ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍຫ້າມ ຜູ້ນໍາຝ່າຍຄ້ານ ບໍ່ໃຫ້ລົງສະໝັກ ເລືອກຕັ້ງ ປະທານາທິບໍດີ


ຜູ້ນໍາພັກຝ່າຍຄ້ານຫົວເສລີ ທ່ານ Grigory Yavlinsky ທີ່ບໍ່ຖືກອານຸຍາດໃຫ້ລົງສະໝັກເລືອກຕັ້ງປະທານາທິບໍດີ ເພື່ອແຂ່ງກັບນາຍົກລັດຖະມົນຕີ Vladimir Putin ນັ້ນ
ຜູ້ນໍາພັກຝ່າຍຄ້ານຫົວເສລີ ທ່ານ Grigory Yavlinsky ທີ່ບໍ່ຖືກອານຸຍາດໃຫ້ລົງສະໝັກເລືອກຕັ້ງປະທານາທິບໍດີ ເພື່ອແຂ່ງກັບນາຍົກລັດຖະມົນຕີ Vladimir Putin ນັ້ນ

ພວກເຈົ້າໜ້າທີ່ຣັດເຊຍໄດ້ຫ້າມຜູ້ນໍາພັກຝ່າຍຄ້ານຫົວ​ເສລີ ທ່ານ Grigory Yavlinsky ບໍ່ໃຫ້ລົງສະໝັກເລືອກຕັ້ງປະທານາທິບໍດີ ເພື່ອແຂ່ງກັບນາຍົກລັດຖະມົນຕີ Vladimir
Putin ຍ້ອນວ່າ ມີບັນຫາກ່ຽວ​ກັບ​ໃບລົງທະບຽນຂອງທ່ານ ຕາມທີ່ມີ​ການກ່າວຫານັ້ນ.

ຄະນະກໍາມະການການເລືອກຕັ້ງສູນກາງ ກ່າວໃນວັນສຸກວານນີ້ວ່າ ປະມານ 25%
ຂອງລາຍເຊັນ ທີ່ໄດ້ຮີບໂຮມເອົາເພື່ອມາສະໜັບສະໜຸນແກ່ທ່ານ Yavlinsky ໃຫ້ເປັນ ຜູ້ລົງສະໝັກເລືອກຕັ້ງໄດ້ນັ້ນ ແມ່ນໃຊ້ການບໍ່ໄດ້.

ທ່ານ Yavlinsky ຊຶ່ງເປັນຜູ້ນໍາພັກ Yabloko ເວົ້າວ່າ ການຕັດສິນດັ່ງກ່າວນັ້ນ ແມ່ນ
ມີຂຶ້ນເພື່ອຊ່ວຍໃຫ້ພວກທີ່ກໍາອໍານາດຢູ່ໃນປັດຈຸບັນ ໄດ້ຮັບໄຊຊະນະ​ໃນການເລືອກຕັ້ງ
ປະທານາທິບໍດີ ທີ່ຈະຈັດຂຶ້ນໃນເດືອນມີນາ ທີ່ຈະມາເຖິງນີ້.

ໃນວັນຈັນທີ່ຜ່ານມານີ້ ທ່ານ Yavlinsky ເວົ້າວ່າ ການເກືອດຫ້າມບໍ່ໃຫ້ ທ່ານລົງສະ
ມັກເປັນປະທານາທິບໍດີນັ້ນ ຈະເປັນການເຍາະເຍີ້ຍຕໍ່ພວກປະທ້ວງ ຫລາຍສິບພັນ
ຄົນ ທີ່ໄດ້ພາກັນເດີນຂະບວນຕາມຖະໜົນຫົນທາງ ຢູ່ໃນຫລາຍຫົວເມືອງໃຫຍ່ໆ
ຂອງຣັດເຊຍ ໃນໝໍ່ໆມານີ້ ເພື່ອຮຽກຮ້ອງໃຫ້ມີການປະຕິຮູບທາງການເມືອງ ແລະ
ມີການເລືອກຕັ້ງທີ່ຍຸດຕິທໍາ.

ທ່ານ Alexei Mitrofanov ຊຶ່ງເປັນຜູ້ແທນສະພາຈາກພັກ “Just Russia” ກໍໄດ້ສະ ແດງຄວາມຮູ້ສຶກເຊັ່ນດຽວກັນ. ທ່ານກ່າວວ່າ:

“ທ່ານ Yavlinsky ມີການສະໜັບສະໜຸນຈາກສະພາເລືອກຕັ້ງ ສະນັ້ນ ທ່ານຄວນ
ໄດ້ຮັບອານຸຍາດ ໃຫ້ເຂົ້າຮ່ວມສະໝັກເລືອກຕັ້ງ ແຕ່ວ່າພວກ ເຂົາບໍ່ຢາກໃຫ້ທ່ານ
Yavlinsky ເຂົ້າແຂ່ງຂັນ ເພາະວ່າ ສະພາບການ ເລືອກຕັ້ງໄດ້ກຽມພ້ອມໄວ້ແລ້ວວ່າ
ໄຊຊະນະຂອງ ທ່ານ Vladimir Putin ນາຍົກລັດຖະມົນຕີຣັດເຊຍຢູ່ໃນຮອບທໍາອິດ
ແລະຜູ້ສະໝັກເລືອກຕັ້ງ ເຊັ່ນທ່ານ Yavlinsky ຈະໄປລົບກວນຈໍານວນຄະແນນສຽງ ຊຶ່ງອາດຈະໄດ້ນັບໄວ້ເປັນຢ່າງ ດີໄວ້ກ່ອນແລ້ວ ແລ້ວ ສະນັ້ນລະ ຈຶ່ງບໍ່ມີໃຜຕ້ອງການ
ໃຫ້ ທ່ານເຂົ້າຮ່ວມການ ແຂ່ງຂັນສະໝັກເລືອກຕັ້ງ.”

ທ່ານ Yavlinsky ນັກເສດຖະສາດ ທີ່ມີອາຍຸ 59 ປີ ຕ້ອງມີລາຍເຊັນ 2 ລ້ານ ລາຍເຊັນ ເພື່ອຈະມີສິດເຂົ້າສະໝັກເລືອກຕັ້ງແລ່ນ ແຂ່ງຂັນກັບທ່ານ Putin ທີ່ມີຄວາມນິຍົມຄາດ
ວ່າ​ຈະໄດ້​ເປັນ​ປະທານາທິບໍດີ​ຂອງຣັດ​ເຊຍ​ນັ້ນ. ລາຍເຊັນດັ່ງ ກ່າວແມ່ນມີ​ຄວາມ​ຈຳ​ເປັນ
ຍ້ອນວ່າ ພັກ Yabloko ຂອງທ່ານ Yavlinsky ບໍ່ໄດ້ຮັບໄຊຊະນະໃນການຊີງເອົາບ່ອນ
ນັ່ງໃດໆໃນສະພາ ໃນຊ່ວງການເລືອກຕັ້ງ ທີ່ຈັດຂຶ້ນໃນເດືອນທັນວາຜ່ານມາ ທີ່​ເປັນ​ບັນ
ຫາໂຕ້ແຍ້ງກັນນັ້ນ.

XS
SM
MD
LG