ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ວາງແຜນ ໃຊ້ສິດຍັບຍັ້ງ ຮ່າງຍັດຕິ ຂອງສະພາ ຄວາມໝັ້ນຄົງ ສປຊ (ສະໄລດ໌/ວີ​ດີ​ໂອ)


ທ່ານ Gennady Gatilov ຮອງລັດຖະມົນຕີຕ່າງປະເທດຣັດເຊຍ
ທີ່ນະຄອນເຈນີວາ. ວັນທີ 20 ທັນວາ, 2013.
ທ່ານ Gennady Gatilov ຮອງລັດຖະມົນຕີຕ່າງປະເທດຣັດເຊຍ ທີ່ນະຄອນເຈນີວາ. ວັນທີ 20 ທັນວາ, 2013.
ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ທ່ານ​ນຶ່ງ​ກ່າວ​ວ່າ ຮ່າງ​ຍັດຕິ​ສະບັບ​ນຶ່ງ
ຂອງ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ ວ່າ​ດ້ວຍ
ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ແກ່​ຊີ​ເຣຍ ​ໄດ້​ຖື​ກຮ່າງ
ຂຶ້ນມາ​ ໃນຖານະ​ເປັນ​ເຄື່ອງ​ເຕືອນລ່ວງໜ້າຕໍ່​ການເຂົ້າ​
ແຊກ​ແຊງ​ທາງ​ທະຫານ ​ແລະ​ວ່າ ຣັດ​ເຊຍ​ຈະ​ບໍ່​ປ່ອຍ​ໃຫ້​
ມີການຮັບຮອງເອົາເດັດຂາດ.

ສື່​ມວນ​ຊົນຣັດ​ເຊຍ ​ໄດ້​ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Gennady
Gatilov ຮອງ​ລັດຖະມົນຕີ​ຕ່າງ ປະ​ເທດ​ ທີ່​ກ່າວ​ໃນ​ວັນ​ພຸດ
ມື້​ນີ້​ວ່າ ຮ່າງ​ຍັດຕິ​ສະບັບ​ນີ້ ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້​ໃນ​ຮູບ​ແບບ
ປັດຈຸ ບັນ. ທ່ານ Sergei Lavrov ລັດຖະມົນຕີ​ຕ່າງປະ​
ເທດຣັດ​ເຊຍ ເອີ້ນ​ການ​ເອົາມາດຕະການດັ່ງກ່າວວ່າ ​ເປັນຄວາມ​ພະຍາຍາມ​ແຕ່ພຽງ​
ຝ່າຍ​ດຽວ ​ເພື່ອ​ຕຳ​ໜິຕິຕຽນ​ລັດຖະບານຊີ​ເຣຍ.

Syria
please wait
Embed

No media source currently available

0:00 0:01:11 0:00


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ແຫ່ງ​ສະຫະລັດ ກ່າວ​ຢູ່​ໃນການ​ຖະແຫຼງຂ່າວ ຮ່ວມ​
ກັນ​ກັບ​ປະທານາທິບໍດີ Francois Hollande ​ແຫ່ງ​ຝຣັ່ງ​ວ່າ ນອກຈາກຣັດ​ເຊຍແລ້ວ
ແມ່ນມີ​ຄວາມເຫັນ​ພ້ອມພຽງ​ ຢ່າງເປັນ​ເອກະສັນ​ກັນ​ ໃນ​ບັນດາ​ສະມາຊິກ​ ຂອງ​ສະພາ​
ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ຮ່າງ​ຍັດຕິ​ສະບັບ​ນີ້​ເພື່ອ​ອະນຸມັດ​ໃຫ້​ພວກ​ພະນັກງານ​ຊ່ອຍ​ເຫຼືອ​
ເຂົ້າ​ໄປ​ຮອດໄປ ເຖິງສະຖານທີ່ຕ່າງໆໄດ້ຫຼາຍ​ຂຶ້ນ ຊຶ່ງ​ທ່ານໂອ​ບາ​ມາ​ກ່າວ​ວ່າ:

“ລັດຖະມົນຕີ​ຕ່າງປະ​ເທດ John Kerry ​ແລະບຸກຄົນອື່ນໆໄດ້​ສົ່ງ​ສານ​ໂດຍ​
ກົງ​ທີ່​ສຸດ​ຕໍ່ຣັດ​ເຊຍ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ກ່າວ​ໄດ້​ວ່າ ​ເຂົາ​ເຈົ້າ​ມີ​
ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ສະ​ວັດ​ດີພາບຂອງ​ປະຊາຊົນ​ຊີ​ເຣຍ ​ເວລາ​ມີ
ພວກ​ພົນລະ​ເຮືອນ​ທີ່ອຶດຫິວ ​ແລະ​ວ່າ ບໍ່​ພຽງ​ແຕ່ຊີ​ເຣຍ​ເທົ່າ​ນັ້ນທີ່​ເປັນ​ຜູ້ຮັບ
ຜິດຊອບ ​ແຕ່​ພວກຣັດ​ເຊຍ​ກໍ​ເປັນ​ຜູ້​ຮັບຜິດຊອບ​ເຊັ່ນ​ກັນ ຖ້າ​ຫາກ​ພວກ​ເຂົາ​
ເຈົ້າຫາກ​ຂັດຂວາງ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນີ້.
ມາດ​ຕະການ​ທີ່​ຮ່າງ​ຂຶ້ນ​ນີ້ ​ຂົ່ມຂູ່​ທີ່
​ຈະທຳ​ການ​ລົງ​ໂທດ​ຕໍ່​ພວກ​ໃດ​ກໍຕາມ ທີ່​ຂັດຂວາງ​ຕໍ່​ການ
ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​
ບັນ​ເທົາ​ທຸກ​ເຂົ້າໄປໃນຊີເຣຍ
.”

ທ່ານ​ໂອ​ບາ​ມາ ກ່າວ​ຕື່ມ​ວ່າ ​ໃນ​ປັດຈຸບັນ​ນີ້ ທ່ານ​ບໍ່​ຄຶດ​ວ່າ ຈະມີ​ການ​ແກ້​ໄຂ​ທາງ​ທະຫານ
​ສຳລັບ​ວິ​ກິດ​ການໃນ​ຊີ​ເຣຍ ​ແຕ່​ວ່າ ຖ້າ​ສະຖານະ​ການຫາກຍັງ​ສືບ​ຕໍ່​ປ່ຽນ​ແປງ​ໄປ ແລະ​
ທ່ານ​ຈະ​ຊອກ​ຫາ​ວິທີ​ທາງ​ທຸກ​ຢ່າງ​ ທີ່​ເປັນ​ໄປ​ໄດ້ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ນີ້.

XS
SM
MD
LG