ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. Putin ກ່າວຫາ ຢູເຄຣນ ວ່າ ເລືອກເອົາ ການກໍ່ການຮ້າຍ ແທນ​ທີ່​ຈະ​ແມ່ນ ສັນຕິພາບ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ກັບ ບັດດາເອກອັກຄະລັດຖະທູດ ປະຈຳ ຣັດເຊຍ ຢູ່ໃນນະຄອນຫຼວງມົສກູ, ວັນທີ 30 ມິຖຸນາ 2016.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ກັບ ບັດດາເອກອັກຄະລັດຖະທູດ ປະຈຳ ຣັດເຊຍ ຢູ່ໃນນະຄອນຫຼວງມົສກູ, ວັນທີ 30 ມິຖຸນາ 2016.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ກ່າວຫາ ຢູເຄຣນວ່າ ເລືອກເອົາ ການກໍ່ການຮ້າຍ ​ແທນ​ທີ່​ຈະ​ແມ່ນ ສັນຕິພາບ ຫຼັງຈາກ “ການໂຈມຕີ” ໃນແຫຼມ Crimea ທີ່ທ່ານກ່າວວ່າ ເປັນການບົງ​ການ​ໂດຍ​ກອງທັບ ແລະກຳລັງສືບລັບ ຂອງຢູເຄຣນ.

ທ່ານ Putin ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ທີ່ນະຄອນຫຼວງ ມົສກູ ເມື່ອວັນພຸດ ວານນີ້ ວ່າ “ການພະຍາຍາມທີ່ຈະເກາະຜິດ ໂດຍການ​ກໍ່ຄວາມຮຸນແຮງ​ເພີ້ມຂຶ້ນ ແລະ ຈະກະຕຸ້ນໃຫ້ເກີດບັນຫາຂັດແຍ້ງ ນັ້ນ ແມ່ນບໍ່ມີຫຍັງເລີຍ ພຽງແຕ່ເປັນຄວາມພະຍາ ຍາມ​ເພື່ອຈະຫັນ​ເຫຄວາມສົນໃຈຂອງມວນຊົນ.”

ທ່ານໄດ້ກ່າວຕື່ມວ່າ “ແນ່ນອນ ພວກເຮົາຈະເຮັດທຸກສິ່ງທຸກຢ່າງ ເພື່ອຮັບປະກັນ ຄວາມປອດໄພ ຂອງພື້ນຖານໂຄງລ່າງ ພົນລະເມືອງ ແລະ ຈະເພີ້ມມາດຕະການ ສະໜອງຄວາມປອດໄພ ລວມທັງການ​ເອົາມາດຕະການທີ່​ເຂັ້ມງວດ​ເພີ້ມຂຶ້ນ.”

ອະດີດສັນຍາລັກ ຂອງກອງທັບບົກ ຢູເຄຣນ ແມ່ນໄດ້ຖືກທາສີທັບ ໃນສີຂອງທຸງຊາດຣັດເຊຍ ໃນຂະນະທີ່ທະຫານຄົນໜຶ່ງໃສ່ໜ້າກາກ ທີ່ເຫັນໄດ້ຜ່ານຮົ້ວ ທາງເຂົ້າຖານທັບ ໃນເມືອງ Simferopol, ຂອງແຫຼມ Crimea, ວັນທີ 13 ມີນາ 2014.
ອະດີດສັນຍາລັກ ຂອງກອງທັບບົກ ຢູເຄຣນ ແມ່ນໄດ້ຖືກທາສີທັບ ໃນສີຂອງທຸງຊາດຣັດເຊຍ ໃນຂະນະທີ່ທະຫານຄົນໜຶ່ງໃສ່ໜ້າກາກ ທີ່ເຫັນໄດ້ຜ່ານຮົ້ວ ທາງເຂົ້າຖານທັບ ໃນເມືອງ Simferopol, ຂອງແຫຼມ Crimea, ວັນທີ 13 ມີນາ 2014.

ແຕ່ປະທານາທິບໍດີຂອງຢູເຄຣນ ທ່ານ Petro Poroshenko ໄດ້ປະຕິເສດ ຕໍ່ຂໍ້ກ່າວ ອ້າງຂອງທ່ານ Putin ໂດຍເອີ້ນພວກມັນວ່າ “ເທົ່າກັນກັບວ່າ ເປັນການເຍາະເຍີ້ຍ ຖາກຖາງ ແລະ ເປັນຄົນບ້າ.” ທ່ານໄດ້ກ່າວວ່າ “ພວກເຮົາຈະບໍ່ໃຊ້ການກໍ່ການຮ້າຍ ເພື່ອຈະປົດປ່ອຍການ ຍຶດຄອງແຫຼມ Crimea.”

ທ່ານ Poroshenko ໄດ້ກ່າວໃນວັນພຸດວານນີ້ ວ່າ “ຢູເຄຣນ ແມ່ນອຸທິດຕົນ ເພື່ອຟື້ນ ຟູອະທິປະໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ ຕົນ ໂດຍຜ່ານດ້ານການເມືອງ ແລະ ດ້ານການທູດ. ນັ້ນ​ແມ່ນລວມທັງ ການປົດປ່ອຍ​ການ​ຍຶດຄອງແຫຼມ Crimea.”

ພະແນກຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານ​ກາງຣັດເຊຍຫຼື FSB ໄດ້ກ່າວວ່າ ຕົນໄດ້ທັບມ້າງ “ການໂຈມຕີກໍ່ການຮ້າຍ” ໃນແຫຼມ Crimea ໂດຍທະຫານຂອງ ຢູເຄຣນ ແລະກຳລັງສືບລັບ ໃນໄລຍະທ້າຍສັບປະດາ. ອົງການ FSB ໄດ້ກ່າວວ່າ ເຈົ້າໜ້າທີ່ຂອງຕົນຄົນໜຶ່ງ ໄດ້ຖືກສັງຫານ ເມື່ອວັນເສົາຜ່ານມາ ໃນລະຫວ່າງ ການປະ ທະກັນ ກັບພວກກຸ່ມ ທີ່ຕົນກ່າວວ່າ ໄດ້ຖືກສົ່ງໄປ ໂດຍກະຊວງປ້ອງກັນປະເທດ ຂອງ ຢູເຄຣນ.

ອົງການ FSB ຍັງໄດ້ກ່າວວ່າ ທະຫານຂອງຣັດເຊຍຄົນໜຶ່ງ ໄດ້ຖືກຂ້າຕາຍ ໃນການ ຕໍ່ສູ້ແບບດຽວກັນ ເມື່ອວັນຈັນຜ່ານມາ.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກເຂົາໄດ້ພົບເຫັນ ລະເບີດທີ່ເຮັດດ້ວຍຕົນເອງ 20 ລູກ ລູກປືນ ແລະ ລະເບີດຝັງດິນ ຈຳນວນໜຶ່ງ ຢູ່ໃນບໍລິເວນ ທີ່​ມີການໂຈມຕີ.

ຢູ່ໃນຖະແຫລງການສະບັບໜຶ່ງອົງການ FSB ໄດ້ກ່າວວ່າ “ເປົ້າໝາຍ ຂອງການກໍ່ ວິນາດສະກຳ ແລະ ການໂຈມຕີກໍ່ການຮ້າຍ ນັ້ນແມ່ນແນ ໃສ່ເພື່ອສ້າງຄວາມປັ່ນ ປ່ວນໃນສັງຄົມ ແລະ ສະພາບການທາງການ ເມືອງ” ກ່ອນໜ້າການເລືອກຕັ້ງ ໃນ ເດືອນໜ້າ ຢູ່ໃນຣັດເຊຍ ແລະແຫຼມ Crimea.

ຖະແຫລງການ ຂອງອົງການ FSB ໄດ້ກ່າວອີກວ່າ ພົນລະເມືອງຂອງ ຣັດເຊຍ ແລະ ຢູເຄຣນ ຈຳນວນໜຶ່ງ ໄດ້ຖືກຈັບກຸມ ລວມທັງ ຄົນໜຶ່ງ ທີ່ຕົນໄດ້ລະບຸຕົວວ່າ ເປັນເຈົ້າ ໜ້າທີ່ສືບລັບ ຂອງຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia Crimea
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG