ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ.ນ. Yates ວ່າ ນາງໄດ້ເຕືອນ ທໍານຽບຂາວ ກ່ຽວກັບ ຣັດເຊຍ ອາດຈະຂົ່ມຂູ່ ທ່ານ Flynn


ທ່ານ​ນາງ Sally Yates ອະດີດຮັກສາ​ການລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ແລະທ່ານ James Clapper ອະດີດຫົວໜ້າສືບລັບແຫ່ງຊາດ ໃຫ້ການທີ່ລັດຖະສະພາ ສະຫະລັດ ໃນວັນທີ 8 ພຶດສະພາ 2017.
ທ່ານ​ນາງ Sally Yates ອະດີດຮັກສາ​ການລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ແລະທ່ານ James Clapper ອະດີດຫົວໜ້າສືບລັບແຫ່ງຊາດ ໃຫ້ການທີ່ລັດຖະສະພາ ສະຫະລັດ ໃນວັນທີ 8 ພຶດສະພາ 2017.

ທ່ານ​ນາງ Sally Yates ອະດີດຮັກສາ​ການ ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ສະ
ຫະລັດ ກ່າວ​ໃນ​ວັນຈັນ​ວານ​ນີ້ວ່າ ທ່າ​ນນາງ​ໄດ້​ເຕືອນ​ທໍານຽບຂາວ ​ໃນໄລຍະ​ຕົ້ນໆ
ທີ່​ລັດຖະບານຂອງ​ປະທານາ ທິບໍດີ ດໍໂນລ ທຣໍາ ​ເລີ້ມປະ​ຕິ​ບັດ​ງານ​ແລ້ວ​ວ່າ ທ່ານ
ນາຍ​ພົນທະຫານ Michael Flynn ຊຶ່ງ​ເປັນ​ທີ່​ປຶກສາ​ທາງ​ດ້ານ​ຄວາມໝັ້ນຄົງແຫ່ງ
ຊາດ ​ຂອງ​ທ່ານ​ທຣໍານັ້ນ ອາດ​ຈະ​ຖືກນາບ​ຂູ່​ຈາກຣັດ​ເຊຍວ່າ​ຈະ​ເປີດ​ໂປງ​ຄວາມ​ລັບ
​ຂອງ​ທ່ານ.

ທ່ານ​ນາງ Yates ກ່າວ​ຕໍ່ຄະນະ​ກໍາມະການ​ສະພາ​ສູງວ່າ ​ທ່ານ​ນາງ​ໄດ້​ເຕືອນ​ທໍານຽບ
ຂາວ ຫລາຍ​ກວ່າສອງ​ອາທິດ​ກ່ອນໜ້າທີ່ທ່ານ​ທຣໍາ​ໄດ້​ປົດທ່ານ Flynn ອອກ​ຈາກ
​ຕໍາ​ແໜ່ງຍ້ອນ​ໄດ້​ຕົວະ​ກ່ຽວກັບ​ການ​ພົວພັນ​ຂອງ​ທ່ານ​ກັບ​ເອກ​ອັກຄະ​ລັດຖະທູດ​ຣັດ​
ເຊຍ ປະ​ຈໍາ​ສະຫະ​ລັດ.

ທ່ານ​ນາງ​ກ່າວ​ວ່າ ທ່ານ​ນາງມີ​ຄວາມ​ເປັນ​ຫ່ວງ ຕໍ່ຄໍາ​ເວົ້າຂອງ​ຮອງ​ປະທານາທິບໍດີ
Mike Pence ​ແລະ​ເຈົ້າໜ້າຄົນ​ອື່ນ ໃນ​ຄະນະ​ລັດຖະບານ​ຊຸດ​ນີ້ ທີ່​ເວົ້າຜິດ​ຊໍ້າແລ້ວ
ຊໍ້າອີກວ່າ ທ່ານ Flynn ບໍ່​ໄດ້​ພົວພັນ​ຫຍັງ​ກັບທ່ານເອກ​ອັກຄະ​ລັດຖະທູດ Sergey
Kislyak ​ທັ້ງໆທີ່ການດັກ​ຟັງ​ໂທລະສັບ​ຕາມ​ປົກະຕິ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສອງ​ຄົນ
​ນັ້ນ​ໄດ້​ໂອ້​ລົມ​ກັນ​ຢູ່.

