ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ຕ້ອງກົດດັນ ຕໍ່ຣັດເຊຍ ຖ້າຢາກຢຸດຕິ ຂໍ້ຂັດແຍ້ງ ໃນຊີເຣຍໄດ້


ທ່ານ​ນາງ Nikki Haley, ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ໄດ້ຍົກຮູບຂອງຜູ້ໄດ້ຮັບເຄາະຮ້າຍຈາກ ການໂຈມຕີດ້ວຍອາວຸດເຄມີ ທີ່ຊີເຣຍ ໃນຂະນະທີ່ທ່ານນາງ ກ່າວຄໍາປາໄສ ຢູ່ກອງ​ປະຊຸມ​
ສະພາ​ຄວາມ​ໝັ້ນຄົງຂອງສະຫະປະຊາຊາດ ກ່ຽວກັບຊີເຣຍ ຢູ່ຫ້ອງການໃຫຍ່ສະຫະປະຊາຊາດ ທີ່ນະຄອນນີວຢອກ ໃນວັນທີ 5 ເມສາ ປີ 2017 ຜ່ານມາ.
ທ່ານ​ນາງ Nikki Haley, ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ໄດ້ຍົກຮູບຂອງຜູ້ໄດ້ຮັບເຄາະຮ້າຍຈາກ ການໂຈມຕີດ້ວຍອາວຸດເຄມີ ທີ່ຊີເຣຍ ໃນຂະນະທີ່ທ່ານນາງ ກ່າວຄໍາປາໄສ ຢູ່ກອງ​ປະຊຸມ​ ສະພາ​ຄວາມ​ໝັ້ນຄົງຂອງສະຫະປະຊາຊາດ ກ່ຽວກັບຊີເຣຍ ຢູ່ຫ້ອງການໃຫຍ່ສະຫະປະຊາຊາດ ທີ່ນະຄອນນີວຢອກ ໃນວັນທີ 5 ເມສາ ປີ 2017 ຜ່ານມາ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki
Haley ​ໄດ້​ເພີ້ມ​ສຽງ​ຮຽກຮ້ອງຂອງ​ທ່ານ​ນາງຂຶ້ນ​ຕໍ່ຣັດ​ເຊຍຂຶ້ນ ​ໃນ​ວັນ​ພະຫັດ​ວານ
​ນີ້ ​ໂດຍ​ກ່າວ​ວ່າ ຕ້ອງທໍາ​ການ​ກົດ​ດັນ​ເພີ້​ມຂຶ້ນຕໍ່ມົສກູ ເພື່ອຈະ​ຢຸດ​ຕິສົງຄາມ​ໃນ​ຊີ
​ເຣຍ​ໄດ້.

ທ່ານ​ນາງ Haley ກ່າວ​ຕໍ່​ບັນດາ​ຄູ່​ຕຳ​ແໜ່​ງຈາກ 15 ປະ​ເທດຢູ່​ໃນກອງ​ປະຊຸມ​
ສະພາ​ຄວາມ​ໝັ້ນຄົງ​ວ່າ “ພວກ​ທ່ານ​ຫລາຍ​ຄົນກໍ​ເວົ້າ​ວ່າ ພວກ​ເຮົາ​ຕ້ອງທໍາ​ການ​
ກົດ​ດັນຕໍ່ລະບອບປົກຄອງ​ຂອງ​ຊີ​ເຣຍ ​ແຕ່​ທີ່​ຈິງ​ແລ້ວ​ ມັນ​ບໍ່​ແມ່ນ​ແນວ​ນັ້ນ. ພວກ​
ເຮົາຕ້ອງ​ໄດ້​ທໍາ​ການ​ກົດ​ດັນຕໍ່ຣັດ​ເຊຍ.”

ສະພາ​ຄວາມ​ໝັ້ນຄົງ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ເດືອນຂຶ້ນ​ເພື່ອ​ປຶກ​ສາຫາລື ກ່ຽວກັບ
​ສະພາບ​ການ​ມະນຸດສະທຳ​ໃນ​ຊີ​ເຣຍ ບ່ອນທີ່​ຫົວໜ້າດ້ານການ​ໃຫ້​ຄວາມ​ຊ່​ວຍ​ເຫລືອ​ຂອງສະຫະ​ປະຊາ​ຊາດ ທ່ານ Stephen O’Brien ກ່າວ​ຕໍ່​ເຂົາ​ເຈົ້າ​ວ່າ​ ຢ່າງ​ໜ້ອຍ ​
ໂຮງ​ໝໍ​ຫົກ​ຫລັງ ​ແລະໂຮງຮຽນ​ສາມ​ແຫ່ງ ​ໄດ້​ຖືກທໍາ​ລາຍ​ຍ້ອນລະ​ເບີດຢູ່ໃນເດືອນ​ນີ້ ​
ແລະ “​ສະຖານ​ະການໄດ້​ເຄ່ັງຮ້ອນ​ຂຶ້ນ” ຢູ່​ເຂດ​ອ້ອມ​ແອ້ມບ່ອນ​ທີ່​ຖືກ​ຍຶດຄອງ​ຢູ່ທາງ​
ພາກ​ຕາ​ເວັນ​ອອກຂອງ​ເມືອງ Ghouta ບ່ອນ​ທີ່ 400,000 ຄົນ​ ​ເຊົາໄດ້ຮັບ​ການ​ຊ່ວຍ​
ເຫລືອ​ຈາກຂະ​ບວນລົດຊ່ວຍ​ເຫລືອ​ຂອງສະຫະຊາ​ຊາດ ​ ນັບ​ແຕ່​ເດືອນຕຸລາ 2016
​ເປັນຕົ້ນມາ.

ທ່ານ​ນາງ Haley ກ່າວອີກ​ວ່າ “ສາ​ຍຕາ​ທັງ​ໝົດ ​ແລະ​ຄວາມ​ກົດ​ດັນ​ທັງ​ໝົດ​ບັດ​ນີ້ີ້
ຕ້ອງ​ໄດ້​ເລັງ​ໄປ​ຫາຣັດ​ເຊຍ ​ເພາະວ່າ​ເຂົາ​ເຈົ້າ​ແມ່ນ​ຜູ້​ທີ່ຈະ​ສາມາດເຮັດ​ໃຫ້​ເລື່ອ​ງນີ້
ຢຸດ​ຕິລົງ​ໄດ້ ຖ້າ​ຫາກ​ເຂົ້າ​ເຈົ້າ​ຕ້ອງ​ການຢາກ​ເຮັດ​ເຊັ່ນ​ນັ້ນ.”

ທູດ​ພິ​ເສດ​ສະຫະລັດ​ທ່ານ​ນີ້ກ່າວ​ວ່າ ລະບອບ​ປົກຄອງຂອງ​ທ່ານ Bashar al-
Assad ​ໄດ້​ມີ​ຄວາມ​ກ້າຫານ​ຂຶ້ນຍ້ອນ​ໄດ້​ຮັບ​ການ​ປົກປ້ອງຈາກ​ມົສກູ ທີ່​ສື​ບຕໍ່ມີ
ເລື້ອຍໆມາ.

ເຊີນອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG