ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນຫລາຍໝື່ນຄົນ ທໍາການປະທ້ວງ ທີ່ຣັດເຊຍ (ເບິ່ງວີດິໂອ)


ການປະທ້ວງໃນໃຈກາງກຸງມົສກູ.
ວັນທີ 5 ກຸມພາ 2012.
ການປະທ້ວງໃນໃຈກາງກຸງມົສກູ. ວັນທີ 5 ກຸມພາ 2012.

ເຖິງແມ່ນດິນ​ຟ້າ​ອາກາດຈະໜາວ​ເຢັນ​ຈັດ​ກໍ​ຕາມ ພວກປະ​ທ້ວງ​ຫລາຍໝື່ນ​ຄົນ​ໄດ້​ພາກັນ
ໄປ​ໂຮມ​ຊຸມນຸມ​ໃນ​ກຸງ​ມົສກູ​ ແລະ​ໃນ​ຫົວ​ເມືອງ​ຕ່າງໆ​ຂອງຣັດ​ເຊຍ​ໃນ​ວັນ​ເສົາ​ວານ​ນີ້ ​ເພື່ອ
ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ຍຸຕິ​ທໍາ ​ແລະ​ເພື່ອ​ສະໜັບສະໜຸນ​ລັດຖະບານ​ເຊ່ນ​ກັນ.

ສື່ຣັດ​ເຊຍ​ກ່າວ​ວ່າ ມີ​ປະຊາຊົນ​ໃນ​ຈໍານວນ​ຫລາຍ​ເຖິງ 35 ພັນ​ຄົນ​ໄດ້ປະກອບສ່ວນ​ໃນ​ການ​ຊຸມ​ຊຸມ​ທີ່​ຈະຕຸ​ລັດ Bolotnaya ​ໃນ​ກຸງ​ມົສກູ​ນັ້ນ ​ແຕ່​ພວກ​ຈັດ​ແຈງ​ການ​ໂຮມ​ຊຸມນຸມ​ກ່າວ​ວ່າ ມີ​ປະຊາຊົນເຂົ້າ​ຮ່ວມ​ຫລາຍ​ກວ່າ​ນັ້ນ. ທ່ານ Boris Nemtsov ຜູ້​ນໍາ​ຝ່າຍ​ຄ້ານກ່າວ​ວ່າ ການ​ທີ່ມີ​ຜູ້ຄົນ​ມາ​ຮ່ວມ​ນໍາ​ຢ່າງ​ຫລວງຫລາຍໃນ​ສະພາວະ​ດິນຟ້າ​ອາກາດ​ທ່ີ​ໜາວຈັດ​ເຊ່ນ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ຢາກໃຫ້​ມີ​ການປ່ຽນ​ແປງ.

ພວກ​ປະ​ທ້ວງ​ພາກັນ​ຮ້ອງ​ຄໍາ​ຂວັນ​ ແລະ​ຖື​ປ້າຍຕ່າງໆ​ທີ່​ເວົ້າ​ວ່າ “ຣັດເຊຍ​ທີ່​ບໍ່​ມີ​ພູ​ຕິນ”. ນາຍົກ​ລັດຖະມົນຕີ Vladimir Putin ຈະ​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ອີກ ​ເປັນສະ​ໄໝ​ ທີ 3 ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 4 ​ເດືອນ​ມີນາ​ໜ້າ​ນີ້. ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້ເຫັນ​ວ່າ ທ່ານ​ຈະ​ຊະນະ​ການ​ເລືອກ​ຕັ້ງ​ນັ້ນ.

ສື່ຣັດ​ເຊຍ​ກ່າວ​ວ່າ ພວກ​ປະ​ທ້ວງ​ນິຍົມ​ລັດຖະບານ​ຕື່ມ​ອີກ​ຫລາຍ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ສະຖານ​ທີ່ແຫ່ງນຶ່ງ​ອີກ​ໃນ​ກຸງ​ມົສກູ ໃນ​ວັນ​ເສົາ​ວານ​ນີ້.

ສື່​ມວນ​ຊົນ​ໃນ​ມົສກູ​ລາຍ​ງານ​ວ່າ ​ໄດ້ມີ​ການ​ຈົ່ມ​ວ່າແດ່​ເລັກ​ນ້ອຍຈາກ​ພວກ​ພວກ​ພະນັກງານ
ລັດ ພວກ​ນາຍຄູ​ ​ນາຍ​ໝໍ ​ແລະພວກ​ພະນັກງານ​ໄປສະນີ​ວ່າ ​ພວກ​ເຂົາ​ເຈົ້າ​ຖືກ​ບັງຄັບໃຫ້​
ໄປ​ຮ່ວມ​ໃນ​ການປະ​ທ້ວງ​ສະໜັບສະໜຸນທ່ານ​ພູ​ຕິນນັ້ນ. ​ແຕ່​ນາຍົກລັດຖະມົນຕີພູຕິນກ່າວ
ວ່າ ມັນ​ຈະ​ເປັນໄປ​ບໍ່​ໄດ້​ ທີ່ຈະ​ເຕົ້າ​ໂຮມ​ເອົາ​ຜູ້​ຄົນ​ຫລາຍ​ຄົນ​ຂະໜາດ​ນັ້ນ​ມາ​ຮ່ວມນໍາ ຖ້າ​
ຫາກເຂົາ​ເຈົ້າ​ບໍ່​ເຕັມ​ໃຈ​ຢາກ​ມາ.

ເບິ່ງວີດີໂອພາສາອັງກິດ ກ່ຽວກັບຂະບວນການຄັດຄ້ານທ່ານພູຕິນ ຢູ່ຣັດເຊຍ:

XS
SM
MD
LG