ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາດູມາ ຮັບຮອງເອົາ ທ່ານເມດເວເດຟ ເປັນນາຍົກ ຣັດເຊຍ


ຕໍາຫລວດປາບຈະລາຈົນຣັດເຊຍ ຈັບກຸມພວກປະທ້ວງທີ່ບໍ່ພໍໃຈການສັບປ່ຽນຕໍາ ແໜ່ງຜູ້ນໍາສູງສຸດຂອງຣັດເຊຍ ໄກ້ວັງເຄຣມລິນ
ຕໍາຫລວດປາບຈະລາຈົນຣັດເຊຍ ຈັບກຸມພວກປະທ້ວງທີ່ບໍ່ພໍໃຈການສັບປ່ຽນຕໍາ ແໜ່ງຜູ້ນໍາສູງສຸດຂອງຣັດເຊຍ ໄກ້ວັງເຄຣມລິນ

ສະພາ​ຕໍ່າຣັດ​ເຊຍ​ໄດ້​ອະນຸມັດໃຫ້ທ່ານ Dmitry Medvedev ​ເປັນ​ນາຍົກ ລັດຖະມົນຕີ​ຫລັງ​ຈາກ​ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະທານາທິບໍດີ Vladimir Putin ທີ່​ຫາ​ກໍ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງ​ໃໝ່ໆ​ນັ້ນ.

ສະພາ​ຊິກ​ສະພາ​ຕໍ່າຣັດ​ເຊຍໄດ້ອອກສຽງຮັບຮອງ​ເອົາ​ທ່ານ​ເມດ​ເວ​ເດ​ຟ ດ້ວຍຄະ​ແນນ​ 299 ຕໍ່ 144 ສຽ​ງ. ການ​ສັບ​ປ່ຽນ​ຕໍາ​ແໜ່​ງກັນ​ດັ່ງກ່າວ​ກັບ​ທ່ານພູ​ຕິນ ຊຶ່ງ​ກ່ອນ​ການ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງໃນ​ມື້​ວັນ​ຈັນຜ່ານ​ມາ ນີ້ ​ແມ່ນເປັນ​ນາຍົກລັດຖະມົນຕີ​ເປັນ​ເວລາ​ສີ່​ປີຂອງຣັດ​ເຊຍ​ນັ້ນ.

ການ​ສັບ​ປ່ຽນ​ຕໍາ​ແໜ່​ງກັນ​ນີ້ ​ໄດ້​ສ້າງ​ຄວາມ​ໂກ​ດ​ແຄ້ນ​ໃຫ້​ແກ່​ຊາວຣັດ​ເຊຍ ຈຳນວນ​ຫຼວງຫລາຍ​ ​ແລະ​ເກີດ​ມີ​ການ​ປະ​ທ້ວງ​ກັນຕໍ່ຕ້ານ​ການ​ກໍາ​ອໍານາດ​ຂອງ​ບຸ​ກຄົນທັງ​ສອງ​. ກ່ອນ​ສະພາ​ດູ​ມາ​ເປີດ​ການ​ອະພິ​ປາຍ​ກັນ​ນັ້ນ ​ຕໍາ ຫລວດ​ໄດ້​ທັບ​ມ້າງ​ການ​ປະ​ທ້ວງ​ຕະຫລອດ​ໃນ​ສວນສາທາລະນະ​ແຫ່ງ​ນຶ່ງ ​ຢູ່ໃກ້​ວັງເຄຣມລິນ ​ແລະ​ໄດ້​ຈັບ​ກຸມ​ຫລາຍໆ​ຄົນ ​ໂຮມ​ທັງ​ທ່ານ Alexei Navalny ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ທີ່​ມີ​ຊື່​ສຽງ ​ແລະ​ທ່ານ Sergei Udaltsov ຜູ້​ປະສານ​ງານຂະບວນການແນວ​ໂຮມ​ຝ່າຍ​ຊ້າຍ.

ທັງ​ສອງ​ທ່ານນີ້ໄດ້ຖືກ​ຂໍ້​ຫາຝ່າຝືນ​ກົດລະບຽບການ​ຈັດຕັ້ງ​ການ​ເດີນ​ຂະ​ບວນ ປະ​ທ້ວງ​ແລະໂຮມ​ຊຸມ. ທັງ​ສອງ​ທ່ານ​ໄດ້​ຖືກ​ປ່ອຍ​ຕົວພ້ອມ​ກັບ​ມີ​ຄໍາ​ສັ່ງ​ໃຫ້ໄປຂຶ້ນສານ​ເມື່ອ​ວັນ​ສຸກ​ນີ້.

ຕໍາຫລວດ​ປາບ​ຈະລາຈົນຣັດ​ເຊຍ ​ໄດ້​ທຸບ​ຕີ​ພວກ​ປະ​ທ້ວງ ຢູ່ໃກ້​ວັງ​ເຄຣມ ລິນ ​ນຶ່ງ​ມື້ກ່ອນ​ພິທີ​ສາບານ​ຕົວ​ເຂົ້າຮັບ​ຕໍາ​ແໜ່​ງຂອງ​ທ່ານ​ພູ​ຕິນນັ້ນ

ທ່ານ ມາກ ​ໂທນ​ເນີ ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ​ ກ່າວ​ວ່າ ສະຫະລັດ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ກ່ຽວ​ກັບຮູບ​ພາບຂອງ​ເຈົ້າໜ້າ​ທີ່​ຕໍາຫລວດທີ່​ປະຕິບັດ​ຢ່າງບໍ່​ຖືກ​ບໍ່​ຕ້ອງ​ຕໍ່​ພວກ​ປະ​ທ້ວງ​ຢ່າງ​ສັນຕິ​ນັ້ນ.

ທ່ານ​ນາງ ຮິ​ລ​ແລຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ ກ່າວ​ຕໍ່​ຕາໜ່າງ​ໂທລະພາບ CNN ​ເມື່ອ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ​ນາງ ຢາກ​ໃຫ້ຣັດ​ເຊຍ​ໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ​ໃຫ້​ໄດ້​ຢ່າງ​ເຕັມ​ເມັດ ​ເຕັມ​ໜ່ວຍ ຊຶ່ງ​ໝາຍ​ເຖິງ​ການເປີດໂອກາດ​ໃຫ້​ປະຊາຊົນ​ໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.

XS
SM
MD
LG