ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຂະບວນ ລົດຂົນສົ່ງ ຣັດເຊຍ ໃກ້ຈະຮອດ ຊາຍແດນ ຢູເຄຣນແລ້ວ (ສະໄລດ໌/ວີດີໂອ)


ເຮືອບິນເຮລີຄອບເຕີທະຫານຣັດເຊຍ ຕຽມຈະລົງ ໃກ້ກັບຂະບວນລົດຂົນສົ່ງ ບັນທຸກເຄື່ອງຊ່ອຍເຫຼືອ ດ້ານມະນຸດສະທຳ ທີ່ຈອດຢູ່ ໃກ້ກັບຊາຍແດນຢູເຄຣນ ໃນເຂດເມືອງ Rostov-on-Don ຂອງຣັດເຊຍ
ວັນທີ 14 ສິງຫາ, 2014.
ເຮືອບິນເຮລີຄອບເຕີທະຫານຣັດເຊຍ ຕຽມຈະລົງ ໃກ້ກັບຂະບວນລົດຂົນສົ່ງ ບັນທຸກເຄື່ອງຊ່ອຍເຫຼືອ ດ້ານມະນຸດສະທຳ ທີ່ຈອດຢູ່ ໃກ້ກັບຊາຍແດນຢູເຄຣນ ໃນເຂດເມືອງ Rostov-on-Don ຂອງຣັດເຊຍ ວັນທີ 14 ສິງຫາ, 2014.

ລາຍ​ງານ​ຂ່າວ​ກ່າວ​ວ່າ ລົດຂົນ​ສົ່ງຂອງຣັດ​ເຊຍ​ຂະ​ບວນ​ນຶ່ງກຳລັງ​
ເຄື່ອນເຂົ້າ​ໄປ​ໃກ້ຊາຍ​ແດນ​ຂອງ​ຢູ​ເຄຣນ ​ໃນ​ທ່າມກາງ​ສຽງຍິງ​ປືນ​
ໃຫຍ່ ຢູ່​ໃນ​ເຂດ​ເມືອງ Donetsk ທີ່ຢູ່​ໃຕ້​ ການ​ຄວບ​ຄຸມ​ຂອງ​ພວກ​
ກະບົດ​ນິຍົມຣັດ​ເຊຍ​ນັ້ນ.

ຂະ​ບວນລົດຂົນ​ສົ່ງ​ ເກືອບ 300 ຄັນດັ່ງ​ກ່າວ ຊຶ່ງບັນທຸກອັນ​ທີ່ຣັດ​
ເຊຍ ກ່າວ​ວ່າ ການ​ຊ່ອຍ​ເຫລືອ​ດ້ານ​ມະນຸດສະທຳ ​ໄດ້ອອກເດີນ
ທາງໄປ​ຍັງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນທີ່​ໄດ້​ຖືກ​ທຳລາຍ​ຍ້ອນ ​
ສົງຄາມ​ນັ້ນອີກ​ໃນ​ວັນ​ພະຫັດ​ມື້​ນີ້.

ຂະ​ບວນລົດ​ດັ່ງກ່າວ ໄດ້​ແລ່ນ​ອອກ​ຈາກ​ເມືອງ Voronezh ທາງ​
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຣັດ​ເຊຍ​ ບ່ອນ​ທີ່​ມັນ​ໄດ້​ຢຸດ​ຢູ່ ​ໃນ​ຂະນະ​ທີ່​ມີ​ບັນ​ຫາ​ໂຕ້​ແຍ້​ງ ກັນ ກ່ຽວ​ກັບ​ເຄື່ອງຂອງ​ຢູ່​ໃນ​ລົດ ​ແລະຈຸດ​ໝາຍ​ປາຍທາງ​ສຸດ​ທ້າຍ​ຂອງ​ຂະ​ບວນລົດ​.

ມົສກູ ຢືນ​ຢັດ​ວ່າ ຕົນ​ໄດ້​ປະສານ​ງານ​ການ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ນີ້​ກັບ
ສະພາກາ​ແດງ​ສາກົນ ​ແຕ່​ໃນ​ວັນ​ພຸດ​ວານ​ນີ້ ພວກຜູ້ຕາງໜ້າ​ ສະພາກາ​ແດງ​ສາກົນ ຫຼື
ICRC ກ່າວ​ວ່າ ຕົນ​ບໍ່​ຮູ້ຈັກ​ຫຍັງ​ກ່ຽວ​ກັບ​ຈຸດໝາຍ​ປາຍທາງ​ສຸດ​ທ້າຍ​ ຂອງ​ຂະ​ບວນລົດ
ດັ່ງກ່າວ.

ລັດຖະບານ Kyiv ທີ່​ກ່າວ​ຫາຣັດ​ເຊຍ​ວ່າ ​ ປະກອບ​ອາວຸດ​ແລະ​ໃຫ້ການສະໜັບສະໜຸນ
ແກ່​ພວກ​ກະບົດ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ນັ້ນ ​ໄດ້​ສະ​ແດງ​ຄວາ​ມສົງ​ໄສ​ອອກ​
ມາ​ຊ້ຳ​ແລ້ວ​ຊ້ຳ​ອີກ ວ່າ​ມົສກູພວມໃຊ້​ຂະ​ບວນລົດ​ເຫຼົ່າ​ນີ້ ​ເປັນ​ຂໍ້​ອ້າງ​ສຳລັບ​ການ​ຮຸກ​ຮານ​
ຢ່າງ​ເຕັມອັດຕາ ເຂົ້າໄປໃນຢູເຄຣນ. ​ໃນ​ວັນ​ພຸດ​ວານ​ນີ້ ມົສກູເອີ້ນ​ການ​ກ່າວ​ຫາດັ່ງກ່າວ
ວ່າ “​ໄຮ້​ສາລະ”.

ukraine14august14
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG