ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະຊາຊົນຣັດເຊຍ ຫຼາຍພັນຄົນ ເດີນຂະບວນ ໃນກຸງມອສກູ (ວີດີໂອ)


ການປະທ້ວງຂອງພວກຝ່າຍຄ້ານທີ່ກຸງມອສກູ.
ວັນທີ 14 ພຶດສະພາ 2012.
ການປະທ້ວງຂອງພວກຝ່າຍຄ້ານທີ່ກຸງມອສກູ. ວັນທີ 14 ພຶດສະພາ 2012.


















ພວກ​ສະໜັບສະໜຸນ​ຝ່າຍ​ຄ້ານຣັດ​ເຊຍ​ປະມານ 10 ພັນ​ຄົນພາກັນເດີນ​ຂະ​ບວນ ​ໃນ​ທີ່​ພວກ​ຜູ້​ຈັດ​ແຈງ​ເອີ້ນ​ວ່າ ​ເປັນການ​ທົດ​ສອບ​ຍ່າງ​ຫຼິ້ນຜ່ານ​ກຸງ​ມອສກູ​ ໃນ​ວັນ​ອາທິດ​ວານ​ນີ້.

ພວກ​ທີ່​ພາກັນ​ໄປ​ຍ່າງ​ເດີນ​ຂະ​ບວນກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ທົດ​ສອບ​ການ​ອະນຸ​ໂລມ​ຜ່ອນຜັນຂອງ​ຕໍາຫຼວດ​ ຕໍ່​ການ​ໂຮມ​ຊຸມນຸມ​ຄັ້ງ​ໃຫຍ່​ໃນ​ນະຄອນຫຼວງ​ຂອງຣັດ​ເຊຍ ນຶ່ງ​ສັບປະດາ​ຫຼັງ​ຈາກ​ປະທານາທິບໍດີ Vladimir Putin ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງສະ​ໄໝ​ທີ​ສາມຂອງ​ທ່ານ.

ຜູ້​ຈັດ​ແຈງ​ການ​ຍ່າງ​ຫຼິ້ນ​ຄົນ​ນຶ່ງ ຄື ທ່ານ Boris Akunin ນັກ​ຂຽນນະວະນິຍາຍ ກ່າວ​ວ່າ​ທ່ານ​ຢາກ​ເຫັນ​ວ່າ ມັນ​ເປັນ​ໄປ​ໄດ້​ບໍ ​ສໍາລັບ​ພົນລະ​ເມືອງ​ໃນ​ກຸງ​ມອສກູ ທີ່ຍ່າງໄດ້​ຢ່າງ​ເສລີ​ໃນ​ເມືອງ​ຂອງ​ເຂົາ​ເຈົ້າ ຫຼືວ່າພວກ​ເຂົາເຈົ້າຈະຕ້ອງການໄດ້​ຮັບໃບ​ອະນຸຍາດ​ພິ​ເສດ​ເສຍກ່ອນ?

​ໃນ​ການສະ​ແດງ​ຄວາມ​ຍັບ​ຍັ້ງ​ທີ່​ບໍ່​ສູ້​ມີ​ມາ​ກ່ອນນັ້ນ ພວກ​ຕໍາຫຼວດ​ບໍ່​ໄດ້​ໄປມີໜ້າ​ຫຼາຍ​ ໃນ​ທີ່​ໂຮມ​ຊຸມນຸມ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ກໍ​ບໍ່​ມີ​ລາຍ​ງານ​ແຈ້ງ​ໃຫ້​ຊາບກ່ຽວກັບວ່າ ​ໄດ້​ເກີດບັນຫາຫຼືມີ​ການ​ຈັບ​ກຸມ​ໃດໆ.

ຕໍາຫຼວດ​ປາບ​ການ​ຈະລາຈົນຂອງຣັດ​ເຊຍ​ໄດ້​ທໍາ​ການ​ທັບ​ມ້າງ​ຢ່າງ​ຮຸນ​ແຮງ​ ຕໍ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ​ພູ​ຕິນ​ໃນ​ວັນ​ອາທິດ​ ທີ 6 ຜ່ານ​ມາ​ນີ້ ຢູ່​ໃກ້ໆກັບ​ວັງ Kremlin ​ໂດຍ​ໄດ້​ທໍາ​ການ​ຈັບ​ກຸມ​ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ.

ປະຊາຊົນຣັດ​ເຊຍ​ບາງ​ຄົນ​ກ່າວ​ຫາ​ວ່າ ມີ​ການ​ສໍ້​ໂກງ​ບັດ​ໃນ​ການ​ເລືອກຕັ້ງ​ທີ່​ໄດ້ເຮັດ​ໃຫ້​ທ່ານ​ພູ​ຕິນ ກັບ​ຄືນ​ມາ​ດໍາຣົງຕໍາ​ແໜ່​ງປະທານາທິບໍດີອີກ​ສະ​ໄໝ​ນຶ່ງ​ນັ້ນ.

ວີດີໂອລາຍງານກ່ຽວກັບການປະທ້ວງຂອງຝ່າຍຄ້ານໃນຣັດເຊຍ:

XS
SM
MD
LG