ທ່ານ​ນາງ Yates ກ່າວ​ອີກ​ວ່າ "​ທ່ານຮອງ​ປະທານາທິບໍດີ ​ແລະ​ເຈົ້າໜ້າຄົນ​ອື່ນ ສົມ
ຄວນ​ຮູ້​ວ່າ ຂໍ້​ມູນ​ທີ່​ພວ​ກ​ເພິ່ນ​ນໍາ​ອອກ​ໄປ​ເວົ້າ ຕໍ່ປະຊາຊົນ​ອາ​ເມຣິການັ້ນ ​ແມ່ນ​ບໍ່ຈິງ".
"ພວກຣັດ​ເຊຍ​ເອງ ກໍ​ຮູ້ດີ​ເຊັ່ນ​ກັນວ່າ ​ທ່ານນາຍ​ພົນ Flynn ​ໄດ້​ເຮັດ​ຫຍັງ, ​ແລະພວກ
ຣັດ​ເຊຍ​ກໍ​ຮູ້ອີກ​ວ່າ ທ່ານນາຍ​ພົນ Flynn ​ໄດ້ເວົ້າຕົວະ​ຕໍ່ທ່ານຮອງ​ປະທານາທິບໍດີ."

ທ່ານ​ນາງ​ກ່າວ​ເພີ້ມອີກ​ວ່າ "​ເມື່ອ​ໃດ​ຫາກ​ມີ​ສະຖານະ​ການ​ແບບ​ນີ້​ເກີດ​ຂຶ້ນ ​ຖ້າ​ຈະເວົ້າ
​ແຈ້ງ​ແລ້ວ ມັນ​ເຮັດ​ໃຫ້​ມີການ​ສົມຍອມ​ຫລາຍ​ຂຶ້ນ, ເຮົາກໍ​ບໍ່ຢາກ​ໃຫ້​ທີ່​ປຶກສາ​ດ້ານ​ຄວາມ
ໝັ້ນຄົງ​ຂອງ​ຊາດ ມີ​ຄວາມ​ສົມຍອມ​ກັບພວກຣັດ​ເຊຍ."

​ແປ​ດມື້ທໍາ​ອິດ​ພາຍຫລັງທີ່​ໄດ້​ຮູ້ ກ່ຽວກັບ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ​ນາງ Yates, ທ່ານ​
ທຣໍາ ກໍ​ໄດ້​ປົດ​ທ່ານ Flynn ອອກ​ຈາກ​ຕໍາ​ແໜ່ງ ​ໂດຍ​ເວົ້າວ່າ ທ່ານ​ບໍ່ມີ​ຄວາມໝັ້ນ​ໃຈ
ທີ່​ຈະ​ໃຫ້ທ່ານ Flynn ​ເປັນ​ທີ່​ປຶກສາ​ສໍາຄັນ​ຜູ້​ນຶ່ງ​ ແກ່​ທໍານຽບຂ່າວ ອີກ​ຕໍ່​ໄປ​ແລ້ວ.

ຄໍາ​ໃຫ້ການ​ໃນ​ວັນ​ຈັນວານ​ນີ້ ​ແມ່ນສ່ວນ​ນຶ່ງ​ຂອງ​ການ​ສື​ບສວນ​ຂອງ​ສະພາ​ສູງ ກ່ຽວກັບ
ການ​ກ້າວ​ກ່າຍ​ຂອງຣັດ​ເຊຍ ​ເຂົ້າ​ໃນ​ການ​ເລືອກຕັ້ງປະທານາທິບໍດີ​ສະຫະລັດ​ ໃນ​ປີ​ກາຍ
​ນີ້ ທີ່ທ່ານ​ທຣໍາ ຊະນະ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ Hillary Clinton ນັ້ນ.
ທ່ານ​ທຣໍາ ​ໄດ້​ປະຕິ​ດ​ເສດຕໍ່ການ​ສືບສວນດັ່ງກ່າວ ພ້ອມ​ທັງ​ການການ​ສືບສວນອື່ນທີ່​
ດໍາ​ເນີນ​ໄປ ​ໂດຍ​ອົງ ການ FBI ​ແລະ​ຂອງສະພາ​ຕໍ່າ ນັ້ນອີກ ​ແລະ​ກໍ​ໄດ້​ເວົ້າ​ແລ້ວ ​ເວົ້າ
ອີກ​ວ່າ ຄະນະ​ໂຄສະນາ​ຫາ​ສຽງຂອງ​ທ່ານ​ບໍ່​ໄດ້​ມີ​ ​ສ່ວນ​ພົວພັນ​ຫຍັງ​ກັບຣັດ​ເຊຍເລີຍ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເຊີນເບິ່ງວີດິໂອກ່ຽວກັບຂ່າວນີ້ ເປັນພາສາອັງກິດ

Trump White House was Repeatedly Warned About Flynn Before Dismissal
please wait

No media source currently available

0:00 0:02:22 0:00

XS
SM
MD
LG