່ອຄວາມປອດໄພແລະການຮ່ວມມືກັນໃນຢູໂຣບນັ້ນ.
ພວກເຮົາຫວັງວ່າ ພວກຄູ່ພາຄີຂອງເຮົາ ເພື່ອນຮ່ວມ
ງານຝ່າຍຕາເວັນຕົກຂອງເຮົາຈະປະປ່ອຍໃຫ້ປະຊາຊົນຢູເຄຣນຈັດຕັ້ງການໂອ້ ລົມສົນທະນາກັນນີ້ໂດຍບໍ່ມີອຸບປະສັກຂັດຂວາງທີ່ສຳຄັນໆໃດໆ.”
ລັດຖະມົນຕີຕ່າງປະເທດຣັດເຊຍກ່າວຖ້ອຍຖະແຫຼງດັ່ງກ່າວໃນລະຫວ່າງການຢ້ຽມຢາມ Peru.
ໃນພາກຕາເວັນອອກຂອງຢູເຄຣນນັ້ນ ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ ກ່າວໃນວັນພຸດ
ວານນີ້ວ່າ ພວກມືປືນນິຍົມຣັດເຊຍຈຸນຶ່ງໄດ້ເຂົ້າຄວບຄຸມຕຶກໂຮງການສະພາປົກ
ຄອງເມືອງ ໃນເມືອງ Horlivka ທີ່ມີປະຊາຊົນ 290 ພັນຄົນ ທາງພາກເໜືອຂອງ
ເມືອງ Donetsk ຊຶ່ງເປັນສູນກາງອຸດສາຫະກຳນັ້ນ. ປັດຈຸບັນນີ້ ພວກຫົວແບ່ງແຍກ
ດິນແດນໄດ້ຄວບຄຸມປະມານສິບກວ່າຫົວເມືອງ ໃນເຂດອຸດສາຫະກຳທາງພາກຕາ
ເວັນອອກຂອງຢູເຄຣນ ຮວມທັງເມືອງ Donetsk ບ່ອນທີ່ພວກກະບົດໄດ້ກຳນົດໃຫ້
ມີການລົງປະຊາມະຕິ ກ່ຽວກັນການແຍກໂຕອອກ ໃສ່ວັນທີ 11 ເດືອນນີ້.
ການລົງປະຊາມະຕິໃນທຳນອງດຽວກັນນີ້ໄດ້ມີຂຶ້ນໃນເດືອນແລ້ວນີ້ ທີ່ໄດ້ພາໃຫ້
ຣັດເຊຍປະກາດຮວມເອົາແຫລມໄຄຣເມຍເຂົ້າເປັນດິນແດນ ສ່ວນນຶ່ງຂອງຕົນນັ້ນ.
ປະທານາທິບໍດີຮັກສາການຊົ່ວຄາວຂອງຢູເຄຣນ ທ່ານ Oleksandr Turchynov
ໄດ້ກ່າວວ່າ ລັດຖະບານຂອງທ່ານ “ຊ່ອຍເຫຼືອຫຍັງບໍ່ໄດ້” ໃນການປາບຂະບວນ
ການແບ່ງແຍກດິນແດນນິຍົມຣັດເຊຍທີ່ພວມເພີ່ມຂຶ້ນເລື້ອຍໆ ໃນສອງຂົງເຂດ
ທາງພາກຕາເວັນອອກຂອງປະເທດ ແລະບໍ່ສາມາດຄວບຄຸມພວກທະຫານຂອງ
ຕົນໄດ້.
Russian Foreign Minister Sergei Lavrov has called for talks between Kyiv and pro-Russian separatists in southeastern Ukraine.
"Russia believes that this dialogue between the authorities in Kyiv and their opponents could be established, or launched in the framework of the Organization for Security and Cooperation in Europe. We hope that our partners, our Western colleagues allow Ukrainians to establish this dialogue without major impediment.''
The prime minister spoke during a visit to Peru.
In eastern Ukraine, local authorities said Wednesday pro-Russian gunmen seized control of a city council building in Horlivka, a city of 290,000 residents north of the industrial hub of Donetsk. Separatists now control about a dozen cities in Ukraine's industrial east, including Donetsk, where rebels have set a referendum on secession for May 11.
A similar vote last month led to Russia's annexation of the Crimean peninsula.
Ukraine's interim president Oleksandr Turchynov has said his government is "helpless" to quell the growing pro-Russian separatist movement in two eastern regions and cannot control its own troops.
Meanwhile, the International Monetary Fund slashed Russia's growth forecast for 2014 from 1.3 percent to 0.2 percent. The IMF says its decision took into account "the significant level of uncertainty" related to geopolitical tensions and sanctions against Russia for its role in the Ukraine crisis.