ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຮືອບິນ ຣັດເຊຍ ຕົກຍ້ອນ ການກະທຳຂອງ ພວກກໍ່ການຮ້າຍ


ເຈົ້າໜ້າທີ່ບໍລິການເຫດສຸກເສີນ ຂອງ ຣັດເຊຍ ເຮັດວຽກຢູ່ສະຖານທີ່ເຮືອບິນ A321 ຂອງ ຣັດເຊຍຕົກ ໃນເຂດ Wadi al-Zolomat, ເຂດພູເຂົາທີ່ແຫຼມ Sinai ຂອງ ອີຈິບ. (Russian Emergency Ministry Handout photo)
ເຈົ້າໜ້າທີ່ບໍລິການເຫດສຸກເສີນ ຂອງ ຣັດເຊຍ ເຮັດວຽກຢູ່ສະຖານທີ່ເຮືອບິນ A321 ຂອງ ຣັດເຊຍຕົກ ໃນເຂດ Wadi al-Zolomat, ເຂດພູເຂົາທີ່ແຫຼມ Sinai ຂອງ ອີຈິບ. (Russian Emergency Ministry Handout photo)

ຫົວໜ້າຝ່າຍຮັກສາຄວາມໝັ້ນຄົງຂອງ ຣັດເຊຍ ໄດ້ກ່າວໃນວັນອັງ ຄານມື້ນີ້ວ່າ ອຸບັດຕິເຫດເຮືອບິນຕົກໃນພາກພື້ນ Sinai ຂອງປະ ເທດ ອີຈິບ ເມືື່ອເດືອນທີ່ຜ່ານມາແມ່ນການກະທຳກໍ່ການຮ້າຍ ແລະ ວ່າລະເບີດໄດ້ຖືກຄົ້ນພົບທັງຢູ່ໃນຊາກຫັກພັງ ແລະ ຫີບຈາກເຮືອ ບິນ.

ອີງຕາມວັງ Kremlin, ຫົວໜ້າຝ່າຍຮັກສາຄວາມໝັ້ນຄົງລັດຖະ ບານກາງທ່ານ Alexander Bortnikov ໄດ້ກ່າວວ່າ ການລະເບີດ ໄດ້ເກີດຂຶ້ນຈາກອຸປະກອນລະເບີດຢ່າງທັນທີທັນໃດດ້ວຍລະເບີດ ທີແອັນທີຄວາມແຮງສູງ ມີນ້ຳໜັກເຖິງ 1.5 ກິໂລກຣາມ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ປະຕິຍານວ່າຈະຕາມຫາ ແລະ ລົງໂທດ ໃຜກໍຕາມທີ່ມີຄວາມຮັບຜິດຊອບ ແລະ ໄດ້ຮຽກຮ້ອງໃຫ້ຄູ່ຮ່ວມຂອງປະເທດເພື່ອຊ່ວຍເຫຼືອລະ ບຸຜູ້ກະທຳຜິດ.

ເຮືອບິນ A-321 ຂອງສາຍການບິນ Metrojet ຖ້ຽວບິນຈາກຣີສອດ Sharm el-Sheik ຂອງ ອີຈິບ ຫາ ນະຄອນ St. Petersburg ໃນວັນທີ 31 ຕຸລາ, ໃນຂະນະທີ່ມັນໄດ້ຕົກລົງໃນພາກ ເໜືອຂອງແຫຼມ Sinai, ເຮັດໃຫ້ທັງ 224 ຄົນເສຍຊີວິດໃນຖ້ຽວບິນດັ່ງກ່າວ.

ພວກຫົວຮຸນແຮງທີ່ອ້າງການເຊື່ອມຕໍ່ກັບກຸ່ມ ລັດອິສລາມ ໄດ້ກ່າວວ່າ ພວກເຂົາໄດ້ດຳເນີນ ການໂຈມຕີ ແລະ ຫຼາຍລັດຖະບານຂອງຕ່າງປະເທດ ໄດ້ສະແດງຄວາມເຊື່ອຖືຂອງພວກເຂົາ ເຈົ້າວ່າພວກຫົວຮຸນແຮງໄດ້ມີສ່ວນ ຮ່ວມກັບອຸປະກອນລະເບີດດັ່ງກ່າວ.

XS
SM
MD
LG