ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Putin ​ສາບານ​​ໂຕ ​ເປັນ​ປະທານາທິບໍດີຣັດເຊຍ ​ສະ​ໄໝ ​ທີ 3 (ສະໄລດ໌ກັບວີດີໂອ)


ເບິ່ງວີດີໂອປະກອບສຽງ ໂດຍສະຫລອງ ປະທຸມທອງ:

ທ່ານ Vladimir Putin ຂອງຣັດ​ເຊຍ ​ໄດ້​ເຂົ້າ​ສາບານໂຕໃນ​ວັນ​ຈັນ​ມື້ນີ້ ເພື່ອ​ເຂົ້າ​ຮັບ
​ຕໍາ​ແໜ່​ງ ​ເປັນ​ປະທານາທິບໍດີ ຄັ້ງ​ປະຫວັດສາດ​ສະ​ໄໝ ​ທີ່ 3.

​ໃນພິທີສະ​ເຫຼີ​ມສະ​ຫຼອງ​ທີ່​ຍິ່ງ​ໃຫຍ່ອະລັງການ ທີ່​ໄດ້​ມີ​ບັນດາ​ແຂກ​ຜູ້​ມີ​ກຽດປະມານ​
2,000 ຄົນນັ້ນ ທ່ານ Putin ​ໄດ້​ວາງ​ມື​ຂອງ​ທ່ານ​ໃສ່​ເທິງ​ປຶ້ມ​ລັດຖະທໍາ​ມະນູນ ​ແລະ
ປະຕິຍານຕົນ​ວ່າ “ຈະ​ເຄົາລົບນັບຖື​ແລະປົກ​ປ້ອງສິດທິ​ແລະ​ເສລີ​ປະຊາທິປະໄຕ​
ຂອງ​ປະຊາຊົນ.”

ທາງ​ຕໍາຫຼວດ​ໄດ້​ມີ​ການ​ຮັດກຸມ​ແລະ​ຮັກສາ​ຄວາມ​ປອດ​ໄພ​ຢ່າງເຂັ້ມງວດ​ໃນ​ກຸງ
Moscow ​ກ່ອນ​ພິທີສາບານ​ໂຕເຂົ້າ​ຮັບ​ຕໍາ​ແໜ່​ງ.

ທ່ານ Putin ໄດ້​ຮັບ​ຕໍາ​ແໜ່​ງ​ເປັນນາຍົກລັດ​ຖະມົນຕີ​ ​ຂອງ ຣັດ​ເຊຍ ​ເວລາລົງຈາກ
​ອຳນາດປະທານາທິບໍດີ ​ໃນ​ປີ 2008 ພຸ້ນ.

ທ່ານ​ໄດ້​ຊະນະການ​ເລືອກ​ຕັ້ງເປັນປະທານາທິບໍດີຢ່າງ​ຖ້ວມ​ລົ້ນ ​ໃນ​ວັນ​ທີ 4 ​ເດືອນ
ມີນາ​ຜ່ານ​ມາ.

ທາງ​ຝ່າຍ​ຄ້ານບໍ່​ນັບຖືໄຊຊະນະ​ດັ່ງກ່າວ​ ແລະເອີ້ນ​ການ​ເລືອກ​ຕັ້ງ​ດັ່ງກ່າວວ່າ
​ເປັນການລັກຂະ​ໂມ​ຍຄະ​ແນນສຽງ.

ບັນດາ​ຜູ້​ນໍາ​ຂອງ​ໂລກ​ໄດ້​ຮັບ​ເອົາໄຊຊະນະ​ຂອງ ທ່ານ Putin ​ດ້ວຍຄວາມ​ບໍ່​ເຕັມ​ໃຈ​
ປານ​ໃດ ແລະ ​ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ​ໄດ້​ກ່າວ​ເຖິງ ການ​ເລືອກ​ຕັ້ງ​ດັ່ງກ່າວ
​ວ່າ​ເປັນ​ການຫາ​ທາງ​ເຂົ້າ​ຂ້າງ​ທ່ານ Putin. ພວກ​ຕໍາຫຼວດຣັດ​ເຊຍ​ໄດ້​ປະທະ​ກັບ
ພວກ​ປະ​ທ້ວງທີ່ມີ​ປະມານ 20,000 ຄົນ ທີ່ທໍາ​ການ​ຕໍ່ຕ້ານ​ທ່ານ​ Putin ໃນວັນ​ອາ
ທິດ​ວານ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ທີ່​ໃສ່​ໝວກ​ກັນ​ກະທົບ ​ໄດ້​ທຸບ​ຕີ​ພວກ​ປະ​ທ້ວງ​ດ້ວຍ​ໄມ້ຄ້ອນ ​ແລະ​ກໍ​
ໄດ້​ຈັບ​ກຸມ ສິບ​ກ່ວາຄົນຫຼັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ ລະ​ຫວ່າງ​ສອງ​ຝ່າຍ​
ໃກ້​ໆກັບຂົວ​ຂ້າມ​ແມ່​ນໍ້າ Moscow ​ໄປ​ຫາ​ວັງ Kremlin.​

XS
SM
MD
LG