ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳ ຝ່າຍຄ້ານ ຣັດເຊຍ ຖືກຕັດສິນ ຈຳຄຸກ ຍ້ອນປະທ້ວງ ຜິດກົດໝາຍ


ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານ Alexei Navalny, ກ່າວຕໍ່ສື່ ໃນສານ ທີ່ມົສກູ, ຣັດເຊຍ, 27 ມີນາ, 2017.
ຜູ້ນຳຝ່າຍຄ້ານຣັດເຊຍ ທ່ານ Alexei Navalny, ກ່າວຕໍ່ສື່ ໃນສານ ທີ່ມົສກູ, ຣັດເຊຍ, 27 ມີນາ, 2017.

ສານຣັດເຊຍໄດ້ຕັດສິນລົງໂທດ ທ່ານ Alexie Navalny ຜູ້ນຳຝ່າຍຄ້ານ ແລະຜູ້ຂຽນ
ບົດ ຄວາມທາງອິນເຕີແນ໊ຕ ຫຼື blogger ທີ່ຕໍ່ຕ້ານການສໍ້ລາດບັງຫຼວງ ໃນວັນຈັນວານນີ້
ໃຫ້ຕິດຄຸກ 15 ວັນ ທີ່ຂັດຂືນການຈັບກຸມຂອງຕຳຫຼວດ ແລະປັບໃໝ ໃນຈຳນວນເງິນ
20 ພັນ ຣູໂບສ ປະມານ 350 ໂດລາ ໃນຖານທີ່ຈັດການໂຄງການ ທີ່ເຈົ້າໜ້າທີ່ກ່າວວ່າ
ທຳການປະທ້ວງຢ່າງຜິດກົດໝາຍ ໃນນະຄອນ ມົສກູ.

ທ່ານ Navalny ໄດ້ປະຕິເສດຕໍ່ ການກ່າວອ້າງຂອງເຈົ້າໜ້າທີ່ວ່າ ການປະທ້ວງ​
ໃນຕອນບ່າຍຂອງວັນອາທິດ ຜ່ານມານີ້ວ່າ ຊຶ່ງ​ເປັນສ່ວນນຶ່ງຂອງການປະທ້ວງທີ່ໃຫຍ່
ສຸດຂອງການປະທ້ວງຕໍ່ຕ້ານລັດຖະບານໃນຮອບຫຼາຍໆປີ ນັ້ນວ່າ ຜິດກົດໝາຍ.

ເຈົ້າໜ້າທີ່ດ້ານກົດໝາຍ ພາກັນຮວມຕົວ ໃນຂະນະທີ່ພວກເຂົາເຈົ້າພວກປະທ້ວງຝ່າຍຕ້ານ ໃນມົສກູ, ຣັດເຊຍ, 26 ມີນາ, 2017.
ເຈົ້າໜ້າທີ່ດ້ານກົດໝາຍ ພາກັນຮວມຕົວ ໃນຂະນະທີ່ພວກເຂົາເຈົ້າພວກປະທ້ວງຝ່າຍຕ້ານ ໃນມົສກູ, ຣັດເຊຍ, 26 ມີນາ, 2017.

“ອິງຕາມການຕັດສິນໃຈຂອງສານລັດຖະທຳມະນູນຣັດເຊຍ ໃນກໍລະນີທີ່ປະຕິເສດ
ຫຼືບໍ່ ກໍບໍ່ມີທາງເລືອກຂອງສະຖານທີ່ ທີ່ປະທ້ວງໃນ 3 ມື້ ກ່ອນໜ້ານີ້​ ຄືພວກເຮົາ
ແມ່ນທີ່ຈະໄປ ອີກສະຖານທີ່ທີ່ໝາຍຕາໄວ້ນັ້ນ. ກົດລະບຽບກົດໝາຍທີ່ຖືກຕ້ອງນັ້ນ ແມ່ນໄດ້ປະຕິບັດຕາມ 100 ເປີເຊັນ,”
ຊຶ່ງນັ້ນແມ່ນການກ່າວອ້າງຄຳເວົ້າຂອງທ່ານ
Navalny ອີງ​ຕາມ​ລາຍ​ງານ​ຂອງອົງການຂ່າວ TASS ຂອງ ທາງຣັດ​ເຊຍ.

ໂຄສົກຂອງວັງ​ເຄຣັມລິນ ທ່ານ Dmitry Peskov ໄດ້ກ່າວໃນວັນຈັນວານນີ້ວ່າ ເຈົ້າໜ້າທີ່
ມົສກູ ໄດ້ສະເໜີໃຫ້ສອງສະຖານທີ່ ເພື່ອທຳການປະທ້ວງ ອິງຕາມອົງການຂ່າວ Inter-
fax. ທ່ານໄດ້ ກ່າວວ່າ “ທັງສອງສະຖານທີ່ນັ້ນ ແມ່ນຖຶກປະຕິເສດ. ໃນຫຼັກຖານຄວາມ
ເປັນຈິງ ພວກຜູ້ຄົນ ແມ່ນໄດ້ຖືກລາກ ໄປຍັງສະຖານທີ່ ທີ່ບໍ່ໄດ້ຮັບອະນຸມັດໄວ້ນັ້ນ
ແນ່ນອນ ບໍ່ມີຜູ້ໃດ ຕົກລົງເຫັນພ້ອມກັບເລື່ອງນີ້.”

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Russian Opposition Leader Arrested as Police Clear Anti-Corruption Protest
please wait

No media source currently available

0:00 0:01:19 0:00

XS
SM
MD
LG