ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Putin ກ່າວປ້ອງກັນ ການປ່ອນບັດເລືອກຕັ້ງ ສະພາແຫ່ງຊາດຣັດເຊຍ


ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin
ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin

ທ່ານ Vladimir Putin ນາຍົກລັດຖະມົນຕີຣັດ​ເຊຍ​ໄດ້ກ່າວ​ປ້ອງ​ກັນ​ຜົນ​ການເລືອກ​ຕັ້ງ​ເອົາ
ສະມາຊິກ​ສະພາ​ແຫ່ງຊາດ ແລະປະຕິ​ເສດ​ຂໍ້​ກ່າວ​ຫາ​ທີ່ວ່າມີການ​ສໍ້​ໂກງຄະແນນສຽງໃນການ​
ເລືອກ​ຕັ້ງນັ້ນ.

ໃນ​ການຕອບຄຳຖາມທາງໂທລະສັບ ໃນລາຍການໂທລະພາບນັ້ນທ່ານ​ພູ​ຕິນກ່າວ​ວ່າ ການ​
ປ່ອນ​ບັດ​ເລືອກຕັ້ງ​ຄັ້ງ​ວັນ​ທີ່ 4 ​ທັນວາ​ຜ່ານ​ມາ ​ແມ່ນໄດ້ສະທ້ອນ​ເຖິງ​ ທັດສະນະ​ຂອງ​ປະຊາ
ຊົນ​ແທ້ ທັງໆທີ່ພວກຝ່າຍຄ້ານໄດ້​ຮຽກຮ້ອງໃຫ້​ຈັດການເ​ລື​ອກຕັ້ງ​ໃໝ່​.

ນອກ​ນີ້​ແລ້ວ ນາ​ຍົດ​ລັດຖະມົນຕີຣັດ​ເຊຍຍັງເວົ້າວ່າ ການ​ເດີນ​ຂະ​ບວນປະ​ທ້ວງຕ່າງໆ​ຄື​ກັນ​
ກັບ​ທີ່​ກະທໍາ​ກັນ ​ລຸນ​ຫລັງ​ຈາກ​ການ​ປ່ອນ​ບັດ​ເອົາ​ສະ​ມາຊິກ​ສະພາ​ຜູ້​ແທນ​ຂອງ​ອາທິດ​ຜ່ານ​
ມານັ້ນ ​ແມ່ນ​ເປັນ​ທີ່ຮັບ​ເອົາ​ໄດ້ ຕາບໃດ​ທີ່​ບໍ່​ເປັນ​ການ​ຝ່າ​ຝືນ​ກົດໝາຍ​ຂອງບ້ານເມືອງ

ຕໍາຫລວດ​ລາຍ​ງານ​ວ່າ ປະຊາຊົນ​ຈໍານວນ 20,000 ຄົນພາກັນ​ຫລັ່ງ​ໄຫລລົງ​ສູ່​ຖະນົນ​ຫົນ
ທາງໃນ​ນະຄອນຫລວງ​ມົສກູ ​ແລະ​ອີກ​ຫລາຍ​ພັນ​ຄົນ​ໂຮມ ຊຸມນຸມ​ກັນໃນ​ຫົວ​ເມືອງ​ອື່ນໆ
ທົ່ວ​ປະ​ເທດ ​ເພື່ອ​ປະ​ທ້ວງ​ການ​ສໍ້ໂກງ​ຄະ​ແນນຕາມທີ່ມີການ​ກ່າວ​ຫາ​ໃນ​ການ​ເລືອກ​ຕັ້ງ​ເອົາ
ສະມາຊິກ​ສະພາ​ແຫ່ງຊາດ ທີ່​ຊະນະ​ໂດຍ ພັກສາມັກຄີຣັດເຊຍຫຼື United Russia ທີ່​ປົກ
ຄອງ​ປະ​ເທດ​ຢູ່ໃນເວລານີ້ ຂອງ​ທ່ານພູຕິນ.

ຜົນ​ການ​ເລື​ອກຕັ້ງ​ພົບ​ວ່າ ພັກ United Russia ສູນ​ເສຍ​ການ​ສະໜັບສະໜຸນຄື​ຄະແນນ
ສຽງສ່ວນຫຼາຍຂອງພັກ​ໄດ້​ຫລຸດ​ລົງ​ໃນ​ສະພາ​ດູ​ມາຂອງ​ຣັດເຊຍ.

ພວກ​ຜູ້​ນໍາ​ພັກ United Russia ທີ່​ໄດ້​ຄອບ​ງໍາ​ການ​ເມືອງ​ຂອງຣັດ​ເຊຍ​ມາ​ໄດ້​ຫລາຍ​ກວ່າ
ສິບ​ປີແລ້ວນັ້ນປະຕິ​ເສດ​ວ່າ​ບໍ່​ໄດ້ມີການສໍ້ໂກງ​ຄະແນນສຽງ.

ທ່ານ​ພູ​ຕິນ ກ່າວ​ວ່າ ທ່ານ​ສະ​ເໜີ​ໃຫ້​ຕິດ​ຕັ້ງ​ກ້ອງ​ຖ່າຍ​ໄວ້​ຕາມ​ສະຖານ​ປ່ອນບັດ​ເລືອກ​ຕັ້ງ
ຕ່າງໆ​ໃນ​ການ​ເລືອກ​ຕັ້ງ​ເອົາ​ປະທານາ​ທິບໍດີ​ໃນ​ເດືອນ​ມີນາ​ປີໜ້າ​ນີ້.

ທ່ານ​ພູ​ຕິນຄາດ​ວ່າ ທ່ານ​ຈະ​ຊະນະ​ການ​ເລືອກ​ຕັ້ງດັ່ງກ່າວ.

XS
SM
MD
LG