ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ຈະບໍ່ລົງໂທດ ຕໍ່ສະຫະລັດ ໃນເວລານີ້ເທື່ອ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກຳລັງປະຊຸມ ກ່ຽວກັບຄວາມປອດໄພ ໃນວັງເຄຣັມລິນ
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກຳລັງປະຊຸມ ກ່ຽວກັບຄວາມປອດໄພ ໃນວັງເຄຣັມລິນ
ປະທານາທິບໍດີ ຣັດ​ເຊ​ຍ ທ່ານ Vladimir Putin ກ່າວ​ວ່າ
ສຳລັບ​ປັດຈຸບັນ​ນີ້ ຣັດ​ເຊຍ ຈະ​ໂຈະ​ການ​ລົງ​ໂທດ​ ຕໍ່ສະຫະ
ລັດ ​ເພື່ອ​ເປັນ​ການ​ຕອບ​ໂຕ້ ທີ່ສະຫະ ລັດ ​ໄດ້​ລົງ​ໂທດ​ຕໍ່
ຣັດ​ເຊຍ ກ່ຽວ​ກັບວິ​ກິ​ດການ​ໃນຢູ​ເຄຣນ.

ຄຳປະກາດດັ່ງກ່າວ ​ມີ​ເກີດ​ຂື້ນ ໃນ​ຂະນະ​ທີ່ສະພາ​ສູງ​ຣັດ
​ເຊຍ ລົງມະຕິ​ຢ່າງ​ເປັນ​ເອກ​ກະສັນ​ໃນ​ວັນ​ສຸກ​ມື້​ນີ້ ໃຫ້ຮວມ​
ເອົາເຂດ Crimea ​ເຂົ້າກັບຣັດ​ເຊ​ຍ. ສະພາຕຳ່ ໄດ້ໃຫ້ການ
ອະນຸມັດຕໍ່​ສົນທິສັນຍາດັ່ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ ພຽງ​
ແຕ່​ສີ່​ມື້​ຫລັງ​ຈາກຊາ​ວ Crimea ​ໄດ້​ປ່ອນ​ບັດ​ລົງ​ປະຊາ​ມະຕິ
​ແຍກ​ອອກ​ຈາກຢູ​ເຄຣນ ​ແລະ​ເຂົ້າ​ຮ່​ວມກັບຣັດ​ເຊຍ. ປະທາ
ນ​າທິບໍດີ Putin ​ແລະບັນດາ​ຜູ້​ນຳ Crimea ​ໄດ້​ເຊັນ​ສົນທິສັນຍາ​ ໃນ​ວັນ​ອັງຄານ​ທີ່​
ຜ່ານ​ມາ.



​ເລ​ຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກຳລັງ​ປະຊຸມ​ກັບ ປະທານາ
ທິບໍດີ​ຊົ່ວຄາວຢູ​ເຄຣນ ທ່ານ Oleksandr Turchynov ​ແລະນາຍົກ ​ລັດຖະມົນຕີ​ຊົ່ວຄາວ
ທ່ານ Arseniy Yatsenyk ​ໃນ​ກຸງ Kyiv ​ເພື່ອ​ປຶກສາຫາ ລືກ່ຽວກັບຊ່ອງທາງ ໃນການແກ້​
ໄຂ​ວິ​ກິດ​ການ. ​ໃນວັນ​ພະຫັດວານ​ນີ້ ທ່ານ Ban ​ໄດ້​ພົບ​ປະ​ກັບປະທານາ ທິບໍດີ Putin ​ແລະ
ລັດຖະມົນ​ຕີ ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ໃນ​ກຸງ​ມົສກູ. ທ່ານ Ban ກ່າວ​ວ່າ
ທ່ານ​ໄດ້​ຮຽກຮ້ອງ​ໃຫ້ ຜູ້​ນຳຣັດ​ເຊຍ ປ້ອງ​ກັນບໍ່ໃຫ້ເກີດ “ອຸປະຕິ​ເຫດທີ່​ບໍ່​ມີ​ຄວາມ​ຕັ້ງ​ໃຈໃດໆ"
ຂຶ້ນ ທັງຢູ່​ໃນ ຫລື​ໃກ້ຢູ​ເຄຣນ ​ທີ່​ອາດ​ຈະເພີ້ມທະ ວີ​ຄວາມ​ເຄັ່ງ​ຕືງ​ຢູ່ໃນ​ຂົງ​ເຂດທີ່ພວມ ມີຄວາມ
ຫລໍ່ແຫລມນັ້ນ.

Kerry Says US Preparing Additional Sanctions for Russia Over Ukraine
please wait

No media source currently available

0:00 0:03:18 0:00


​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ປະທານາທິບໍດີ ສະຫະລັດ ທ່ານ Barck Obama ​ໄດ້​ປະກາດ​ເພີ້​ມ
ການ​ລົງ​ໂທດ​ຕໍ່ຣັດ​ເຊຍ. ໃນການຖະແຫຼງ​ທີ່ທຳນຽບຂາວນັ້ນ ທ່ານ Obama ກ່າວ​ວ່າ ທ່ານ
ລົງ​ໂທດ​ສ່ວນ​ໃຫຍ່ແມ່ນຕໍ່ສ່ວນບຸກຄົນ​ແລະທະນາຄານ ທີ່​ພົວພັນ​ກັບການ ເຂົ້າຢຶດຄອງ
ແຫລມໄຄຣເມຍ ທີ່ຕັ້ງຢູ່ໃນເຂດທະ​ເລ​ດໍາ. ກ່ອນ​ໜ້າ​ນັ້ນ ສະຫະລັດ ​ໄດ້​ຈຳກັດ​ການ​ເດີນ​ທາງ
​ແລະ​ກິດຈະການ​ດ້ານ​ເສດຖະກິດ ຕໍ່ເຈົ້າໜ້າທີ່ຣັດ​ເຊຍຫລາຍໆຄົນ ທີ່​ພົວພັນ​ກັບ​ການເຂົ້າ​
ຍຶດ​ເອົາແຫຼມ Crimea.

UKRAINE CNPK
please wait
Embed

No media source currently available

0:00 0:02:29 0:00


XS
SM
MD
LG