ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ກ່າວວ່າ ຕົນບໍ່ມີ ຈຸດປະສົງ ທີ່ຈະຮຸກຮານ ຢູເຄຣນ (ສະໄລດ໌/ວີດີໂອ)


FILE - Russia's Foreign Minister Sergey Lavrov
FILE - Russia's Foreign Minister Sergey Lavrov
ລັດຖະມົນຕີການຕ່າງປະເທດຣັດເຊຍກ່າວວ່າ ມົສກູບໍ່ມີແຜນ
ການທີ່ຈະສົ່ງທະຫານ ຂ້າມຊາຍແດນ ເຂົ້າໄປໃນຢູເຄຣນ.

ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Lavrov
ກ່າວຕໍ່ໂທລະພາບຂອງລັດຖະບານໃນວັນເສົາມື້ນີ້ວ່າກຸງມົສກູ
ແມ່ນແນ່ນອນ ບໍ່ມີຄວາມຕັ້ງໃຈ ແລະກໍບໍ່ມີຄວາມສົນໃຈ ທີ່ຈະ ຂ້າມຊາຍແດນເຂົ້າໄປໃນຢູເຄຣນຫລັງຈາກຢຶດເອົາເຂດໄຄຣ
ເມຍແລ້ວ.

ການໃຫ້ຄວາມເຫັນດັ່ງກ່າວນີ້ ມີຂຶ້ນ ຫລັງຈາກປະທານາທິບໍດີ
ຣັດເຊຍທ່ານ Vladimir Putin ໄດ້ໂທລະສັບໄປໂອ້ລົມກັບປະ
ທານາທິບໍດີ ບາຣັກ ໂອບາມາ ໃນມື້ວັນສຸກວານນີ້ ເພື່ອສົນທະນາໂອ້ລົມກ່ຽວກັບຂໍ້ສະເໜີ ຂອງສະຫະລັດ ໃນການແກ້ໄຂວິກິດການໃນຢູເຄຣນ. ເຈົ້າໜ້າທີ່ສະຫະລັດກ່າວວ່າ ຂໍ້ສະ ເໜີຫລຸດຜ່ອນ ຄວາມເຄັ່ງຕຶງດັ່ງກ່າວ ແມ່ນໄດ້ມີການປະສານງານຢ່າງເຕັມທີ່ ກັບລັດຖະ ບານຢູເຄຣນ.

ທຳນຽບຂາວເວົ້າວ່າ ທ່ານໂອບາມາໄດ້ສະເໜີແນະໃຫ້ທ່ານ Putin ຕອບຢ່າງເປັນລາຍລັກ ອັກສອນ ຕໍ່ຂໍ້ສະເໜີແກ້ໄຂທາງການທູດທີ່ໄດ້ນຳສະເໜີຕໍ່ລັດຖະມົນຕີການຕ່າງປະເທດ Lavrov ໂດຍລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerryໃນຕົ້ນອາທິດນີ້.

ຖະແຫຼງຂ່າວສະບັບນຶ່ງຂອງທຳນຽບຂາວກ່ຽວກັບການໂທລະສັບຂອງປະທານາທິບໍດີຣັດ ເຊຍ ບໍ່ໄດ້ໃຫ້ລາຍລະອຽດຫຍັງໃນເລື່ອງຂໍ້ສະເໜີຂອງທ່ານ Kerry ຕໍ່ທ່ານ Lavro ແຕ່ສະ ຫະລັດໄດ້ກົດດັນໃຫ້ຣັດເຊຍຖອນທະຫານຂອງຕົນກັບຄືນເຂົ້າຄ້າຍໃນເຂດໄຄຣເມຍແລະ ອະນຸຍາດໃຫ້ ຄະນະສັງເກດການນາໆຊາດ ເຂົ້າໄປໃນເຂດໄຄຣເມຍ ເພື່ອຄ້ຳປະກັນວ່າ ຊາວຢູເຄຣນຊຶ່ງເປັນຊົນກຸ່ມນ້ອຍໃນ ເຂດດັ່ງກ່າວ ມີຄວາມປອດໄພ.
Russia Completes Military Takeover of Crimea
please wait

No media source currently available

0:00 0:03:09 0:00

ປະທານາທິບໍດີໂອບາມາກ່າວວ່າ ລັດຖະບານຢູເຄຣນຍັງສືບຕໍ່ໃຊ້ຄວາມຢັບຢັ້ງແລະຫຼຸດ ຜ່ອນຄວາມເຄັ່ງຕຶງ ເພື່ອແກ້ໄຂວິກິດການ ແລະຮຽກຮ້ອງໃຫ້ຣັດເຊຍໃຫ້ການສະໜັບສະ ໜຸນຕໍ່ຂັ້ນຕອນນີ້ ແລະຫລີກລ່ຽງຕໍ່ການທ້າທາຍເພີ້ມຕື່ມ.

ເປັນທີ່ຄາດກັນວ່າທ່ານ Lavrov ແລະທ່ານ Kerry ຈະພົບປະກັນອີກໃນໄລຍະສອງສາມມື້ ຂ້າງໜ້ານີ້ ເພື່ອປຶກສາຫາລື ກ່ຽວກັບການເອົາບາດກ້າວໃນຂັ້ນຕໍ່ ໄປ. ກ່ອນໜ້ານີ້ ໃນການ ໃຫ້ສຳພາດແກ່ໂທລະພາບ CBS ຂອງສະຫະລັດ ທ່ານໂອບາມາກ່າວວ່າ ການເຄື່ອນໄຫວ ທາງທະຫານຂອງຣັດເຊຍ ໃກ້ໆຊາຍແດນຢູເຄຣນນັ້ນ ອາດເປັນຄວາມພະຍາ ຍາມເພື່ອທຳການຂົ່ມຂູ່ຕໍ່ຢູເຄຣນ.
UKRAINE VO
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG