ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

62 ຄົນ ເສຍຊີວິດ ຍ້ອນອຸບັດຕິເຫດ ເຮືອບິນຕົກ ຢູ່ພາກໃຕ້ ຣັດເຊຍ


ເຈົ້າໜ້າທີ່ກະຊວງຮັບມືກັບເຫດການສຸກເສີນຂອງຣັດເຊຍ​ ພວມກວດກາເບິ່ງຊາກເຮືອບິນໂດຍສານ ຂອງດູບາຍ ທີ່ປະສົບອຸບັດຕິເຫດຕົກ ຢູ່ສະໜາມບິນ Rostov-on-Don ປະມານ 950 ກິໂລແມັດ ຫ່າງຈາກມົສກູໄປທາງທິດໃຕ້. (19 ມີນາ 2016)
ເຈົ້າໜ້າທີ່ກະຊວງຮັບມືກັບເຫດການສຸກເສີນຂອງຣັດເຊຍ​ ພວມກວດກາເບິ່ງຊາກເຮືອບິນໂດຍສານ ຂອງດູບາຍ ທີ່ປະສົບອຸບັດຕິເຫດຕົກ ຢູ່ສະໜາມບິນ Rostov-on-Don ປະມານ 950 ກິໂລແມັດ ຫ່າງຈາກມົສກູໄປທາງທິດໃຕ້. (19 ມີນາ 2016)

ເຮືອບິນ​ໂດຍສານ​ລຳ​ນຶ່ງ​ ທີ່​ບິນ​ໄປ​ແຕ່​ Dubai ​ໄດ້​ປະສົບ​ອຸບັດ​ຕິ
​ເຫດ​ຕົກ​ໃນ​ຂະນະ​ທີ່​ພະຍາຍາມ​ລົງ​ຈອດ​ ທີ່​ເມືອງ Rostov-on-
Don ​ໃນ​ພາກ​ໃຕ້​ຂອງ​ປະ​ເທດຣັດ​ເຊຍ ​ເຮັດ​ໃຫ້​ຜູ້​ໂດຍສານ​ແລະ
​ຈຸ​ບິນ​ທັງ​ໝົດ 62 ຄົນ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ ກ່າວ​ວ່າ ​ເຮືອບິນ​ໂບອິ້ງ 737​ ​ລຳ​ນີ້ ແມ່ນ​ຖ້ຽວ​ບິນ FZ
981 ຂອງ​ສາຍ​ການບິນ FlyDubai ຊຶ່ງ​ບັນທຸກ ຜູ້​ໂດຍສານ 55
ຄົນພ້ອມ​ດ້ວຍ​ຈຸ​ບິນ 7 ຄົນຢູ່​ເທິງ​ເຮືອບິນ​ເວລາ​ເກີດ​ເຫດ. ຄະນະ
​ກຳມະການ​ສືບສວນ​ສອບ​ສວນ ຂອງຣັດ​ເຊຍ​ ກ່າວ​ວ່າ ທິດ​ສະ​ດີ​
ສອງ​ຢ່າງ​ ຂອງ​ຕົນ​ກໍ​ຄື ​ເປັນຄວາມ​ຜິດພາດ ​ຂອງ​ມະນຸດ​ ຫລື​ບໍ່​ກໍ
ຄວາມ​ລົ້ມ​ແຫລວ​ທາງ​ດ້ານເທັກ​ນິກທີ່​ພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ​ໃນ
​ຄັ້ງນີ້.

ອົງການ​ຂ່າວ IRA Novosti ຂອງ​ຣັດ​ເຊຍ​ລາຍ​ງານ​ວ່າ ພວກ​ກູ້​ໄພ​ສຸກ​ເສີນ​ໄດ້ພົບ​ເຫັນ​ນຶ່ງ​
ໃນ​ເຄື່ອງບັນທຶກ​ສຽງ ​ສອງ​ອັນ ​ຂອງ​ເຮືອບິນ​ລຳ​ດັ່ງກ່າວ ​ແລະ​ເວລາ​ນີ້ ກຳລັງ​ຊອກ​ຄົ້ນຫາ​
ອັນ​ທີ​ສອງ​ຢູ່. ​ເຄື່ອງ​ບັນທຶກ​ສຽງ​ອາດ​ຊ່ອຍ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງວ່າ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ
ກ່ອນ​ທີ່​ເຮືອບິນ​ຈະ​ຕົກ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ ​ແກ່​
ພວກ​ຍາດ​ພີ່ນ້ອງ​ຂອງ​ຜູ້​ເຄາະ​ຮ້າຍ ​ແມ່ນ​ບູລິ​ມະ​ສິດ ອີງ​ຕາມ​ໂຄສົກ​ຂອງ​ວັງ​ເຄຣັມລິນ.

ສາຍ​ການບິນ FlyDubai ທີ່​ມີ​ສຳນັກງານ​ຕັ້ງຢູ່​ດູ​ບາຍ ແລະ​ບໍລິສັດ​ເຮືອບິນ​ໂບອິ້ງ ຕ່າງ​ກໍ​
ໄດ້​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈຕໍ່​ບັນດາ​ຄອບຄົວຂອງ​ພວກ​ເຄາະ​ຮ້າຍ. ສາຍ​ການບິນ
FlyDubai ກ່າວ​ວ່າ ຜູ້​ໂດຍສານ​ເຫຼົ່ານີ້​ແມ່ນ​ຮວມທັງ​ແມ່ຍິງ 3​3 ຄົນ​ ຜູ້​ຊາຍ 18 ຄົນ ​ແລະ​
ເດັກນ້ອຍ 4 ຄົນ.

ຫ້ອງການ​ສື່​ມວນ​ຊົນ​ຂອງ​ດູ​ບາຍ​ກ່າວ​ວ່າ ພວກ​ເຄາະ​ຮ້າຍ​ແມ່ນ​ຮວມທັງ​ຊາວ​ຣັດ​ເຊຍ ​44
ຄົນ​ ຊາວ​ຢູ​ເຄຣນ 8 ຄົນ​ ຊາວ​ອິນ​ເດຍ​ 2 ຄົນ ​ແລະ​ອີກ​ຄົນ​ນຶ່ງ​ ແມ່ນ​ມາຈາກ​ ອຸສ​ເບັກ​ກິ​ສ
ຖານ. ລາຍ​ງານ​ຂ່າວ​ກ່ອນ​ໜ້ານີ້​ແຈ້ງວ່າ ​ຜູ້​ໂດຍສານ​ທັງ​ໝົດ ​ແມ່ນ​ເປັນ​ຄົນຣັດ​ເຊຍ.

ຫົວໜ້າ​ບໍລິຫານ​ງານຂອງ​ບໍລິ​ສັດ FlyDubai ທ່ານ Ghaith Al Ghaith ກ່າວວ່າ ພະນັກ
ງານ​ຂອງ​ສາຍ​ການບິນແມ່ນ​ມີ​ຄວາມ​ຕື່ນ​ຕົກ​ໃຈ​ຢ່າງ​ໃຫຍ່ແລະ​ກ່າວຕື່ມ​ວ່າທາງ​ສາຍ​ການ
ບິນ​ພວມ​ເຮັດ​ວຽກ​ຮ່ວມ​ກັບ​ເຈົ້າໜ້າ​ທີ່​ເພື່ອ​ລົງ​ຄວາມ​ເຫັນ​ວ່າ ​ແມ່ນ​ຫຍັງ​ຄື​ສາ​ເຫດທີ່​ພາ​ໃຫ້​
ເຮືອບິນ​ຕົກ​ໃນ​ຄັ້ງນີ້.

Russia Plane Crash
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG