ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ ຣັດເຊຍ ຕັດສິນ ລົງໂທດ ຊາຍ​ແອັສ​ໂທ​ເນຍ ​ໃຫ້​ຈຳ​ຄຸກ 15 ປີ ຖານ​ສອດ​ແນມ

ທ່ານ Eston Kohver ຈາກປະເທດ ແອັສໂທເນຍ ຢືນຢູ່ໃນຫ້ອງຂັງ ຂອງສານເມືອງ Pskov ປະເທດຣັດເຊຍ, ວັນທີ 17 ກັນຍາ 2014.
ທ່ານ Eston Kohver ຈາກປະເທດ ແອັສໂທເນຍ ຢືນຢູ່ໃນຫ້ອງຂັງ ຂອງສານເມືອງ Pskov ປະເທດຣັດເຊຍ, ວັນທີ 17 ກັນຍາ 2014.

ຣັດ​ເຊຍ ​ໄດ້​ຕັດສິນ​ລົງ​ໂທດ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມປອດໄພ
ຊາວ​ແອັສ​ໂທ​ເນຍ ​ໃຫ້​ຈຳ​ຄຸກ 15 ປີ ຖານ​ທຳ​ການສອດ​ແນມ.

ທະນາຍຄວາມ ຂອງທ່ານ Eston Kohver ກ່າວ​ຖະ​ແຫລ​ງ
ຕໍ່​ບັນດາ​ນັກ​ຂ່າວ​ວ່າ ສານ​ຢູ່​ໃນ​ຂົງ​ເຂດ​ເມືອງ Pskov ຕັ້ງຢູ່
ທາງພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ ​ໄດ້ອອກຄຳ​ພິພາກສາ
​ດັ່ງກ່າວ ໃນວັນ​ພຸດ​ມື້​ນີ້ ທີ່​ພົບ​ເຫັນ​ວ່າ ທ່ານ Kohver ມີ​ຄວາມ
​ຜິດ​ຖານ​ທຳ​ການສອດ​ແນມ ລັກລອບຄ້າ​ອາວຸດ ​ແລະ ລະ​ເມີດ
​ຕໍ່​ກົດ​ລະບຽບ​ຊາຍ​ແດນ.

ທາງ​ການ​ຣັດ​ເຊຍ ກ່າວ​ວ່າ ທ່ານ Kohver ​ໄດ້​ຂ້າມຊາຍ​ແດນ
​ຢ່າງຜິດກົດໝາຍເຂົ້າໄປ​ໃນຣັດ​ເຊຍ ​ເມື່ອເດືອນ ກັນຍາ 2014 ​ແລະ ​ໄດ້​ຖືກ​ຈັບ​ກຸມຕົວ.

ສ່ວນ​ທາງ​ການ​ແອັສ​ໂທ​ເນຍ ກ່າວ​ວ່າ ທ່ານ Kohver ​ໄດ້​ຖືກ​ລັກ​ພາ​ຕົວ​ໄປ ​ໂດຍ​ພວກ​ມືປືນ ທີ່​ບໍ່​ຊາບຝ່າຍ ​ແລະ ​ໄດ້​ໃຊ້ກຳລັງບັງຄັບນຳ​ເອົາຕົວຜູ້ກ່ຽວ​ຂ້າມຊາຍ​ແດນ​ເຂົ້າໄປໃນຣັດ​ເຊຍ. ເຈົ້າໜ້າ​ທີ່ ​ແອັສ​ໂທ​ເນຍ ກ່າວ​ວ່າ ທ່ານ​ໄດ້​ທຳ​ການ​ສືບສວນ​ສອບ​ສວນ ກ່ຽວກັບການ​ລັກ ລອບ​ຄ້າ​ອາວຸດ ທີ່​ພົວ​ພັນ​ກັບ ພວກສາຍ​ລັບຣັດ​ເຊຍ.

ໂບສີເຫຼືອງ ເປັນເຄື່ອງໝາຍ ກຳນົດ ສະຖານທີ່ ໃກ້ໆ ຊາຍແດນ ລະຫວ່າງ ແອັສໂທເນຍ ແລະ ຣັດເຊຍ ບ່ອນທີ່ ເຈົ້າໜ້າທີ່ຮັກສາຄວາມປອດໄພ ແອັສໂທເນຍ ທ່ານ Eston Khover ໄດ້ຖືກລັກພາໂຕໄປ ໃນພາກຕາເວັນອອກສຽງໃຕ້ຂອງປະເທດ ໃກ້ໆກັບໝູ່ບ້ານ Miikse, ວັນທີ 7 ກັນຍາ 2014.

ນາຍົກລັດຖະມົນຕີ ​ແອັສ​ໂທ​ເນຍ ທ່ານ Taavi Roivas ໄດ້ອອກຖະ ແຫຼງການສະບັບນຶ່ງ
ບໍ່ດົນຫຼັງຈາກຣັດເຊຍອອກຄຳພິພາກສາ ໂດຍ ກ່າວວ່າ ການລັກພາໂຕ ທ່ານ Kohver
ແລະການຈັບກຸມຄຸມຂັງແບບ ບໍ່ຖືກຕ້ອງ ແມ່ນຜິດກົດໝາຍນັບຕັ້ງແຕ່ຕອນເລີ້ມຕົ້ນແລ້ວ.

ທ່ານກ່າວວ່າ ທ່ານຈະສື​ບຕໍ່ໃຫ້ ການສະໜັບ​ສະ​ໜູນ ທ່ານ Kohver ຢ່າງເຕັມທີ່ ​ແລະ
ຈະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ ທີ່​ເປັນ​ໄປ​ໄດ້ ​ເພື່ອໃຫ້​ຣັດ​ເຊຍປ່ອຍ​ໂຕ​ຜູ້ກ່ຽວ.

ສື່​ມວນ​ຊົນ​ຂອງຣັດ​ເຊຍ ກ່າວ​ວ່າ ທ່ານ Kohver ຈະ​ຖືກ​ສົ່ງ​ໄປ ຈຳ​ຄຸກ​ທີ່​ມີ​ການ​ຮັກສາ
ຄວາມປອດໄພຢ່າງເຄັ່ງຄັດ ​ຢູ່ໃນດິນ​ແດນ​ຂອງຣັດ​ເຊຍ ​ແລະ ຍັງ​ຈະ​ຖືກ​ປັບ​ໃໝ ເປັນເງິນ
ມູນ​ຄ່າ​ປະມານ 1,500 ​ໂດ​ລາສະຫະລັດ.

XS
SM
MD
LG