ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີພູຕິນ ທໍາການກວດລ້າງ ທາງການເມືອງ ໜັກຍິ່ງຂຶ້ນ (ວີດິໂອລາວ/ອັງກິດ)


ທ່ານ Vladimir Putin ປະທານາທິບໍດີຣັດເຊຍ
ທ່ານ Vladimir Putin ປະທານາທິບໍດີຣັດເຊຍ
ໃນວັນທີ 7 ພຶດສະພາ ປີ​ 2012 ທ່ານ ວລາດິເມຍ ພູຕິນ ໄດ້
ຫວນກັບຄືນສູ່ວັງເຄຣມລິນ ເພື່ອດໍາລົງຕໍາແໜ່ງປະທານາທິ
ບໍດີອີກສະໄໝນຶ່ງ ຫຼັງຈາກ​ໄລຍະ​ເວລາສີ່ປີທີ່ທ່ານ​ບໍ່​ໄດ້​ເປັນ
ເປົ້າ​ຂອງ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນຕະຫລອດເວລາ ຍ້ອນ
​ໄດ້ໄປ​ດໍາລົງ​ຕໍາ​ແໜ່​ງ​ເປັນນາຍົກລັດຖະມົນຕີຂອງຣັດເຊຍ ​
ແທນ. ການກັບຄືນມາຂອງທ່ານ ພູຕິນ ​ໄດ້​ປະ​ເຊີນການປະ
ທ້ວງຢ່າງໂກດແຄ້ນຫຼາຍໆບັ້ນ. ຜູ້ສື່ຂ່າວວີໂອເອ James
Brooke ມີ​ລາຍ​ງານ​ກ່ຽວ​ກັບຊ່ວງ​ເວລານຶ່ງປີທີ່​ຜ່ານ​ມາຂອງ
ປະທານາທິບໍດີພູຕິນ ຊຶ່ງທອງປານຈະ​ນໍາມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:



ໃນວັນທີ 7 ພຶດສະພາ ປີ​ກາຍ​ນີ້ ຕໍາຫຼວດປາບການຈະລາຈົນ ໄດ້ຕໍ່ສູ້ກັບປະຊາຊົນໃນ
ນະຄອນຫຼວງມອສໂຄ ທີ່ພາກັນປະທ້ວງຕໍ່ຕ້ານການສາບານຕົວເຂົ້າຮັບຕໍາແໜ່ງ ຂອງ
ທ່ານພູຕິນ ໃນຖານະປະທານາທິບໍດີ ອັນ​ເປັນ​ການ​ເ​ລີ້​ມຕົ້ນ​ການປົກຄອງຣັດເຊຍ ​ເປັນ​
ເວລາຫົກປີ.

ບັນດານັກວິເຄາະເວົ້າວ່າ ໃນປີທໍາອິດຂອງຕໍາແໜ່ງປະທານາທິບໍດີໃໝ່ ຂອງທ່ານນັ້ນ
ທ່ານ​ພູ​ຕິນ ໄດ້ກວດລ້າງພວກຝ່າຍຄ້ານຢ່າງໃຫຍ່.

ອັນເປັນການກວດລ້າງ ທີ່ມີ​ການລາດຕະເວນຕາມຖະໜົນຫົນທາງ ໂດຍພວກທະຫານ Cossacks ເຫຼົ່ານີ້ ​ເປັນ​ສັນຍາ​ລັກ ໃຫ້​ເຫັນ​ຢູ່​ທົ່ວ​ໄປ.

ທ່ານ Dmitry Suslov ອາຈານສອນວິຊາກິດຈະການລະຫວ່າງປະເທດ ປະຈໍາສະ​ຖາ
ບັນຂັ້ນສູງດ້ານເສດຖະກິດ ເວົ້າວ່າ ຢູ່ເບື້ອງຫຼັງສັນຍາລັກດັ່ງກ່າວນັ້ນ ຣັດເຊຍ​ແມ່ນໄດ້
ຫຼຸດລະດັບເສລີພາບທາງການເມືອງລົງ ຢ່າງຈິງຈັງ.

ອາຈານສູສລອຟ ເວົ້າວ່າ: “ຍຸທະວິທີຂອງ​ລັດຖະບານ​ແມ່ນ: ທັບມ້າງ ທໍາລາຍ ຝ່າຍຄ້ານ ທໍາລາຍຂະ​ບວນການປະທ້ວງ ໂດຍການປະຫັດ ປະຫານ ກັກຂັງ
ວາງຂໍ້​ຈໍາກັດຮັດ​ແຄບ ບັງຄັບໃຫ້ຍົກຍ້າຍຖິ່ນຖານ …ຄືກະທໍາ ທຸກຢ່າງ.”


ວັງເຄຣມລິນເລີ່ມຕົ້ນດ້ວຍການກວດ​ລ້າງ​ວົງ​ດົນຕີ​ Punk ແມ່ຍິງ ຄະນະ Pussy Riot ທີ່ໄດ້ທໍາ​ການປະທ້ວງຢູ່ໃນວິຫານໃຫຍ່ຂອງມອສໂຄ.

​ແມ່ຍິງສາມຄົນໃນວົງດົນຕີຄະນະດັ່ງກ່າວ ຖືກຕັດສິນຈໍາຄຸກສອງປີ ເມື່ອເດືອນສິງຫາ ປີຜ່ານມາ.

ມາບັດນີ້ ​ແມ່ນຜຽນຂອງທ່ານ Alexei Navalny ຜູ້ນໍາຝ່າຍຄ້ານທີ່ມີຊື່ສຽງ ທີ່ສຸດຂອງ ຣັດເຊຍ. ທ່ານ Navalny ກໍາລັງຖືກດໍາເນີນຄະດີໃນເມືອງນຶ່ງ ຂອງແຂວງນຶ່ງ ທີ່ຢູ່ຫ່າງ​ໄກຈາກຖານອໍານາດຂອງທ່ານໃນນະຄອນຫລວງ ມອສໂຄ ອອກໄປ 1,000 ຫຼັກ.

ທ່ານ Vladimir Ryzhkov ນັກການເມືອງຝ່າຍຄ້ານ ເວົ້າວ່າ ການດໍາເນີນຄະດີດັ່ງກ່າວ
ແມ່ນສະທ້ອນໃຫ້​ເຖິງການກວດລ້າງໃນຂອບເຂດທີ່ກວ້າງຂວາງ ທີ່ປະທານາທິບໍດີພູຕິນ
ໄດ້ເລີ່ມ​ເຮັດ ໃນຕອນກັບຄືນສູ່ວັງ ເຄຣມລິນ​ໃໝ່ໆ​.

ທ່ານ ຣີສຄອຟ ເວົ້າວ່າ: “ທ່ານພູຕິນ ແລະສະພາຂອງທ່ານ ໄດ້ອອກກົດໝາຍ ຫຼາຍໆຊຸດ ທີ່ແນ​ໃສ່ການຫ້າມໃນທຸກໆດ້ານ ເຊັ່ນ: ຫ້າມປະທ້ວງ, ຫ້າມ​ໃຊ້
ເສລີພາບ​ໃນ​ການສະແດງຄວາມຄິດຄວາມເຫັນ, ຫ້າມກ່າວໂຈມຕີ ລັດຖະ
ບານ ແລະວັດວາ ເປັນຕົ້ນ.”


ການປະທ້ວງດຽວ​ນີ້ ​ແມ່ນ​ມີ​ຂະໜາດນ້ອຍລົງ. ​ແລະບັດນີ້ ເຈົ້າໜ້າທີ່ກວດກາຂອງລັດຖະ
ບານ ພາກັນ​ອອກໄປຢ້ຽມຢາມອົງການຕ່າງໆທີ່ບໍ່ຂຶ້ນກັບລັດຖະບານ ເພື່ອພະຍາຍາມ
ພິສູດວ່າ ພວກເຂົາເຈົ້າເປັນສາຍລັບຈາກຕ່າງປະເທດ.

ເຈົ້າໜ້າທີ່ກວດກາໄດ້ຂໍເອົາເອກກະສານ 9,000 ໜ້າ ຈາກກຸ່ມສິດທິມະນຸດ Memorial.

Alexander Cherkasov ປະທານກຸ່ມສິດທິມະນຸດ Memorial ກ່າວວ່າ:

ທ່ານ Alexander ເວົ້າວ່າ: “ພວກເຂົາເຈົ້າຕີ​ຄວາມ​ໝາຍ​ຂອງການມີ​ອິດ​ທິພົນ
ໃນ​ຮູບ​ແບບໃດ​ກໍ​ຕາມ ຕໍ່ສັງຄົມ ຫຼືຕໍ່​ລັດ​ນັ້ນ​ວ່າ ເປັນການເຄຶ່ອນໄຫວທາງການ
ເມືອງ. ການກວດກາຕ່າງໆເຫຼົ່ານີ້ ແມ່ນໄດ້ແນເປົ້າໝາຍ​ໃສ່​ການ​ນໍາ​ເອົາບັນ
ດາ ອົງການຈັດ​ຕັ້ງຕ່າງໆຂອງປະຊາຊົນຣັດເຊຍ ມາ​ຢູ່​ພາຍ​ໃຕ້ກົດໝາຍວ່າ​
ດ້ວຍສາຍລັບຕ່າງປະເທດ.”


ແຕ່ພວກສະໜັບສະໜຸນທ່ານພູຕິນ ເຊັ່ນທ່ານນາງ Ekaterina Stenyakina ຜູ້ນໍາຂອງ
ກຸ່ມ Young Guard ເວົ້າວ່າ ຝ່າຍຄ້ານຂອງຣັດເຊຍມີເສລີພາບໃນການເຄຶ່ອນໄຫວທຸກ
ປະການ.

ທ່ານນາງ Stenyakina ເວົ້າວ່າ: “ບອກຂ້າພະເຈົ້າເບິ່ງດູ໊ວ່າ ກົດໝາຍເຫຼົ່ານີ້
ຈໍາກັດຮັດແຄບກິດຈະກໍາຂອງພົນລະ​ເມືອງໃນ​ທາງ​ໃດຫຼືບໍ່? ຂ້າພະເຈົ້າວ່າ ບໍ່.
ທ່ານຢາກຕັ້ງພັກຂຶ້ນ​ມາຫວາ? ເຊີນໂລດ. ຫຼືທ່ານຢາກໄດ້ສານ​ທີ່​ເປີດ​ກ້ວາງ?
ທົ່ວທຸກຫົນແຫ່ງແມ່ນມີເສັ້ນທາງທີ່ເປີດກວ້າງ ໄວ້ໃຫ້ແກ່ທຸກໆ ຄົນ.”


ບັນດາຜູ້ນໍາຝ່າຍຄ້ານບາງຄົນ ກໍາລັງປ່ຽນຈາກວິທີການຈັດປະທ້ວງ ຢູ່ຕາມຖະໜົນຫົນ
ທາງ ມາເປັນການສົ່ງຜູ້ສະໝັກ​ເຂົ້າ​ຮ່ວມ​ໃນ​ການເລືອກຕັ້ງທ້ອງຖິ່ນ​ກໍານົດສອງປີ ທີ່ຈະ
ເລີ່ມຕົ້ນໃນເດືອນກັນຍາຕໍ່ໜ້ານີ້.Vladimir Milov ເປັນປະທານພັກຝ່າຍຄ້ານ ພັກໃໝ່
ທີ່​ຊື່ພັກ Democratic Choice ຫຼືທາງ​ເລືອກ​ປະຊາທິປະ​ໄຕ.

ທ່ານ ມີລ໊ອຟ ເວົ້າວ່າ: “ຖ້າພວກເຮົາມີໜ່ວຍກໍາລັງທີ່ຊັດເຈນ ປະຕິບັດງານໄດ້ ​
ເຊັ່ນ​ ມີພັກ ມີຜູ້ສະໝັກເປັນເຈົ້າກໍາແພງເມືອງ ທີ່ມີຄວາມສາມາດຢ່າງແທ້ຈິງ
ທີ່ຈະດຶງ​ເອົາການສະໜັບສະໜຸນ ແລະດຶງດູດ​ເອົາພວກປ່ອນບັດ ທັງຫຼາຍມາ
ໄດ້ແລ້ວ ພວກເຈົ້າໜ້າທີ່ກໍຈະໄປບໍ່ລອດ ເຖິງແມ່ນຈະມີການສໍ້ໂກງຄະແນນ
ບັດເລືອກຕັ້ງ ຮອດ 10 ຫາ 15 ເປີເຊັນກໍຕາມ.”


ການທົດສອບຄວາມໝັ້ນຄົງຄັ້ງໃຫຍ່ ກໍາລັງປາກົດຂຶ້ນມາເປັນລາງໆສໍາລັບລັດຖະບານ
ຂອງປະທານາທິບໍດີພູຕິນ. ປະລິມານການສົ່ງອອກພະລັງງານ ຂອງຣັດເຊຍ​ກໍາລັງຕົກ
ຕໍ່າລົງ ແລະສະພາບການເສດຖະກິດ ກໍ​ອາດຈະບໍ່ມີ​ການເຕີບໂຕເລີຍ ໃນປີນີ້ ຊຶ່ງ​ແມ່ນ​ໄກຫຼາຍຈາກເປົ້າໝາຍການເຕີບໂຕ ຫ້າເປີເຊັນປະຈໍາປີ ຕາມທີ່ໄດ້ຕັ້ງໄວ້ ເວລາທ່ານ
ພູຕິນ ເຂົ້າຮັບຕໍາແໜ່ງປະທານາທິບໍດີ ເມື່ອນຶ່ງປີຜ່ານມານັ້ນ.

ວີດິໂອພາສາອັງກິດ:

Political Crackdown Marks Putin’s First Year Back in Kremlin
please wait

No media source currently available

0:00 0:03:48 0:00
ລິງໂດຍກົງ
XS
SM
MD
LG