ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຣັດເຊຍພາກັນ ເດີນຂະບວນ ປະທ້ວງ ລັດຖະບານທ່ານພູຕິນ (ວີດິໂອ)


ການເດີນຂະບວນຕໍ່ຕ້ານລັດຖະບານຂອງທ່ານພູຕິນ ຂະໜາດໃຫຍ່ເທື່ອອິດ ໃນຮອບຫລາຍໆເດືອນ ທີ່ມີຂຶ້ນໃນວັນເສົາວານນີ້.
ການເດີນຂະບວນຕໍ່ຕ້ານລັດຖະບານຂອງທ່ານພູຕິນ ຂະໜາດໃຫຍ່ເທື່ອອິດ ໃນຮອບຫລາຍໆເດືອນ ທີ່ມີຂຶ້ນໃນວັນເສົາວານນີ້.
ຜູ້ແທນຣັດເຊຍທີ່ຖືກປົດອອກຈາກຕໍາແໜ່ງ ທ່ານ Genay
Gudkov ໄດ້ໄປ ປະກົດຕົວຕໍ່ໜ້າຝູງຊົນເປັນພັນໆຄົນ ທີ່ສະໜັບ ສະໜູນຝ່າຍຄັດຄ້ານລັດຖະບານ ຢູ່ນະຄອນຫລວງຂອງຣັດເຊຍ
ໃນວັນເສົາວານນີ້ ສະແດງຄວາມມຸ້ງໝັ້ນທີ່ຈະສືບຕໍ່ທໍາການກົດ
ດັນລັດຖະບານ ໃຫ້ຈັດການເລືອກຕັ້ງຄັ້ງໃໝ່ຂຶ້ນ.

ທ່ານ Gudkov ທີ່ໄດ້ຖືກຂັບໄລ່ອອກຈາກສະພາດູມາ ໃນວັນສຸກ
ຜ່ານມາ ຍ້ອນອັນທີ່ທ່ານເວົ້າວ່າ ເປັນການກ່າວຫາທີ່ບໍ່ຖືກຕ້ອງ
ນັ້ນ ໄດ້ກ່າວຕໍາໜິລັດຖະບານຂອງປະທານາທິບໍດີ Vladimir
Putin ໃນຂະນະທີ່ພວກເດີນຂະບວນໃນກຸງ ມົສກູພາກັນໂຮ່ຮ້ອງ
ຄໍາຂວັນຕໍ່ຕ້ານລັດຖະບານ.
ທ່ານ Gudkov ຜູ້ແທນຣັດເຊຍ ທີ່ຖືກປົດອອກຈາກຕໍາແໜ່ງ
ທ່ານ Gudkov ຜູ້ແທນຣັດເຊຍ ທີ່ຖືກປົດອອກຈາກຕໍາແໜ່ງ


ຢູ່ໃນການເດີນຂະບວນຕໍ່ຕ້ານລັດຖະບານ ຂະໜາດໃຫຍ່ເທື່ອ
ທໍາອິດ ໃນຮອບຫລາຍໆເດືອນດັ່ງກ່າວນີ້ ທ່ານ Gudkov
ໄດ້ກ່າວຫາລັດຖະບານຂອງທ່ານພູຕິນວ່າ ທໍາການປາບປາມ
ແລະບໍ່ມີການປະນີປະນອມ.

ພວກບໍ່ພໍໃຈນໍາລັດຖະບານ ໄດ້ຮຽກຮ້ອງໃຫ້ຈັດການເລືອກ
ຕັ້ງໃໝ່ຂຶ້ນແທນການເລືອກຕັ້ງເມື່ອເດືອນທັນວາທີ່ເປັນຂໍ້ໂຕ້
ແຍ້ງກັນ ແລະໄດ້ນໍາເອົາທ່ານພູຕິນ ກັບມາເປັນປະທານາທິບໍດີ
ຄືນອີກນັ້ນ.

ນັບຕັ້ງແຕ່ທ່ານພູຕິນໄດ້ຖືກເລືອກຕັ້ງຄືນ ສະພາແຫ່ງຊາດຣັດເຊຍໄດ້ຮັບຜ່ານມາດຕະ ການຫລາຍໆອັນ ເພື່ອທັບມ້າງການປະທ້ວງຂອງປວງຊົນ, ການໝິ່ນປະໝາດ ແລະອົງ ການບໍ່ຂຶ້ນກັບລັດຖະບານ.

ເບິ່ງວີດິໂອການປະທ້ວງທີ່ກຸງມົສກູ ຕໍ່ຕ້ານລັດຖະບານຂອງທ່ານ ພູຕິນ

XS
SM
MD
LG