ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຣັດເຊຍ ໄດ້ປະຕິບັດຕາມ ‘ມາດຕະການຄວາມ ປອດໄພທັງໝົດ’ ໃນການບິນຜ່ານເຮືອ ສຫລ


Russia US Flyover
please wait
Embed

No media source currently available

0:00 0:00:50 0:00

ຣັດເຊຍ ກ່າວວ່າ ພວກເຮືອບິນຂອງຕົນໄດ້ເຄົາລົບກົດລະບຽບຕ່າງໆ ຂອງສາກົນ ໃນເວລາທີ່ພວກເຂົາເຈົ້າບິນຜ່ານເຮືອຮົບ ສະຫະລັດ ຢູ່ ໃນໜ່ານນ້ຳສາກົນ ທີ່ທະເລ Baltic ເມື່ອຕົ້ນສັບປະດານີ້.

ກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກ ເຮືອບິນຮົບ SU-24 ຂອງຕົນ ໄດ້ປະຕິບັດພາລະກິດທົດສອບການ ບິນ. ໃນຄຳຕອບຕໍ່ການຕຳນິ ຕິຕຽນຂອງ ສະຫະລັດ ເຖິງການເຄື່ອນໄຫວດັ່ງກ່າວນັ້ນ ກະຊວງຂອງ ຣັດເຊຍ ໄດ້ກ່າວ ວ່າ ພວກເຮືອບິນຮົບ ຂອງ ຣັດເຊຍ ໄດ້ບິນສັງເກດເບິ່ງເຮືອລົບ USS Donald Cook ພຽງໜ້ອຍດຽວເທົ່ານັ້ນ ແລະ ຕໍ່ຈາກນັ້ນກໍໄດ້ບິນລ້ຽວອອກໄປ “ໃນ ການເຄົາລົບຕໍ່ ມາດຕະການ ຄວາມປອດໄພ ທັງໝົດ.”

ພາບຂອງການບິນຜ່ານ ເຮືອພິຄາດ ລູກສອນໄຟນຳວິຖີ USS Donald Cook ຂອງເຮືອບິນຮົບ ຣັດເຊຍ ຢູ່ໃນເຂດທະເລ Baltic ຊຶ່ງສະໜອງໂດຍ ກອງທັບເຮືອສະຫະລັດ ກອງເຮືອທີ 6.
ພາບຂອງການບິນຜ່ານ ເຮືອພິຄາດ ລູກສອນໄຟນຳວິຖີ USS Donald Cook ຂອງເຮືອບິນຮົບ ຣັດເຊຍ ຢູ່ໃນເຂດທະເລ Baltic ຊຶ່ງສະໜອງໂດຍ ກອງທັບເຮືອສະຫະລັດ ກອງເຮືອທີ 6.

ຖະແຫລງການສະບັບໜຶ່ງຂອງກະຊວງປ້ອງກັນປະເທດ ຣັດເຊຍ ໄດ້ ກ່າວວ່າເຮືອຂອງ ສະຫະລັດ ໄດ້ “ອອກປະຕິບັດການ ຢູ່ໃນບໍລິເວນໃກ້ ຄຽງ ກັບຖານທັບໃນທະເລ Baltic ຂອງກອງທັບເຮືອ ຣັດເຊຍ.” ອົງ ການຂ່າວ Tass ຂອງ ຣັດເຊຍ ໄດ້ລາຍງານ ວ່າ ເຮືອນັ້ນແມ່ນຢູ່ປະ ມານ 70 ກິໂລແມັດຫ່າງຈາກ ຖານທັບກອງທັບເຮືອຂອງ ຣັດເຊຍ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສະຫະລັດ ທ່ານໜຶ່ງໄດ້ປະກາດ ໃນວັນພຸດວານນີ້ວ່າ ເຮືອບິນທະຫານ ຣັດເຊຍ ຈຳນວນໜຶ່ງໄດ້ບິນ ຜ່ານໃນແບບຈຳລອງການຈູ່ໂຈມຫຼາຍຖ້ຽວ ໃກ້ໆກັບເຮືອພິຄາດ ໃນ ຕະຫຼອດໄລຍະສອງມື້ໃນສັບປະດານີ້.

ເທື່ອທຳອິດຂອງສອງເຫດການດັ່ງກ່າວນັ້ນ ຊຶ່ງເຈົ້າໜ້າທີ່ ສະຫະລັດ ເອີ້ນວ່າ “ທ່າທີການ ຮຸກຮານຫຼາຍກວ່າສິ່ງໃດໆ ທີ່ພວກເຮົາໄດ້ເຫັນໃນ ເວລາດົນນານ” ທີ່ເກີດຂຶ້ນ ເມື່ອ ວັນທີ 11 ເມສາຜ່ານມານີ້. ເຮືອບິນ ໂຈມຕີຂອງ ຣັດເຊຍ 2 ລຳ ໄດ້ບິນກັບໄປກັບມາ 20 ຖ້ຽວຜ່ານເຂົ້າ ໃກ້ໆເຮືອລົບ USS Donald Cook ພາຍໃນໄລຍະ 1,000 ແມັດ ຢູ່ລະ ດັບຄວາມສູງ 30 ແມັດຊຶ່ງໃກ້ພຽງພໍທີ່ຈະກໍ່ສ້າງຄືນຟອງໃນທະເລ.

ຫຼັງຈາກມື້ນັ້ນ ພວກເຮືອບິນລົບໄດ້ທຳການບິນຈຳລອງການໂຈມຕີ ຜ່ານເຂົ້າໄປພຽງ 9 ແມັດ ເທິງເຮືອຮົບ Donald Cook. ໃນເທື່ອນີ້ ພວກເຮືອບິນອາຍພົ່ນ ແມ່ນບິນຮ່ວມມາ ດ້ວຍເຮືອບິນເຮລິຄອບເຕີ້ ທະຫານລຳໜຶ່ງ ທີ່ໄດ້ຖ່າຍຮູບເອົາເຮືອພິຄາດນັ້ນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ທັງສອງເຫດການໄດ້ເກີດຂຶ້ນ ໃນຂະນະທີ່ ເຮືອຮົບ USS Donald Cook ແມ່ນຢູ່ໃນໜ່ານນ້ຳສາກົນ.

Russian Jets Conduct 'Unsafe and Unprofessional' Flybys near US Ship
please wait

No media source currently available

0:00 0:00:29 0:00

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG