ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທວນໄຟ ໂອລິມປິກ ໄປເຖິງ ສະຖານີ ອະວະກາດ ນາໆຊາດ ແລ້ວ (ສະໄລດ໌/ວີດີໂອ)


ນັກບິນອະວະກາດຍີ່ປຸ່ນ ທ່ານ Koichi Wakata ນັກເຫາະຈັກກະວານຣັດເຊຍ ທ່ານ Mikhail Tyurin ແລະນັກບິນອະວະກາດສະຫະລັດ ທ່ານ Rick Mastracchio ຖ່າຍຮູບຮ່ວມ ກັນ ພ້ອມກັບທວນໄຟ ສຳລັບການແຂ່ງຂັນ ກິລາໂອລິມປິກລະດູໜາວ ປີ 2014 ທີ່ເມືອງ Sochi ປະເທດຣັດເຊຍ.
ນັກບິນອະວະກາດຍີ່ປຸ່ນ ທ່ານ Koichi Wakata ນັກເຫາະຈັກກະວານຣັດເຊຍ ທ່ານ Mikhail Tyurin ແລະນັກບິນອະວະກາດສະຫະລັດ ທ່ານ Rick Mastracchio ຖ່າຍຮູບຮ່ວມ ກັນ ພ້ອມກັບທວນໄຟ ສຳລັບການແຂ່ງຂັນ ກິລາໂອລິມປິກລະດູໜາວ ປີ 2014 ທີ່ເມືອງ Sochi ປະເທດຣັດເຊຍ.
ຈະຫຼວດ ທີ່ບັນທຸກທວນໄຟຫຼືຄົບໄຟໂອລິມປິກທີ່ຍັງບໍ່ທັນໄຕ້ເທື່ອ
ໄດ້ເດີນທາງໄປຮອດ ສະຖານີອະວະກາດນາໆຊາດແລ້ວ ບ່ອນທີ່
ຄົບໄຟດັ່ງກ່າວ ຈະຖືກນຳອອກໄປຍ່າງ ໃນອະວະກາດ ແບບທີ່ບໍ່
ເຄີຍມີມາກ່ອນ ກ່ອນໜ້າການແຂ່ງຂັນກິລາໂອລິມປິກລະດູໜາວ
ທີ່ເມືອງ Sochi ປະເທດຣັດເຊຍ ໃນເດືອນກຸມພາທີ່ຈະມາເຖິງນີ້.

ຈະຫຼວດ Soyuz-FG ທີ່ຕົກແຕ່ງເອ້ຍ້ອງດ້ວຍກາເຄື່ອງໝາຍກິ
ລາໂອລິມປິກລະດູໜາວປີ 2014 ໄດ້ຖືກສົ່ງຂຶ້ນຈາກຖານສົ່ງຈະ
ຫຼວດ Baikonour ໃນປະເທດ Kazakhstan ໃນຕອນເຊົ້າຂອງ
ວັນພະຫັດມື້ນີ້ພ້ອມດ້ວຍນັກບິນອະວະກາດ 3 ຄົນປະກອບດ້ວຍ
ຊາວຣັດເຊຍ ອາເມຣິກັນແລະຍີ່ປຸ່ນ.



ເປັນທີ່ຄາດກັນວ່າ ນັກເຫາະຈັກກະວານຣັດເຊຍ 2 ຄົນ ທີ່ປະຕິບັດງານຢູ່ເທິງສະຖານີອະ ວະກາດນາໆຊາດຈະນຳເອົາຄົບໄຟດັ່ງກ່າວອອກໄປຍ່າງເປັນເທື່ອທຳອິດຢູ່ນອກຍານອະ
ວະກາດ ໃນມື້ວັນເສົາຈະມານີ້ ກ່ອນຈະນຳເອົາຄົບໄຟນີ້ກັບຄືນມາສູ່ໂລກມະນຸດເຮົາໃນມື້ ວັນຈັນ.

ຄົບໄຟດັ່ງກ່າວນີ້ຍັງຈະບໍ່ໄຕ້ເທື່ອ ຍ້ອນເຫດຜົນດ້ານຄວາມປອດໄພ. ຫລັງຈາກກັບຄືນມາ ເຖິງໂລກແລ້ວຄົບໄຟນີ້ຈະເດີນທາງໄປທົ່ວປະເທດຣັດເຊຍກ່ອນຈະຖືກນຳໄປໄຕ້ໃສ່ທວນ ໄຟໃຫຍ່ໂອລິມປິກ ສຳລັບເປີດການແຂ່ງຂັນກິລາໂອລິມປິກລະດູໜາວທີ່ເມືອງ Sochi ໃນ ວັນທີ 7 ກຸມພາ ປີໜ້ານີ້.

RUSSIA__TORCH_____VO-fixed-x264-Platform_YTHQFull
please wait

No media source currently available

0:00 0:00:52 0:00
ລິງໂດຍກົງ
XS
SM
MD
LG