ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີລາຍງານ ທູດຣັດເຊຍ ແຈ້ງໃຫ້ມົສກູ ຊາບວ່າ ທ່ານ Kushner ຢາກໃຫ້ມີ ການຕິດຕໍ່ສ່ວນໂຕ


ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ Jared Kushner (ຂວາ) ໃນການພົບປະສຸດຍອດ ລະຫວ່າງ ປ. ດໍໂນລ ທຣຳ (ຊ້າຍ) ແລະພວກຜູ້ນຳ ສະພາການ ຮ່ວມມືເຂດອ່າວເປີເຊຍ ທີ່ສູນປະຊຸມ ກະສັດ Abdulaziz ໃນນະຄອນຣິຢາດ ປະເທດຊາອຸດີ ອາຣາເບຍ. (21 ພຶດສະພາ 2017)
ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ Jared Kushner (ຂວາ) ໃນການພົບປະສຸດຍອດ ລະຫວ່າງ ປ. ດໍໂນລ ທຣຳ (ຊ້າຍ) ແລະພວກຜູ້ນຳ ສະພາການ ຮ່ວມມືເຂດອ່າວເປີເຊຍ ທີ່ສູນປະຊຸມ ກະສັດ Abdulaziz ໃນນະຄອນຣິຢາດ ປະເທດຊາອຸດີ ອາຣາເບຍ. (21 ພຶດສະພາ 2017)

ໜັງສືພິມ Washington Post ລາຍ​ງານ​ວ່າ ທ່ານ Jared Kushner ລູກ​ເຂີຍ​ຂອງ
​ປະທານາທິບໍດີ ດໍ​ໂນ​ລ ທຣຳ ພ້ອມ​ທັງ​ເປັນ​ທີ່​ປຶກສາ​ຂອງ​ທ່ານ ​ໄດ້ຫາລື​ກັບ​ເອກ​ອັກ
ຄະ​ລັດຖະທູດຣັດ​ເຊຍ ປະຈຳ​ວໍ​ຊິງ​ຕັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ສ້າງ
ຕັ້ງຊ່ອງ​ທາງ ​ເພື່ອ​ຕິດ​ຕໍ່​ສື່ສານ​ແບບ​ລັບໆ ລະຫວ່າງຄະນະ​ໂອນ​ອຳນາດ​ ຂອງ​ທ່ານ
ທຣຳ ​ແລະ​ວັງ​ເຄຣັມລິນ.

ໜັງສືພິມ Washington Post ​ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ ໃນ​ວັນ​ສຸກ​ວານນີ້ ທີ່
​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວນີ້ ​ແມ່ນ​ໝາຍ​ເຖິງ​ ເພື່ອ​ປ້ອງ​ກັນບໍ່​ໃຫ້ການ​ໂອ້​ລົມ
ກ່ອນ​ການ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງຂອງພວກ​ເຂົາ​ເຈົ້າໄດ້​ຮັບ​ການກວດ​ສອບ.

​ແຫ​ຼ່ງຂ່າວ​ຂອງ Washington Post ກ່າ​ວວ່າ ​ເອກ​ອັກຄະ​ລັດຖະທູດ Sergei Kis-
lyak ​ໄດ້​ລາຍ​ງານ​ຕໍ່​ຜູ້​ເປັນ​ນາຍ​ຂອງ​ທ່ານທີ່​ມົສກູ​ວ່າ ທ່ານ Kushner ​ເປັນ​ຜູ້​ສະ​ເໜີ ​
ໃນ​ລະຫວ່າງ​ການ​ພົບ​ພໍ້​ກັນ ​ເມື່ອ​ຕົ້ນ​ເດືອນ​ທັນວາ ຢູ່ທີ່​ຕຶກ Trump Tower ​ໃນ​ນະ
ຄອນ​ນິວຢອກ. ​ແຫຼ່ງຂ່າວ​ແຈ້ງວ່າ ຂໍ້​ມູນ​ດັ່ງກ່າວ​ນີ້ ຈັບ​ໄດ້ ​ໂດຍ​ການ​ລັກ​ຟັງການ​ຕິດ
​ຕໍ່​ຂອງ​ທູດ​ຣັດ​ເຊຍ​ຍ ທີ່​ນຳ​ມາ​ທົບ​ທວນ​ໂດຍ​ເຈົ້າໜ້າ​ທີ່​ສະຫະລັດ.

​ໃນ​ວັນ​ພະຫັດ​ແລ້ວນີ້ ອົງການ​ຂ່າວຂອງ​ສະຫະລັດ ​ລາຍ​ງານ​ວ່າ ທ່ານ Kushner
ກຳລັງ​ຖືກ​ສືບສວນ​ ໂດຍ​ອົງການ​ສັນຕິ​ບານ​ກາງ ຫຼື FBI ຂອງ​ສະຫະລັດ ​ໃນ​ການ
​ສອບສວນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ທີ່​ອາດ​ມີ​ການ​ສົມຮູ້​ຮ່ວມ​ຄິດ​ລະຫວ່າງ​ຄະນະ​
ໂຄສະນາ​ຫາ​ສຽງ​ ຂອງ​ທ່ານ​ທຣຳ ​ແລະ ຣັດ​ເຊຍ. ໜັງສືພິມ Washington Post
ລາຍ​ງານ ​ໃນ​ອາທິດ​ແລ້ວນີ້ວ່າ ​ເຈົ້າໜ້າ​ທີ່​ທຳນຽບຂາວຄົນ​ນຶ່ງ ທີ່​ໃກ້ຊິດກັບ​ປະທາ
ນາທິບໍດີ ​ໄດ້​ກາຍ​ເປັນ​ຈຸດ​ເພັ່ງ​ເລັງ​ທີ່​ສຳຄັນ ໃນ​ການສືບສວນ​ລະດັບ​ສູງ ​ເຖິງ​ແມ່ນ​
ວ່າ​ບໍ່​ໄດ້​ກ່າວ​ເຖິງ​ຊື່​ຂອງ​ທ່ານ Kushner ​ໃນ​ເວລານັ້ນ.

ການ​ແນ​ໃສ່​ທ່ານ Kushner ຂອງອົງການ FBI ບໍ່​ຈຳ​ເປັນ​ຕ້ອງ​ໝາຍ​ຄວາມ​ວ່າທ່ານ​
ເປັນ​ຜູ້​ຕ້ອງ​ສົງ​ໄສ​ໃນ​ການ​ກະທຳ​ຜິດ ຫລື​ມີ​ການ​ພິຈາລະ​ນາ​ວ່າ ທ່ານ​ເປັນ ​ເປົ້າໝາຍ
​ໃນ​ການ​ສືບສວນ ທີ່​ກວ້າງຂວາງ​ຂອງ​ອົງການ FBI ກ່ຽວ​ກັບຣັດ​ເຊຍ.

ການ​ເປີດ​ເຜີຍ​ຫລ້າ​ສຸດ​ນີ້ ມີ​ຂຶ້ນສອງ​ອາທິດ ຫລັງ​ຈາກ​ທ່ານທຣຳ ​ໄດ້​ປົດ​ຫົວໜ້າອົງ
ການ FBI ທ່ານ James Comey ອອກ​ຈາກ​ຕຳ​ແໜ່​ງຢ່າງ​ກະທັນຫັນ​ຊຶ່ງ​ເປັນ​ຜູ້​ຮັບ
ຜິດຊອບ​ກ່ຽວ​ກັບ​ການ​ສືບສວນ​ດັ່ງກ່າວ.

​ໃນ​ອາທິດ​ແລ້ວ​ນີ້ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ Rod Rosen-
stein ​ໄດ້​ແຕ່ງຕັ້ງ​ໃຫ້​ອະດີດ​ຜູ້ອຳນວຍການ​ອົງການ FBI ທ່ານRobert Mueller
​ເປັນໄອ​ຍະ​ການ​ພິ​ເສດເພື່ອ​ກຳກັບນຳ​ການ​ສືບສວນ​ດັ່ງກ່າວ​. ນອກນັ້ນຍັງ​ມີ​ຄະນະ​
ກຳມະການ ​ຂອງ​ສະພາ​ອີກ ​ຢ່າງ​ໜ້ອຍ 4 ຄະນະ ພວມ​ທຳ​ການສືບສວນ ​ກ່ຽວ​ກັບ​
ເລື່ອງ​ນີ້ຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG