ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກບິນອະວະກາດ ສຫລ ແລະ ຣັດເຊຍ ຈະໃຊ້ ເວລາ 1 ປີ ຢູ່ເທິງ ສະຖານີອະວະກາດ


ນັກບິນອະວະກາດສະຫະລັດ ທ່ານ Scott Kelly (ຊ້າຍ) ແລະ ນັກເຫາະຈັກກະວານຣັດເຊຍ ທ່ານ Gennady Padalka.
ນັກບິນອະວະກາດສະຫະລັດ ທ່ານ Scott Kelly (ຊ້າຍ) ແລະ ນັກເຫາະຈັກກະວານຣັດເຊຍ ທ່ານ Gennady Padalka.

ນັກ​ບິນ​ອະວະ​ກາດສະຫະລັດ ຄົນ​ນຶ່ງ ​ແລະ​ນັກ​ເຫາະ​ຈັກກະ
ວານ ຣັດ​ເຊຍ ຄົນ​ນຶ່ງ ​ໄດ້ໄປຮອດສະຖານີ​ອະວະກາດ​ນາໆ​
ຊາດແລ້ວ ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ຈະ​ຢູ່​ທີ່​ນັ້ນ ​ເປັນ​ເວລາ​ນຶ່ງ​ປີ
ຊຶ່ງເປັນ​ການປະຕິບັດງານດົນນານ​ທີ່​ສຸດ​ແບບ​ບໍ່​ມີ​ມາ​ກ່ອນຢູ່ ​
ທີ່ສະຖານີ​ອະວະກາດດັ່ງກ່າວ.

ຜູ້​ຊາຍທັງສອງ​ ​ແລະ​ນັກເຫາະ​ຈັກກະວານ ຄົນ​ທີສອງ ແມ່ນ
ເດີນທາງຂຶ້ນໄປກັບ ຍານອະວະກາດ Soyuz ຂອງຣັດ​ເຊຍ
ທີ່ໄດ້ຖືກສົ່ງ​ຂື້ນ​ສູ່ວົງໂຄຈອນໃນ​ວັນ​ເສົາ​ມື້​ນີ້ ຈາກສູນກາງສົ່ງ
ຍານອະວະກາດ Baikonur ຂອງຣັດເຊຍ​ໃນ Kazakhstan.
ຍານອະວະກາດດັ່ງກ່າວ ​ໄດ້​ຖືກ​ສົ່ງ​ຂື້ນ ​ໃນ​ຕອນ​ເຊົ້າມືດມື້ນີ້​
ຕາມ​ເວລາ​ທ້ອງ​ຖິ່ນ ​ແລະ​ໄດ້​ເຂົ້າ​ຈອດ​ຢູ່ທີ່ສະຖານີ​ອະວະກາດນາໆຊາດແລ້ວ ​ໃນ​ເວລາ
6 ຊົ່ວ​ໂມງ​ຕໍ່​ມາ.

ນັກ​ບິ​ນອະວະກາດຂອງອົງການ NASA ທ່ານ Scott Kelly ​ແລະ ນັກ​ເຫາະ​ຈັກກະວານ
ທ່ານ Mikhail Komienko ຊຶ່ງທັງ​ສອງ​ຄົນ ແມ່ນມີ​ອາຍຸ​ເລີ້​ມເຂົ້າ ຫ້າ​ສິບ​ປີກວ່າໆຈະ​ພາ
ກັນ​ຢູ່ທີ່ສະຖານີ​ອະວະກາດຈົນ​ຮອດ​ເດືອນ​ມີນາ​ປີໜ້າ. ບັນ ດາ​ນັກວິທະຍາສາດຫວັງ​ວ່າ​
ຈະ​ໄດ້​ສຶກສາ​ກ່ຽວ​ກັບຜົນກະທົບ​ທາງດ້ານ​ຮ່າງກາຍ ​ແລະ​ດ້ານ​ຈິດ​ໃຈຂອງ​ການ​ຢູ່​ໃນ
​ອະວະກາ​ດ ​ໃນ​ຂະນະ​ທີ່​ພວກ​ຜູ້​ຊາຍ​ທັງສອງຈະ ຢູ່​ກາຍກຳນົດ​ 6 ​ເດືອນ ຕາມເວລາ​ປົກ​
ກະຕິຢູ່​ທີ່ໃນ​ສະຖານີອະວະກາດດັ່ງກ່າວ.

ອົງການ NASA ຈະ​ໃຊ້​ຂໍ້ມູນທີ່ສຶກສາຈາກການປະຕິບັດງານນີ້ ເພື່ອວາງແຜນ ໃນການ
​ສຳ​ຫລວດ​ດາວພະ​ອັງຄານໃນອະນາຄົດ ທີ່​ອາດຈະໃຊ້ເວລາ ສອງຫາ​ສາມ​ປີ.

ສ່ວນຝາແຝດຂອງນັກ​ບິນ​ອະວະກາດ Kelly ​ກໍປະກອບສ່ວນເຂົ້າ​ຮ່ວມການຄົ້ນ​ຄວ້າ​ຢູ່
ໂລກ​ມະນຸດ. ທ່ານ Mark Kelly ນັກ​ບິນ​ອະວະກາດ ທີ່​ອອກ​ບຳນານ​ໄປແລ້ວນັ້ນ ຈະ​ດຳ​
ເນີນ​ການ​ທົດ​ລອງ​ແບບດຽວກັນ​ຢູ່​ໂລກ​ມະນຸດຄື​ດັ່ງ​ກັບນ້ອງ​ຊາຍ ​ຂອງ​ລາວໄດ້ເຮັດຢູ່​
ໃນອະວະກາດ ​ເພື່ອ​ໃຫ້​ນັກວິທະຍາສາດ ປຽບ​ທຽບກັນ.

ນອກນັ້ນແລ້ວຢູ່​ເທິງຍານ​ອະວະກາດ Soyuz ກໍຍັງ​ໄດ້​ມີນັກເຫາະຈັກກະວານ ອະວຸໂສ
Gennady Padalka ທີ່​ຈະ​ກັບ​ຄືນ​ມາ​ສູ່ໂລກ​ມະນຸດ ​ໃນ​ເດືອນ​ກັນຍາ ຫລັງ​ຈາກ​ໄດ້​ຢູ່
ທີ່ສະຖານີ​ອະວະກາດ​ ມາ​ເປັນ​ເວລາ 878 ມື້​ ໃນລະຫວ່າງການ ປະຕິບັດງານ​ຂອງ​ທ່ານ
ທີ່​ຫລາຍ​ກວ່າ​ທຸກໆ​ຄົນ.

ທັງ​ສາມ​ຄົນ​ຈະໄປຢູ່​ຮ່ວມ​ກັບບັນດາ​ນັກ​ບິນ​ອະ​ວະ​ກາດ ທີ່​ໄດ້​ຢູ່​ໃນ​ສະຖານີອະວະກາດ
ນາໆຊາດ​ ມາກ່ອນ​ແລ້ວ​ນັ້ນ.

US Russia Space
please wait
Embed

No media source currently available

0:00 0:01:18 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG