ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍແລະຢູເຄຣນ ຈັບຜູ້ຕ້ອງສົງໄສ ທີ່ພະຍາຍາມ ຈະລອບສັງຫານ ທ່ານພູຕິນ (ເບິ່ງສະໄລດ໌)


ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊບ.
ວັນທີ 27 ກຸມພາ 2012.
ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊບ. ວັນທີ 27 ກຸມພາ 2012.

ທີ່ຣັດ​ເຊຍ ໂທລະພາບ​ແຫ່ງ​ລັດລາຍ​ງານ​ຂ່າວ​ວ່າ ທາງ​ການຣັດ​ເຊຍ​ແລະ​ຢູ​ເຄຣນໄດ້​ຈັບ​
ກຸມຜູ້​ຕ້ອງ​ສົງ​ໄສ​ກຸ່ມ​ນຶ່ງ​ ທີ່​ຖືກ​ກ່າວ​ຫາ​ວ່າ ພະຍາຍາມ​ຈະລອບ​ສັງຫານທ່ານ​ Vladimir
Putin ນາຍົກລັດຖະມົນຕີຣັດເຊຍ.

ສະຖານີໂທລະພາບ​ ຊ່ອງ​ນຶ່ງ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ພວກ​ຜູ້​ຕ້ອງ​ສົງ​ໄສດັ່ງກ່າວ​ໄດ້​ວາງ
ແຜນ​ທີ່​ຈະລອບ​ສັງຫານ​ທ່ານ​ພູ​ຕິນ​ໃນ​ກຸງ​ມົສກູ​ໃນ​ທັນທີ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທາ
ນາທິບໍດີຣັດ​ເຊຍ ​ໃນ​ວັນ​ທີ 4 ມີນາ​ໜ້ານີ້. ລາຍ​ງານເວົ້າ​ວ່າ ພວກ​ຕ້ອງ​ສົງ​ໄສ​ໄດ້​ຖືກ​ຈັບ
ກຸມ​ທີ່​ເມືອງທ່າ​ກໍາ​ປັ່ນ Odessa ​ແຄມທະ​ເລ​ດໍາ​ຂອງ​ຢູ​ເຄຣນ.

ລາຍ​ງານ​ຂ່າວອ້າງ​ຄໍາ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄຣນວ່າ
ພວກຕ້ອງ​ສົງ​ໄສ​ຖືກ​ຈັບ​ກຸມ​ໃນ​ຕົ້ນ​ປີ​ນີ້ ຫລັງ​ຈາກ​ເກີດເຫດລະ​ເບີ​ດ​ຂຶ້ນ​ໃນ​ຂະນະ​ທີ່​ພວກ
ເຂົາ​ເຈົ້າ​ກໍາລັງຮຽນ​ເຮັດລະ​ເບີດ​ຢູ່ນັ້ນ. ລາຍ​ງານ​ເວົ້າ​ຕໍ່​ໄປ​ວ່າ ພວກ​ວາງ​ແຜນແມ່ນ​ເຮັດ
ວຽກ​ໃຫ້ກຸ່ມ​ນຶ່ງ​ທີ່​ຢາກ​ຈັດ​ຕັ້ງ​ລັດ​ອິສລາມ​ຂຶ້ນ​ໃນ​ເຂດ CauCasus ​ເໜືອ​ຂອງຣັດ​ເຊຍ
ນັ້ນ. ລາຍ​ງານບໍ່​ໄດ້​ອ້າງ​ຊື່​ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນ​ໃດ​.

ໂຄສົກ​ຂອງ​ທ່ານ Putin ​ໄດ້​ຢືນຢັນ​ລາຍ​ງານ​ຂ່າວ​ນີ້ ​ຕໍ່​ອົງການຂ່າວ Itar-Tass ​ແຕ່​ບໍ່​ໄດ້
ໃຫ້​ລາຍ​ລະອຽດ​ເພີ່ມ​ເຕີມ.

ມີ​ການ​ຄາດ​ກັນ​ຢ່າງ​ແຜ່​ຫລາຍ​ວ່າ ນາຍົກລັດຖະມົນຕີພູຕິນຈະ​ຊະນະ​ການ​ເລືອກ​ຕັ້ງ​ເປັນ
ປະທານາທິບໍດີ​ສະໄໝ​ທີ​ສາມ​ໃນ​ການ​ເລືອກ​ຕັ້ງ​ໃນເດືອນ​ມີນາ​ຕໍ່ໜ້າ​ນີ້ ຫລັງ​ຈາກ​ໄດ້​ດໍາ
ລົງ​ຕໍາ​ແໜ່​ງປະທານາທິບໍດີ​ມາກ່ອນ​ແລ້ວ 2 ສະ​ໄໝ ​ແຕ່​ປີ 2000 ຫາ 2008 ນັ້ນ.

ນັບ​ແຕ່​ນັ້ນ​ມາ ຣັດ​ເຊຍ​ໄດ້​ຕໍ່​ສະ​ໄໝ​ການ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ອອກ​ໄປເປັນ 6 ປີ.
ຖ້າ​ຫາກໄດ້​ຮັບ​ເລືອກ​ຕັ້ງ​ອີກ ທ່ານ​ພູ​ຕິນ ຊຶ່ງເວລາ​ນີ້ມີ​ອາຍຸ 59 ປີນັ້ນ ​ກໍ​ຈະ​ສາມາດ​ເປັນ
ປະທານາທິບໍດີ​ໄດ້​ຕື່ມອີກ 2 ສະ​ໄໝ ​ແລະ​ຈະ​ຄອງ​ອໍານາດ​ໄປ​ຮອດປີ 2024.

ເບິ່ງສະໄລດ໌ພວກຄັດຄ້ານຈັບມືກັນເປັນສາຍໂສ້ມະນຸດ ປະທ້ວງຕໍ່ຕ້ານທ່ານພູຕິນ:

XS
SM
MD
LG