ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູເຄຣນວ່າ ສັນຍາໃໝ່ ທີ່ເຊັນກັບ ຣັດເຊຍ ຈະຊ່ວຍຟື້ນຟູ​ ເສດຖະກິດ​ (ສະໄລດ໌)


ນາຍົກລັດຖະມຸນ​ຕີ ຢູ​ເຄຣນ ທ່ານ Mykola Azarov ຖະແຫຼງ ຕໍ່ກອງປະຊຸມ ຄະນະລັດຖະບານ ຢູເຄຣນ
ນາຍົກລັດຖະມຸນ​ຕີ ຢູ​ເຄຣນ ທ່ານ Mykola Azarov ຖະແຫຼງ ຕໍ່ກອງປະຊຸມ ຄະນະລັດຖະບານ ຢູເຄຣນ
ນາຍົກລັດຖະມຸນ​ຕີ ຢູ​ເຄຣນ ທ່ານ Mykola Azarov ກ່າວ​ວ່າ
ການເຊັນ​ສັນຍາ​ຊ່ວຍ​ເຫລື​ອສະບັບ​ໃໝ່ ກັບຣັ​ດ​ເຊຍ ຈະ​ອໍາ
ນວຍ​ໃຫ້ຢູ​ເຄຣນ ສາມາດ​ຟື້ນຟູ​ເສດຖະກິດ​ຂອງ​ຕົນຄືນ​ມາ​ໄດ້
​ແລະ​ຫລີກ​ລ່ຽງ​ການ​ລົ້ມລະລາ​ຍ ​ແຕ່​ວ່າ ການ​ປະ​ທ້ວງ​ສະໜັບ
ສະໜູນ​ສະຫະພາບ​ຢູ​ໂຣບ ຍັງ​ສືບ​ຕໍ່​ຢູ່​ໃນ​ກຸງ Kiev ​ແລະ​ໃນ
ເມືອງອື່ນໆ​ຂອງ​ຢູ​ເຄຣນ.

ທ່ານ Azarov ​ໄດ້​ຖະ​ແຫລ​ງ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ
ປະທານາທິ ບໍດີ ຣັດ​ເຊຍ ທ່ານ Vladimir Putin ​ແລະ ປະທາ
ນາທິບໍດີຢູ​ເຄຣນ ທ່ານ Viktor Yanukovych ​ໄດ້​ສົນທະນາ
​ກັນ​ທີ່ ກຸງມົສ​ກູ ຊຶ່ງ​ທ່ານ Putin ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ ທີ່ຈະ​ລຸດ
ລາຄາ​ແກັສທໍາ​ມະ​ຊາດ ທີ່​ສົ່ງໃຫ້ ຢູ​ເຄຣນນັ້ນ ລົງ​ນຶ່ງ​ສ່ວນສາມ​
ແລະ​ໃຫ້​ເງິນກູ້​ຢືມ 15 ພັນ​ລ້ານ​ໂດ​ລາ.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Vitaly Kitschko ສະ​ແດງ​ປະຕິກິລິຍາ
ຕໍ່ຂ່າວດັ່ງກ່າວ ດ້ວຍຄວາມສົງ​ໄສ​ບໍ່​ແນ່​ໃຈໃນ​ວັນ​ອັງຄານ​ວານ​ນີ້ ​
ແລະ​ໄດ້ ກ່າວ​ຕໍ່​ພວກສະໜັບ​ສະ​ໜູນທ່ານ​ວ່າ ປະທານາທິບໍດີ
Yanukovych ​ໄດ້​ມອບຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດຂອງ​ຢູ​ເຄຣນ ​ຕະຫລອດ​ທັງເອກ​ກະລາດ ​
ແລະ​ໂອກາດ​ທຸກ​ຢ່າງ​ສໍາລັບຊີວິດ​ທີ່​ດີຂຶ້ນ ຂອງ​ຊາວ​ຢູ​ເຄຣນນັ້ນ ​ໃຫ້​ແກ່​ຣັດ​ເຊຍ.

ການ​ປະ​ທ້ວງ​ລັດຖະບານ ​ໃນ​ຢູ​ເຄຣນ ​ໄດ້​ເລີ້ມ​ຂື້ນ​ເດືອນ​ນຶ່ງ​ທີ່​ຜ່ານ​ມາ ​ເວລາ​ທ່ານ
Yanukovych ປະຕິ​ເສດ​ ທີ່​ຈະ​ເຊັນສັນຍາການ​ຄ້າ​ ກັບ ສະຫະພາບ​ຢູໂຣບ ເພື່ອ​ເລືອກ
​ເອົາການຜູກ​ສາຍ​ພົວພັນ​ທີ່​ໃກ້ຊິດຍິ່ງ​ຂຶ້ນ ​ກັບຣັດ​ເຊຍ. ນີ້​ແມ່ນ​ວິ​ກິດ​ການ ດ້ານ​ການ​ເມືອງ
​ທີ່​ໃຫຍ່ທີ່ສຸດ​ຂອງຢູ​ເຄຣນ ​ໃນ​ຮອບສິບ​ປີ​ທີ່​ຜ່ານ​ມາ.

XS
SM
MD
LG